ລາວ-ຫວຽດນາມ ບັນລຸການລົງນາມເອກະສານຮ່ວມ 11 ມືສະບັບ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງ ສະຫາຍ ສະເຫລີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຢ່າງເປັນທາງການ ໃນວັນທີ 8-9 ຕຸລາ 2026 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ນັບແຕກດອກອອກຜົນຍິ່ງໆຂຶ້ນ.
ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໃນຕອນບ່າຍວັນທີ 8 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໂດຍມີສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງທັງສອງຝ່າຍເຂົ້າຮ່ວມ.
ຫລັງຈາກນັ້ນ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ພ້ອມດ້ວຍຄະນະ ໄດ້ດໍາເນີນການພົບປະສອງຝ່າຍຢ່າງເປັນທາງການ.
ພາຍຫລັງສໍາເລັດການພົບປະ, ສອງສະຫາຍນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ເຂົ້າຮ່ວມເປັນສັກຂີພິຍານໃນພິທີແລກປ່ຽນເອກະສານຮ່ວມມື ຈໍານວນ 11 ສະບັບ ຄື:
1.ສັນຍາວ່າດ້ວຍການຮ່ວມມື ກ່ຽວກັບ ໂຄງການກໍ່ສ້າງ ເສັ້ນທາງມິດຕະພາບ ລຽບຊາຍແດນ ລາວ-ຫວຽດ ນາມ; 2.ບົດບັນທຶກການມອບ-ຮັບ ລະບົບຄຸ້ມຄອງພົນລະເມືອງ ແລະ ບັດປະຈໍາຕົວ ຢູ່ ສປປ ລາວ;
3. ຂໍ້ຕົກລົງກ່ຽວກັບການຮ່ວມມືຄວາມປອດໄພທາງໄຊເບີ; 4.ສັນຍາກ່ຽວກັບໂຄງການກໍ່ສ້າງ ມະຫາວິທະຍາໄລ ມິດຕະພາບ ລາວ-ຫວຽດນາມ;
5.ແຜນການຮ່ວມມື ປະຈໍາປີ 2027 ລະຫວ່າງ ສອງກະຊວງຍຸຕິທໍາ ລາວ ແລະ ຫວຽດນາມ;
6.ສັນຍາວ່າດ້ວຍການຮ່ວມມືວຽກງານການເງິນ ລະຫວ່າງ ສອງກະຊວງການເງິນ ລາວ ແລະ ຫວຽດນາມ;
7.ບົດບັນທຶກຊ່ວຍຈໍາ ກ່ຽວກັບການຮ່ວມມືໂຄງການລົງທຶນກໍ່ສ້າງພື້ນຖານໂຄງລ່າງ ສະໜອງນໍ້າມັນ ລາວ-ຫວຽດ ນາມ; 8.ຂໍ້ຕົກລົງວ່າດ້ວຍການຮ່ວມມື ກ່ຽວກັບຂົງເຂດວຽກງານຊົນເຜົ່າ ແລະ ສາສະໜາ;
9.ບົດບັນທຶກການຮ່ວມມື ລະຫວ່າງ ຄະນະກໍາມະການປົກຄອງແຂວງວຽງຈັນ ແລະ ຄະນະກໍາມະການປະຊາຊົນນະຄອນຮາຍຟ່ອງ ໄລຍະ 2026-2030;
10.ບົດບັນທຶກການຮ່ວມມື ລະຫວ່າງ ຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ຄະນະກໍາມະການປະຊາຊົນນະຄອນຮາຍຟ່ອງ ໄລຍະ 2026-2030
11.ບົດບັນທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມືມິດຕະພາບ ໄລຍະ 2026-2030 ລະຫວ່າງ ຄະນະກໍາມະການປົກຄອງແຂວງອຸດົມໄຊ ແລະ ຄະນະກໍາມະການປະຊາຊົນແຂວງນິງບິ່ງ.