ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ

ໃນຕອນບ່າຍວັນທີ 8 ຕຸລາ 2026 ທີ່ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ໄດ້ຈັດພິທີເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ-ຫວຽດນາມ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ສະຫາຍ ເລມິງຮຶງ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ແລະ ສະຫາຍ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍບັນດາສະຫາຍການນໍາຂັ້ນສູງ ພັກ-ລັດ ລາວ-ຫວຽດນາມ ແລະ ແຂກຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ພິທີອັນມີຄວາມໝາຍສຳຄັນນີ້ ຈັດຂຶ້ນໂດຍປະຕິບັດຕາມສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ເພື່ອສ້າງຕັ້ງສະຖາບັນການສຶກສາຊັ້ນສູງທີ່ທັນສະໄໝ ຕັ້ງຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃນເນື້ອທີ່ດິນ 50 ເຮັກຕາ ທີ່ລັດຖະບານ ແຫ່ງ ສປປ ລາວ ໄດ້ສະໜອງໃຫ້ ເຊິ່ງຕິດກັບສວນສາທາລະນະມິດຕະພາບ ລາວ-ຫວຽດນາມ.
ໂຄງການດັ່ງກ່າວເປັນໜຶ່ງໃນບັນດາສັນຍາລັກອັນພົ້ນເດັ່ນ ໃຫ້ແກ່ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ການຍົກລະດັບສາຍພົວພັນຂຶ້ນເປັນ “ຫຸ້ນສ່ວນຍຸດທະສາດ” ລະຫວ່າງ ສອງປະເທດ.