ປກສ ເມືອງສີສັດຕະນາກ ວາງກໍາລັງປ້ອງກັນ 737 ທ່ານ ກໍານົດ 59 ຈຸດ ງານບຸນຊ່ວງເຮືອຈອມແຈ້ງ

ທ່ານ ພັທ ສຸລິວັນ ແກ້ວມະນີວົງ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງສີສັດຕະນາກ ຂໍຖືເປັນກຽດຮຽນລາຍງານ ກ່ຽວກັບ ການກະກຽມຄວາມພ້ອມໃນການເຮັດວຽກງານປ້ອງກັນຄວາມສະຫງົບ ໃນໄລຍະການຈັດງານແຂ່ງຂັນບຸນຊ່ວງເຮືອປະເພນີ ທີ່ທ່າວັດບ້ານຈອມແຈ້ງ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ (ນວ) ປະຈຳປີ 2026 ໃນວັນທີ 7 ຕຸລາ 2026 ວ່າ:ເພື່ອຮັບປະກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍ ໃນງານບຸນຊ່ວງເຮືອຈອມແຈ້ງ ນະຄອນຫຼວງວຽງຈັນ ປະຈຳປີ 2026 ໃຫ້ມີບັນຍາກາດຟົດຟື້ນ ຮັກສາໄດ້ຮີດຄອງປະເພນີອັນດີງາມຂອງຊາດ.
ເນື່ອງຈາກວ່າ ບຸນຊ່ວງເຮືອທີ່ທ່າວັດຈອມແຈ້ງປີນີ້ ແມ່ນໄດ້ມີການຍົກລະດັບຂຶ້ນ ໃຫ້ເປັນບຸນຊ່ວງເຮືອ ນວ ປະຈຳປີ 2026 ແລະ ເພື່ອເຮັດໃຫ້ບຸນປະເພນີທີ່ສືບທອດກັນມາແຕ່ດົນນານ ໄດ້ດໍາເນີນໄປຢ່າງເປັນລະບຽບຮຽບຮ້ອຍ ແລະ ມີຄວາມສະຫງົບປອດໄພຮອບດ້ານ ທາງກອງບັນຊາການ ປກສ ນວ ໄດ້ລົງຊີ້ນຳ ແລະ ກວດກາສະຖານທີ່ຮ່ວມກັບ ກອງບັນຊາການ ປກສ ເມືອງສີສັດຕະນາກ ໄດ້ມີການກະກຽມຄວາມພ້ອມ ວາງແຜນ ຈັດວາງກຳລັງລົງປ້ອງກັນ ໃສ່ບັນດາຈຸດສຳຄັນຕ່າງໆ ເຊິ່ງຈະໄດ້ເລີ່ມເອົາກຳລັງເຂົ້າພື້ນທີ່ຕັ້ງແຕ່ເວລາ 8:00 ໂມງ ຂອງວັນທີ 14 ຫາ 18 ຕຸລາ 2026.
ໄລຍະຜ່ານມາ ພວກເຮົາໄດ້ລົງກວດກາສະຖານທີ່ຕົວຈິງ ເຊິ່ງສາມາດກຳນົດຈຸດໄດ້ທັງໝົດ 59 ຈຸດ ບັນຈຸກໍາລັງລົງປ້ອງກັນທັງໝົດ 737 ທ່ານ ຍິງ 14 ທ່ານ ໃນນັ້ນ ມີກໍາລັງມາຈາກກະຊວງ ປກສ ມາຈາກກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນວ ແລະ ກອງບັນຊາການປ້ອງກັນຊາດ-ປ້ອງກັນຄວາມສະຫງົບເມືອງ ນອກນີ້ ຍັງມີກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບບ້ານ ຊາວໜຸ່ມ-ແມ່ຍິງ ເພື່ອຮັບປະກັນຄວາມປອດໄພ ໃຫ້ໄດ້ 100%.
