ຄວາມປອດໄພແມ່ນຂອງຂວັນທີ່ດີເລີດທີ່ລັດຖະບານມອບໃຫ້ປະຊາຊົນ

ວິທະຍຸໂທລະພາບສູນກາງຈີນ ລາຍງານ: ໃນໄລຍະພັກບຸນວັນຊາດຈີນເປັນເວລາ 7 ວັນ ຫຼື ສັບປະດາຄຳທີ່ຫາກໍ່ສິ້ນສຸດລົງ, ນັກທ່ອງທ່ຽວໄດ້ໄປທ່ອງທ່ຽວຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດຈີນຢ່າງເບີກບານມ່ວນຊື່ນ, ຄົນທັງຫຼາຍໄປທ່ຽວຫຼິ້ນຕະຫຼາດ ແລະ ຊື້ເຄື່ອງ ເພື່ອພັກຜ່ອນຢ່ອນອາລົມ. ແຕ່ຢູ່ເອີຣົບ, ກ່ອນບຸນວັນຊາດຈີນ, ມີນັກທ່ອງທ່ຽວຈີນຫຼາຍຄົນຖືກປຸ້ນຈີ້ຢູ່ນະຄອນຫຼວງປາຣີຂອງປະເທດຝຣັ່ງ. ສອງກໍລະນີດັ່ງກ່າວເຮັດໃຫ້ຄົນທັງຫຼາຍເກີດມີຄຳຖາມທີ່ວ່າ: ຄວາມປອດໄພແມ່ນຜະລິດຕະພັນສາທາລະນະທີ່ລ້ຳຄ່າທີ່ສຸດຫຼາຍພຽງໃດ?
ນັບແຕ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກຄອມມູນິດຈີນ ທີ່ຈັດຂຶ້ນໃນປີ 2012 ເປັນຕົ້ນມາ, ການສ້າງປະເທດຈີນທີ່ປອດໄພດີໄດ້ປະສົບຜົນສຳເລັດຢ່າງໂດດເດັ່ນ ແລະ ເຮັດໃຫ້ຈີນກາຍເປັນໜຶ່ງໃນບັນດາປະເທດທີ່ມີຄວາມປອດໄພທີ່ສຸດໃນໂລກ. “ບົດລາຍງານຄວາມປອດໄພທົ່ວໂລກປີ 2025” ທີ່ອົງການແກລັບຂອງອາເມຣິກາເປີດເຜີຍສະແດງໃຫ້ເຫັນວ່າ: ໃນ 144 ປະເທດ ແລະ ເຂດແຄວ້ນທີ່ໄດ້ດຳເນີນການສຳຫຼວດນັ້ນ, ຄວາມຮູ້ສຶກມີຄວາມປອດໄພຂອງປະຊາຊົນຈີນມີເຖິງ 94% ເຊິ່ງເປັນການຢືນຢັນອີກຄັ້ງໜຶ່ງວ່າ ຈີນເປັນ “ໜຶ່ງໃນບັນດາປະເທດທີ່ມີຄວາມປອດໄພທີ່ສຸດໃນໂລກ” ແລະ ເປັນປະເທດໃຫຍ່ພຽງໜຶ່ງດຽວທີ່ຖືກຈັດເຂົ້າໃນບັນຊີລາຍຊື່ດັ່ງກ່າວ.
