ອັດຕະປື-ກວາງຫງາຍ ຮ່ວມມືດ້ານວຽກງານການຕ່າງປະເທດ

 ແຫລ່ງຂ່າວຈາກ ແຂວງອັດຕະປື ໃຫ້ຮູ້ວ່າ: ກອງປະຊຸມແລກ​ປ່ຽນບົດຮຽນ ແລະ ປຶກສາຫາລືແນວທາງຮ່ວມມືດ້ານວຽກງານການຕ່າງປະເທດ ລະຫວ່າງ ພະແນກການຕ່າງປະເທດ​ແຂວງອັດຕະປື​ ແຫ່ງ​ ສປປ​ ລາວ​ ແລະ​ ພະ​ແນກການຕ່າງປະເທດ​ ແຂວງກວາງຫງາຍ ສສ ຫວຽດນາມ​ ຈັດຂື້ນໃນວັນທີ​ 8​ ກັນຍາ​ 2026​ ທີ່ແຂວງກວາງຫງາຍ,​ ໂດຍ​ ມີສະຫາຍ​ ຄໍາພັນ ແກ້ວມະນີ ຫົວ​ໜ້າພະແນກການຕ່າງປະເທດແຂວງອັດຕະປື, ສະຫາຍ ຫງວຽນ ວັນ ດ້ຽວ ຫົວໜ້າພະແນກການຕ່າງປະເທດແຂວງ ແຂວງກວາງຫງາຍພ້ອມດ້ວຍຄະນະນໍາ​ ທັງສອງພະແນກ ເຂົ້າຮ່ວມ.​
ກອງປະຊຸມ​ ດໍາເນີນໄປດ້ວຍບັນຍາກາດທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ​ ການຮ່ວມມືທີ່ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດຮ່ວມກັນ,​ ພ້ອມນັ້ນທັງສອງຝ່າຍ​ ໄດ້ມີການສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ​ ກັນໂດຍລົງເລິກກ່ຽວກັບກົນໄກການປະສານງານ, ການເປັນເສນາທິການ​ ໃຫ້ແກ່ຄະນະນໍາຂັ້ນແຂວງ, ການດໍາເນີນວຽກງານການຕ່າງເທດ, ການຮ່ວມມືກັບຕ່າງເທດ, ການດຶງດູດນັກລົງທຶນ,​ ຕະຫລອດເຖິງການແລກປ່ຽນຂໍ້ມູນ, ປະສົບການ ແລະ ບົດຮຽນ​ ລະຫວ່າງ​ ບັນດາຂະແໜງການຂອງສອງພະແນກ.​ ພ້ອມນີ້, ສອງຝ່າຍຍັງໄດ້ເນັ້ນເຖິງການຮ່ວມມືໂຄສະນາທ່າແຮງ ແລະ ຈຸດແຂງຂອງແຕ່ລະແຂວງ ເພື່ອຊຸກຍູ້ການດຶງດູດການລົງທຶນໃນຂົງເຂດຕ່າງໆຕາມທ່າແຮງ ແລະ ຄວາມສາມາດ, ພ້ອມທັງສືບຕໍ່ປະສານງານຢ່າງໃກ້ຊິດ, ເພີ່ມການແລກປ່ຽນຄະນະຜູ້ແທນ, ການພົບປະ ແລະ ຢ້ຽມຢາມເຊິ່ງກັນ​ ແລະ​ ກັນ, ຮ່ວມກັນຈັດກິດຈະກໍາ ແລະ ຕິດຕາມປະເມີນຜົນການຮ່ວມມືໃຫ້ເກີດຜົນເປັນຮູບປະທໍາ.​
ໂອກາດນີ້, ຄະນະນໍາພະແນກການຕ່າງປະເທດແຂວງອັດຕະປື ແລະ ພະແນກການຕ່າງເທດແຂວງກວາງຫງາຍ ຍັງໄດ້ຮ່ວມກັນລົງນາມບົດບັນທຶກການເຮັດວຽກ ເພື່ອສ້າງກອບການປະ​ສານງານ, ແລກປ່ຽນຂໍ້ມູນ, ບົດຮຽນ ແລະ ພັດ​ທະນາວຽກງານການຕ່າງປະເທດຮ່ວມກັນຕື່ມອີກ.
ສະຫາຍ ຄໍາພັນ ແກ້ວມະນີ ໄດ້ເນັ້ນວ່າ: ການພົບປະ, ແລກປ່ຽນບົດຮຽນ ແລະ ລົງນາມບົດບັນທຶກຄັ້ງນີ້ ຖືເປັນອີກກ້າວສໍາຄັນໃນການເສີມສ້າງສາຍພົວພັນອັນແໜ້ນແຟ້ນລະຫວ່າງ ແຂວງອັດຕະປື ກັບ ແຂວງກວາງຫງາຍ ໂດຍສະເພາະ ການສືບຕໍ່ປູພື້ນຖານການຮ່ວມມືລາວ-ຫວຽດ​ນາມ ໃຫ້ນັບມື້ແໜ້ນແຟ້ນ, ໝັ້ນຄົງ ແລະ ຍືນຍົງຍິ່ງຂຶ້ນ.
ສໍາລັບການຮ່ວມມືດ້ານການພັດທະນາ, ໃນປີ 2026 ແຂວງອັດຕະປື ໄດ້ຮັບທຶນຊ່ວຍເຫລືອລ້າຈາກແຂວງກວາງຫງາຍ ລວມມູນຄ່າ 12,3 ຕື້ກວ່າດົງ ເພື່ອສະໜັບສະໜູນ 3 ໂຄງການ ເຊັ່ນ: ໂຄງການກໍ່ສ້າງຫໍພັກດ່ານສາກົນພູເກືອ ມູນຄ່າ 5 ຕື້ດົງ,​ ໂຄງການກໍ່ສ້າງສະໂມສອນໂຮງຮຽນ ມສ ຈັນທາ ມູນຄ່າ 6​,8 ຕື້​ກວ່າດົງ ແລະ ເງິນຊ່ວຍເຫລືອສັງຄົມ 500​ ລ້ານດົງ.
ຂ່າວ: ມະນີວອນ