ແຂວງອຸດົມໄຊ ເຜົາທຳລາຍສິ່ງເສບຕິດ 12 ປະເພດ ລວມທັງຢາບ້າເກືອບ 4 ໝື່ນເມັດ ແລະ ຄາຟາອິນ 6 ໂຕນ

ແຂວງອຸດົມໄຊ ຈັດພິທີໂຮມຊຸມນຸມສະເຫລີມສະຫລອງວັນແຫ່ງຊາດ ຕ້ານຢາເສບຕິດ ຄົບຮອບ 25 ປີ ໃນວັນທີ 9 ຕຸລາ 2026 ໂດຍມີທ່ານ ຄຳດີ ວົງລ້ອມ ຮອງເລຂາພັກແຂວງອຸດົມໄຊ, ທ່ານ ພົນຈັດຕະວາ ດວງຈັນ ໄຊວຸດ ຫົວໜ້າກອງບັນຊາການ ປກສ ແຂວງອຸດົມໄຊ, ພ້ອມດ້ວຍການນຳພັກ-ລັດ, ພະແນກການ, ອົງການອ້ອມຂ້າງແຂວງ, ກອງບັນຊາການທະຫານ-ຕຳຫລວດ, ນັກຮຽນ ນັກສຶກສາ, ນັກທຸລະກິດ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນພິທີດັ່ງກ່າວ, ບັນດາຜູ້ເຂົ້າຮ່ວມທັງໝົດໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດໃນໄລຍະ 1 ປີຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານອັນພົ້ນເດັ່ນໃນການປາບປາມ ມ້າງຄະດີ ແລະ ການສຶກສາອົບຮົມການເມືອງແນວຄິດໃຫ້ແກ່ສັງຄົມ.
ໃນພິທີ, ຍັງໄດ້ມີການທຳລາຍຢາເສບຕິດທີ່ຕັດສິນຄະດີແລ້ວຊຶ່ງປະກອບມີ ຢາເສບຕິດ ແລະ ຂອງກາງປະເພດຕ່າງໆ ລວມທັງໝົດ 12 ປະເພດ ທີ່ມີນ້ຳໜັກ ແລະ ມູນຄ່າຈຳນວນຫລວງຫລາຍເຊັ່ນ: ຢາບ້າ 37.799 ເມັດ, ເຮໂຣອິນ ນ້ຳໜັກ 45,5 ກະລາມ, ຢາຝິ່ນ 1,53 ກິໂລກະລາມ, ເຄຕາມິນ 2,5 ກະລາມ, ນ້ຳຢາດີໄອ ຍີ່ຫໍ້ດາທິສຊີນ 2.385 ກ່ອງ, ໃບກະທ่ອມ 116,5 ກິໂລກະລາມ, ຢາສູບໄຟຟ້າ 201 ກອກ, ກ້ອນສີຂາວ ຄ້າຍຄືເຮໂລອິນ 219,9 ກະລາມ, ນ້ຳຢາເຕີມພັອດ 43 ກ່ອງ, ຫົວຢາສູບໄຟຟ້າ 08 ຫົວ, ນ້ຳກະທ່ອມຕົ້ມແລ້ວ 81,5 ລິດ, ແປ້ງຝຸ່ນຄາຟາອິນ 240 ເປົາ ນ້ຳໜັກ 6 ໂຕນ ແລະ ຂອງກາງອື່ນໆອີກຈຳນວນໜຶ່ງ.
ພິທີໃນຄັ້ງນີ້, ບໍ່ພຽງແຕ່ເປັນການສະເຫລີມສະຫລອງວັນປະຫວັດສາດເທົ່ານັ້ນ, ແຕ່ຍัງເປັນການສະແດງໃຫ້ເຫັນເຖິງຄວາມຕັດສິນໃຈອັນໜັກແໜ້ນຂອງອົງການຈັດຕັ້ງພັກ-ລັດ ແລະ ປະຊາຊົນແຂວງອຸດົມໄຊ ໃນການຮ່ວມມືກັນກຳຈັດ ແລະ ປັດເປົ່າ ໄພສັງຄົມດັ່ງກ່າວໃຫ້ໝົດສິ້ນໄປ ເພື່ອສ້າງສາພັດທະນາແຂວງ, ບ້ານເກີດເມືອງນອນໃຫ້ມີຄວາມສະຫງົບສຸກ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ.
ຂ່າວ: ແສງອາທິດ