ໂຮງຮຽນ ມສ ພີນຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດຄົບຮອບ 32 ປີ

ໃນຕອນເຊົ້າຂອງວັນທີ 8 ຕຸລາ 2026, ໂຮງຮຽນ ມັດທະຍົມສົມບູນພີນ ເມືອງພີນ ແຂວງສະຫວັນນະເຂດ ໄດ້ຈັດພິທີສະເຫຼີມສະຫຼອງວັນຄູແຫ່ງຊາດ 7 ຕຸລາ ຄົບຮອບ 32 ປີ (7 ຕຸລາ 1994 – 7 ຕຸລາ 2026).ພິທີດັ່ງກ່າວໄດ້ຈັດຂຶ້ນຢູ່ທີ່ສະໂມສອນໂຮງຮຽນ ມສ ພີນ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ສີສະຫວັນ ມຽງມະນີ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງພີນ,ມີທ່ານ ຂັນແກ້ວ ສຸວັນນະລາດ ກຳມະການພັກເມືອງ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າເມືອງພີນ ທັງເປັນຜູ້ຊີ້ນຳກຸ່ມບ້ານພັດທະນາທີ 1,ທ່ານ ຄຳແສນ ສຸລິໂຍໄທ ເລຂາຄະນະພັກຮາກຖານກຸ່ມບ້ານທີ 1 ແລະ ທ່ານ ສົມພັນ ໄຊຍະສານ ຜູ້ອຳນວຍການໂຮງຮຽນ, ມີບັນດາແຂກຖືກເຊີນ, ຄະນະພັດທະນາການສຶກສາຂັ້ນບ້ານ,ສະມາຄົມພໍ່ແມ່ນັກຮຽນ ພ້ອມດ້ວຍຄະນະຄູ-ອາຈານ ແລະ ນັກຮຽນພາຍໃນໂຮງຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ, ທ່ານ ສີສະຫວັນ ມຽງມະນີ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງພີນ ໄດ້ເລົ່າປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສໍາຄັນຂອງ "ວັນຄູແຫ່ງຊາດ 7 ຕຸລາ", ເຊິ່ງເປັນວັນທີ່ມີຄວາມສໍາຄັນຍິ່ງໃນການລະນຶກເຖິງຄຸນງາມຄວາມດີຂອງຄູ-ອາຈານລາວ ທີ່ໄດ້ສຸມໃສ່ການອົບຮົມສັ່ງສອນ, ຮຽກຮ້ອງໃຫ້ຄູ-ອາຈານ ເອົາໃຈໃສ່ຍົກກະດັບຄວາມຮູ້ຄວາມສາມາດ, ຈໍລິຍະທໍາ ແລະ ຄຸນສົມບັດປະຕິວັດ ເພື່ອເປັນແບບຢ່າງທີ່ດີໃຫ້ແກ່ນັກຮຽນ.
ນອກຈາກນີ້, ຕົວແທນນັກຮຽນກໍໄດ້ຂຶ້ນອ່ານບົດອວຍພອນເພື່ອສະແດງຄວາມຮູ້ບຸນຄຸນຂອງຄູ, ພ້ອມທັງໄດ້ມອບກະຕ່າດອກໄມ້ ແລະ ຂອງຂວັນທີ່ກຽມໄວ້ ເພື່ອສະແດງຄວາມເຄົາລົບຕໍ່ຄະນະຄູ-ອາຈານ ທຸກໆທ່ານ.ເພື່ອເຮັດໃຫ້ບັນຍາກາດຂອງງານມີຄວາມຄຶກຄື້ນ, ທາງໂຮງຮຽນຍັງໄດ້ມີການສະແດງສິນລະປະ-ວັນນະຄະດີ ພ້ອມທັງມອບໃບຍ້ອງຍໍໃຫ້ຄູ-ອາຈານ ແລະ ນ້ອງນັກຮຽນຜູ້ທີ່ມີຜົນງານດີເດັ່ນໃນໄລຍະຜ່ານມາ, ເຊິ່ງໄດ້ສ້າງຮອຍຍິ້ມ, ຄວາມອົບອຸ່ນ ແລະ ຄວາມສາມັກຄີຮັກແພງລະຫວ່າງຄູ ແລະ ນັກຮຽນຢ່າງແໜ້ນແຟ້ນ.