ກອງປະຊຸມພົບປະລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ແຂວງຈຳປາສັກ

ໃນຕອນເຊົ້າຂອງວັນທີ 8 ຕຸລາ 2026 ຢູ່ທີ່ຫ້ອງປະຊຸມ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ຈັດກອງປະຊຸມພົບປະ ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ແຂວງຈຳປາສັກ. ໂດຍການເປັນປະທານຮ່ວມຂອງ ສະຫາຍ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນ ແຂວງຈຳປາສັກ ພ້ອມດ້ວຍບັນດາທ່ານຄະນະນຳຂອງແຂວງຈຳປາສັກ ແລະ ບັນດາທ່ານຄະນະນໍາຂອງກະຊວງກະສິກໍາ ແລະ ສິ່ງແວດລ້ອມ ເຂົ້າຮ່ວມ.
ການມາພົບປະ ແລະ ເຮັດວຽກຮ່ວມກັນ ໃນຄັ້ງນີ້ ແມ່ນມີຄວາມໝາຍຄວາມສໍາຄັນ, ເນື່ອງຈາກເປັນຊ່ວງໄລຍະຂຸ້ນຂ້ຽວ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X ຊຶ່ງເປັນປີທຳອິດ ຂອງແຜນ 5 ປີດັ່ງກ່າວ.
ຈຸດປະສົງແມ່ນເພື່ອປຶກສາຫາລື ແລະ ແລກປ່ຽນບົດຮຽນ ຊຶ່ງກັນ ແລະ ກັນ ພ້ອມທັງ ກຳນົດທິດທາງແຜນການ ຈັດຕັ້ງປະຕິບັດ, ຊຸກຍູ້ສົ່ງເສີມ ແລະ ພັດທະນາວຽກງານກະສິກຳ ແລະ ສິ່ງແວດລ້ອມ ຢູ່ແຂວງຈຳປາສັກ ຮ່ວມກັນ. ອີງໃສ່ສະພາບການພັດທະນາເສດຖະກິດ-ສັງຄົມ ໃນປັດຈຸບັນ, ສະພາບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຂອງພາກພື້ນ ແລະ ສາກົນ , ພ້ອມທັງສຸມໃສ່ການຄົ້ນຄວ້າປະກອບຄຳເຫັນ, ເພື່ອຍົກສູງບົດບາດ ແລະ ຄວາມຮັບຜິດຊອບ ຂອງບັນດາກົມ, ກອງຂັ້ນສູນກາງ ແລະ ສາຍຕັ້ງຂັ້ນທ້ອງຖິ່ນ ໃຫ້ເປັນເອກະພາບ ໃນການຈັດຕັ້ງຜັນຂະຫຍາຍ ມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ 7 ແຜນງານບຸລິມະສິດ ຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ. ກອງປະຊຸມພົບປະໃນຄັ້ງນີ້ ຍັງໄດ້ມີພິທີລົງນາມເຊັນບົດບັນທຶກຄວາມເຂົ້າໃຈ ການພັດທະນາກະສິກຳ ແລະ ສິ່ງແວດລ້ອມ ຢູ່ແຂວງ ຈໍາປາສັກ ຮ່ວມກັນ. ຮ່ວມລົງນາມໂດຍ ທ່ານ ປອ ນ. ຈັນທະຄອນ ບົວລະພັນ ຮອງລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ທ່ານ ສົມບູນ ເຮືອງວົງສາ, ຄະນະປະຈຳພັກ, ຮອງປະທານ ຄະນະກຳມະການປົກຄອງແຂວງ. ເຂົ້າຮ່ວມເປັນສັກຂີພະຍານໂດຍ ສະຫາຍ ລິນຄຳ ດວງສະຫວັນ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະສະຫາຍ ອາລຸນໄຊ ສູນນະລາດ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນ ແຂວງຈຳປາສັກ ພ້ອມດ້ວຍບັນດາທ່ານ ທີ່ເຂົ້າຮ່ວມກອງປະຊຸມ.
ຂ່າວສານກະຊວງກະສິກຳ ແລະ ສິ່ງແວດລ້ອມ