ເຈົ້າຂອງບລ໊ອກ ແລະ ນັກທ່ອງທ່ຽວຕ່າງປະເທດຫຼາຍຄົນທີ່ເຄີຍເດີນທາງມາຈີນເວົ້າວ່າ: ເມື່ອເດີນທາງມາເຖິງແຜ່ນດິນແຫ່ງນີ້, ສິ່ງທີ່ໜ້າສົນໃຈທີ່ສຸດອາດບໍ່ແມ່ນລົດໄຟຄວາມໄວສູງ ແລະ ການສະແດງໄຟແສງສີດ້ວຍເຮືອບິນບໍ່ມີຄົນຂັບ, ຫາກແມ່ນເລື່ອງເລັກໆນ້ອຍໆຕ່າງໆ ເຊັ່ນ: 1 ໂມງເຊົ້າ, ຍັງສາມາດໄປກິນປີ້ງຢູ່ນອກ, ປະກະເປົາເປ້ໄວ້ຢູ່ໃນຮ້ານກາເຟເປັນການຊົ່ວຄາວ, ກັບມາແລ້ວກະເປົາ ແລະ ຊັບສິນໃນກະເປົາຍັງຢູ່ບ່ອນເກົ່າ ເຫຼົ່ານີ້ເປັນຕົ້ນ. ຕົວເລກຂໍ້ມູນຈາກອົງການກວດຄົນເຂົ້າ-ອອກເມືອງແຫ່ງຊາດຈີນສະແດງໃຫ້ເຫັນວ່າ: ຫົກເດືອນຕົ້ນປີນີ້, ຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ເດີນທາງມາທ່ອງທ່ຽວຈີນມີເກືອບ 23 ລ້ານເທື່ອຄົນ, ເພີ່ມຂຶ້ນ 20.4% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສາເຫດທີ່ເຮັດໃຫ້ເກີດກະແສທ່ອງທ່ຽວຈີນ ຫຼື “China Travel” ຢ່າງຄຶກຄື້ນ ແມ່ນຍ້ອນສັງຄົມຈີນທີ່ມີຄວາມປອດໄພດີ.
ຄວາມປອດໄພແບບນີ້ບໍ່ແມ່ນເລື່ອງບັງເອີນ ແລະ ບໍ່ງ່າຍກ່ອນຈະໄດ້ມາ, ຫາກແມ່ນຜົນງານຮ່ວມຈາກຄວາມດີເລີດດ້ານລະບອບ, ການປົກຄອງທີ່ລະອຽດຖີ່ຖ້ວນ, ມີພື້ນຖານວັດທະນະທຳທີ່ດີ ແລະ ການພັດທະນາເສດຖະກິດສັງຄົມຢ່າງຕໍ່ເນື່ອງ. ຈາກການຊຸກຍູ້ການປາບປາມກຸ່ມອາຊະຍາກຳ “4 ວົງຕະກຸນໃຫຍ່” ຢູ່ພາກເໜືອມຽນມາ, ເຖິງການເຝົ້າຮັກສາ “ຄວາມປອດໄພດ້ານອາຫານການກິນ” ຂອງປະຊາຊົນຈີນໃຫ້ດີກວ່າເກົ່າ; ຈາກການປາບປາມອາຊະຍາກຳທີ່ກ່ຽວຂ້ອງກັບ “ຜູ້ອາຍຸສູງ ແລະ ເດັກນ້ອຍ” ຕາມກົດໝາຍ, ເຖິງການເສີມສ້າງເຄືອຂ່າຍປ້ອງກັນຄວາມສະຫງົບທາງສັງຄົມຢ່າງລະອຽດຄົບຖ້ວນ; ຈາກການແກ້ໄຂຄວາມຂັດແຍ້ງຈາກກົກຮາກເຖິງການກວດຄັດກອງ ແລະ ແກ້ໄຂໄພອັນຕະລາຍສາທາລະນະທີ່ແຝງຊ້ອນ, ການສ້າງປະເທດຈີນທີ່ປອດໄພດີໄດ້ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນຈີນຕໍ່ຄວາມປອດໄພຢ່າງບໍ່ຢຸດຢັ້ງ ແລະ ຖືກໃຈປະຊາຊົນທີ່ສຸດ. ການສ້າງປະເທດຈີນທີ່ປອດໄພດີແມ່ນນາມບັດແຫ່ງຊາດຂອງຈີນທີ່ດີເດັ່ນ, ທັງແມ່ນພຶດຕິກຳຕົວຈິງທີ່ມີຊີວິດຊີວາໃນການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ, ໄດ້ເຝົ້າຮັກສາຄວາມປອດໄພຂອງປະຊາຊົນ ແລະ ຍິນດີຖອດຖອນບົດຮຽນດ້ານການບໍລິຫານກັບປະເທດຕ່າງໆໃນໂລກ ເຊິ່ງໄດ້ປະກອບສ່ວນສະຕິປັນຍາ ແລະ ກຳລັງວັງຊາຂອງຈີນ ເພື່ອການບໍລິຫານຄວາມປອດໄພສາທາລະນະທົ່ວໂລກ.