ກວດພົບລາຍຮັບອື່ນໆທີ່ບໍ່ມອບເຂົ້າງົບປະມານແຫ່ງລັດຫຼາຍກວ່າ 267 ຕື້ກີບໃນປີ 2026

ອົງການກວດສອບແຫ່ງລັດ ໄດ້ກວດພົບລາຍຮັບອື່ນໆທີ່ບໍ່ມອບເຂົ້າງົບປະມານແຫ່ງລັດສູງເຖິງ 267,99 ຕື້ກີບໃນປີ 2026 ແລະ ໄດ້ສໍາເລັດກວດສອບ 105 ເປົ້າໝາຍ ເທົ່າກັບ 71.43% ຂອງແຜນ (ແຜນໝົດປີ 2026 ແມ່ນ 147 ເປົ້າໝາຍ) ຕາມມະຕິກອງປະຊຸມສະພາແຫ່ງຊາດຮັບຮອງ.
ໃນນັ້ນ, ຂົງເຂດງົບປະມານ 59 ເປົ້າໝາຍ, ຂົງເຂດທະນາຄານ 9 ເປົ້າໝາຍ, ຂົງເຂດວິສາຫະກິດລັດລົງທຶນ ແລະ ບໍລິສັດ 17 ເປົ້າໝາຍ, ຂົງເຂດໂຄງການລົງທຶນຂອງລັດ 8 ເປົ້າໝາຍ, ຂົງເຂດໂຄງການເງິນກູ້ຢືມ ແລະ ຊ່ວຍເຫຼືອລ້າ 12 ເປົ້າໝາຍ. ສ່ວນ 42 ເປົ້າໝາຍ ແມ່ນຢູ່ໃນຂັ້ນຕອນການກວດສອບ ແລະ ຄາດວ່າຈະປະຕິບັດສໍາເລັດຕາມແຜນການພາຍ ໃນເດືອນຕຸລາ 2026.
ນອກຈາກນີ້, ອົງການກວດສອບແຫ່ງລັດ ຍັງກວດສອບເຫັນ 10 ແຂວງລວມມີແຂວງຜົ້ງສາລີ, ຫຼວງນໍ້າທາ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ວຽງຈັນ, ຄຳມ່ວນ, ສາລະວັນ, ເຊກອງ, ຈຳປາສັກ, ອັດຕະປືເກັບພັນທະຕ່າງໆ (ພັນທະອາກອນ, ຄ່າທຳນຽມ, ຄ່າບໍລິການ ແລະ ເງິນລາຍຮັບວິຊາການ) ບໍ່ຄົບຖ້ວນຕາມການໄລ່ລຽງ ແລະ ແຈ້ງມອບ 54,46 ຕື້ກີບ ແລະ 959.157,41 ໂດລາສະຫະລັດ.
ຂໍ້ມູນທີ່ກ່າວມາຂ້າງເທິງນັ້ນແມ່ນທ່ານ ວຽງທະວີສອນ ເທບພະຈັນ ປະທານອົງການກວດສອບແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2026, ບົດລາຍງານຜົນການກວດສອບ ປະຈຳປີ 2026 ແລະ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2027 ຂອງອົງການກວດສອບແຫ່ງລັດ ຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 8 ຕຸລາ 2026 ທີ່ຜ່ານມາ.
ທີ່ມາແຫຼ່ງຂໍ້ມູນ: ຂປລ