ເພື່ອເປັນການລະບາຍລົດ ແລະ ການສັນຈອນບໍ່ໃຫ້ຕິດຂັດທ າງ ປກສ ເມືອງສີສັດຕະນາກ ໄດ້ຈັດສັນກຳລັງຕຳຫຼວດຈະລາຈອນ ເຂົ້າທັງໝົດ 59 ຈຸດ (ວົງນອກ 21 ຈຸດ ແລະ ວົງໃນ 38 ຈຸດ) ໄດ້ກຳນົດເສັ້ນທາງເດີນລົດ ເພື່ອຫຼີກລ້ຽງບັນຫາການສັນຈອນແອອັດພາຍໃນງານ ເຊິ່ງບັນຈຸກຳລັງອ້າຍນ້ອງຈະລາ ຈອນເຂົ້າທັງໝົດ 170 ທ່ານ ໃນນັ້ນ ໄດ້ຂໍກໍາລັງຈາກພາກສ່ວນຕ່າງໆມາຊ່ວຍ ຍ້ອນກຳລັງພວກເຮົາບໍ່ພຽງພໍ ເປັນຕົ້ນແມ່ນ ກຳລັງຕຳຫຼວດຈະລາຈອນ ນວ ກຳລັງຕຳຫຼວດຈະລາຈອນເມືອງໄຊເຊດຖາ ເມືອງສີໂຄດຕະບອງ ແລະ ເມືອງຫາດຊາຍຟອງ.
ເຖິງຢ່າງໃດກໍຕາມ ເພື່ອກຽມພ້ອມເຮັດໃຫ້ວຽກງານປ້ອງກັນຄວາມສະຫງົບ ແລະ ຮັບປະກັນຄວາມປອດໄພ ຮອບດ້ານ ຂ້າພະເຈົ້າ ຂໍຝາກເຖິງພໍ່ແມ່ນປະຊາຊົນທຸກຊັ້ນຄົນ ພ້ອມດ້ວຍແຂກ ທີ່ຈະມາຮ່ວມໃນງານບຸນປະເພນີ້ ໃນຄັ້ງນີ້ ຮຽກຮ້ອງໃຫ້ທຸກທ່ານ ຈົ່ງພ້ອມກັນຕື່ນຕົວ ປະຕິບັດຕາມແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ປະຕິບັດຕາມມະຕິ ຄໍາສັ່ງ ຄໍາແນະນຳຕ່າງໆ ຂອງຂັ້ນເທິງວາງອອກ ຢ່າງເຂັ້ມງວດ ປະຕິບັດລະບຽບການສັນຈອນ ມີສະຕິໃນການໃຊ້ລົດໃຊ້ຖະໜົນ ໂດຍສະເພາະການເດີນ ທາງເຂົ້າ-ອອກ ໃນງານບຸນຊ່ວງເຮືອ ເພື່ອຫຼີກລ້ຽງການເກີດອຸປະຕິເຫດ ພ້ອມທັງຮັກສາຮີດຄອງປະເພີນີອັນດີງາມ ທີ່ເຄີຍປະຕິບັດສືບທອດກັນມາແຕ່ດົນນານ ໃຫ້ຄົງຢູ່ຄູ່ກັບຊາດລາວເຮົາ ເວົ້າລວມ ເວົ້າສະເພາະ ຊາວເມືອງສີສັດຕະນາກຂອງພວກເຮົາ ເປັນເຈົ້າການໃນການເຮັດວຽກງານປ້ອງກັນຄວາມສະຫງົບ ເປັນຫູເຫັນຕາ ອຳນວຍຄວາມສະດວກ ແລະ ໃຫ້ຄວາມຮ່ວມມືຕໍ່ເຈົ້າໜ້າທີ່ ໃນເວລາປະຕິບັດໜ້າທີ່ວຽກງານ ເຊິ່ງວຽກງານປ້ອງກັນຄວາມສະຫງົບ ແມ່ນໃຫ້ຖືເປັນໜ້າທີ່ຂອງທຸກຄົນ ທີ່ຈະຕ້ອງໄດ້ຮ່ວມແຮງຮ່ວມໃຈກັນ ເພື່ອຄວາມສະຫງົບ-ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍ.