ເປີດນຳໃຊ້ຫ້ອງການ ອພສ ແຂວງເຊກອງ ຫຼັງໃໝ່

ພິທີເປີດນຳໃຊ້ຫ້ອງການ ອົງການພຸດທະສາສະໜາສຳພັນລາວ (ອພສ) ແຂວງເຊກອງ ຫຼັງໃໝ່ ໄດ້ມີຂຶ້ນໃນຕອນບ່າຍວັນທີ 10 ຕຸລາ 2026 ນີ້ ຢູ່ທີ່ວັດຫຼວງ ເມືອງລະມາມ ແຂວງເຊກອງ ໂດຍຝ່າຍສົງ ມີພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານອົງການພຸດທະສາສະສາສັມພັນ ແຫ່ງ ສປປ ລາວ, ມີ ພຣະອາຈານໃຫຍ່ ບຸນໂຖ້ຍ ໄຊຍະບຸດ ປະທານ ອພສ ແຂວງເຊກອງ ພ້ອມດ້ວຍ ຄະນະສົງມາຈາກສູນກາງອົງການພຸດທະສາສະໜາສັມພັນລາວ, ອພສ ແຂວງຈຳປາສັກ, ແຂວງສາລະວັນ, ແຂວງອັດຕະປື, ຝ່າຍຄະລະວາດ ມີທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງເຊກອງ, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະຂົນສົ່ງ ພ້ອມດ້ວຍການນຳແຂວງ, ການນຳເມືອງ, ອະດີດພະນັກງານການນຳ, ພະນັກງານອາວຸໂສບຳນານ, ອຳນາດການປົກຄອງບ້ານ ແລະຊາວພຸດທະສາສະກະນິກະຊົນລາວບັນດາເຜົ່າແຂວງເຊກອງເຂົ້າຮ່ວມ.
ໃນພິທີ, ພຣະອາຈານ ປອ ບົວເງິນ ແສງມະນີລາດ ຮອງປະທານ ອພສ ແຂວງເຊກອງ ຜ່ານບົດລາຍງານໂດຍຫຍໍ້ ຜົນສຳເລັດຂອງການກໍ່ສ້າງຫ້ອງການ ອພສ ແຂວງ ເຊິ່ງເລີ່ມແຕ່ 8 ກໍລະກົດ 2024 ໄດ້ຈັດພິທີວາງສີລາລຶກ ເພື່ອເລີ່ມການກໍ່ສ້າງ ໂດຍໂຄງການດັ່ງກ່າວ ມີມູນຄ່າທັງໝົດ 2.500.000.000 ກີບ (ສອງຕື້ຫ້າຮ້ອຍລ້ານກີບ) ໄດ້ຮັບຄວາມເມດຕາໃນການຊ່ວຍເຫຼືອທຶນຂອງພຣະອາຈານໃຫຍ່ ມະຫາເຫວດ ມະເສໄນ ປະທານສູນກາງ ອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ພຣະອາຈານໃຫຍ່ ບຸນເສີຍ ເພົາພາສິດ ຄະນະບໍລິຫານງານປະຈຳການສູນກາງອົງການພຸດທະສາສະໜາສັມພັນ ແຫ່ງ ສປປ ລາວ, ຮອງຫົວໜ້າກັມມາທິການສາທາຣະນຸປະການສູນກາງ ອພສ ແຫ່ງ ສປປ ລາວ, ທັງເປັນປະທານອົງການພຸດທະສາສະໜາສັມພັນລາວ ເມືອງສີໂຄດຕະບອງ, ນະຄອນຫຼວງວຽງຈັນ ພ້ອມດ້ວຍສິດສານຸສິດ, ເຊິ່ງບໍລິສັດສອນກໍ່ສ້າງຄົບວົງຈອນຈໍາກັດພຽງຜູ້ດຽວແຂວງເຊກອງ ເປັນຜູ້ຮັບເໝົາພັດທະນາໂຄງການ ຈົນສໍາເລັດການກໍ່ສ້າງໃນວັນທີ 29 ມິຖຸນາ 2026; ທັງໝົດຜົນງານ ແລະ ຜົນສໍາເລັດນັ້ນ, ຍ້ອນໄດ້ຮັບທິດຊີ້ນໍາ ແລະ ການຊ່ວຍເຫຼືອທຶນຈາກ ພຣະອາຈານໃຫຍ່ ປະທານສູນກາງ ອພສ ແຫ່ງ ສປປ ລາວ ພ້ອມຄະນະ ບວກກັບຄວາມເອົາໃຈໃສ່ຈາກຄະນະພັກອໍານາດການປົກຄອງແຂວງ, ເມືອງ, ບ້ານ, ຜູ້ປະກອບການຫົວໜ່ວຍທຸລະກິດທຸກພາກສ່ວນໃນສັງຄົມ ປະກອບສ່ວນດ້ານ ວັດຖຸປັດໄຈ, ເຫື່ອແຮງ ເຂົ້າໃນການກໍ່ສ້າງໃນຄັ້ງນີ້ ປະສົບຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້.
ຈາກນັ້ນ ໄດ້ມີການມອບ-ຮັບໂຄງການຢ່າງເປັນທາງການ ລະຫວ່າງ ບໍລິສັດຮັບເໝົາກໍ່ສ້າງ ໂດຍທ່ານ ປອ ຄຳໄລ ປັນຍາຄູນ ຕ່າງຫນ້າໃຫ້ບໍລິສັດສອນກໍ່ສ້າງຄົບວົງຈອນ ແລະ ພຣະອາຈານໃຫຍ່ ບຸນໂຖ້ຍ ໄຊຍະບຸດ ປະທານ ອພສ ແຂວງເຊກອງ ແລະ ມີການມອບໃບຍ້ອງຍໍ, ໃບກຽດຕິຄຸນ ໃຫ້ຜູ້ທີ່ມີຜົນງານປະກອບສ່ວນໃນການກໍ່ສ້າງ; ພ້ອມນີ້ ກໍໄດ້ເປີດປ້າຍນຳໃຊ້ຫ້ອງການ ອພສ ແຂວງເຊກອງ ຫຼັງໃໝ່ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນ ສີລິມຸງຄຸນໃນການນໍາໃຊ້ຫ້ອງການດັ່ງກ່າວ ເຂົ້າໃນການພັດທະນາວຽກງານກັມມາທິການສາທາລະນຸປະການແຂວງ ໄປຕາມແຜນການທີ່ວາງເອົາໄວ້.
.....
ຂ່າວ: ອັດສະວິນ