ພິທີໂຮມຊຸມນຸມ ສະເຫຼີມສະຫຼອງວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ

ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງ ທະນາຄານແຫ່ງ ສປປ ລາວ ຄົບຮອບ 58 ປີ (07 ຕຸລາ 1968-07 ຕຸລາ 2026) ທັງເປັນການຫວນຄືນມູນເຊື້ອ ແລະ ຜົນງານເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງທະນາຄານ ທ່າມກາງບັນຍາກາດທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ພວມສຸມໃສ່ຈັດຕັ້ງຜັນຂະ ຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ໃຫ້ມີຜົນສໍາເລັດ, ຕິດພັນກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ການກະກຽມສະເຫຼີມສະຫຼອງວັນສະຖາປະນາ ສປປ ລາວ ຄົບຮອບ 51 ປີ, ວັນເກີດປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປະຊາຊົນລາວ ຄົບຮອບ 106 ປີ ທີ່ຈະມາເຖິງໃນມໍ່ໆນີ້. ສະນັ້ນ, ໃນວັນທີ 09 ຕຸລາ 2026 ທີ່ສະຖາບັນການທະນາຄານ, ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຈັດພິທີໂຮມຊຸມນຸມສະເຫຼີມສະຫຼອງວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ ຂຶ້ນ. ພິທີເປັນກຽດຕ້ອນຮັບການໃຫ້ກຽດເຂົ້າຮ່ວມ ແລະ ປາຖະກະຖາເລົ່າຫວນຄືນມູນເຊື້ອວັນສຳຄັນດັ່ງກ່າວໂດຍ ທ່ານ ນ. ປານີ ຢາທໍ່ຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະທານປະເທດ ຊຶ່ງມີ ທ່ານ ນ. ບຸນຄໍາ ວໍລະຈິດ ເລຂາທິການສູນກາງພັກ, ຜູ້ວ່າການ ພ້ອມດ້ວຍຄະນະຜູ້ວ່າການ, ອະດີດການນໍາຂອງ ທຫລ; ຄະນະກົມ-ຄະນະສາຂາ ແລະ ຄະນະອຳນວຍການຂອງທະນາຄານທຸລະກິດ ແລະ ບັນດາສະຖາບັນການເງິນ ພ້ອມດ້ວຍພະນັກງານຫຼັກແຫຼ່ງຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນພີທີ ຜູ້ເຂົ້າຮ່ວມຍັງໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານຂອງ ທຫລ ປະຈຳ 9 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ ປະຈຳປີ 2027 ໂດຍການໃຫ້ກຽດນຳສະເໜີຂອງ ທ່ານ ຜູ້ວ່າການ. ພ້ອມດຽວກັນນີ້, ກໍ່ໄດ້ດຳເນີນກອງປະຊຸມວິຊາການ ຊຶ່ງກອງປະຊຸມສໍາມະນາດັ່ງກ່າວໄດ້ດໍາເນີນໄປດ້ວຍສອງຮູບແບບ ໃນ 4 ຫົວຂໍ້ ຄື: ການບັນຍາຍ 2 ຫົວຂໍ້ ແລະ ການສົນທະນາແລກປ່ຽນໃນ 2 ຫົວຂໍ້. ການບັນຍາຍນໍາສະເໜີບົດ ໃນຫົວຂໍ້: ທິດທາງການດຳເນີນນະໂຍບາຍຂອງຂະແໜງທະນາຄານໃນຕໍ່ໜ້າ ໂດຍ ກົມນະໂຍບາຍເງິນຕາ ແລະ ໃນຫົວຂໍ້: ຜົນການຄົ້ນຄ້ວາວິທະ ຍາສາດ ການເງິນແກ້ໄຂຄວາມທຸກຍາກ ແລະ ການເງິນຍືນຍົງ ໂດຍ ສະຖາບັນການທະນາຄານ ພ້ອມດ້ວຍເວທີສົນທະ ນາແລກປ່ຽນ ໃນຫົວຂໍ້: “ບົດບາດຂອງຂະເເໜງທະນາຄານໃນໄລຍະໃໝ່” ແລະ “ການກ້າວສູ່ການເງິນແບບຍືນຍົງ” ໂດຍມີຜູ້ຮ່ວມສົນທະນາຈາກບັນດາກົມພາຍໃນ ທຫລ ແລະ ທະນາຄານທຸລະກິດ ຈໍານວນໜຶ່ງ. ກອງປະຊຸມໄດ້ຮັບກຽດເຂົ້າຮ່ວມເປັນປະທານກິດຕິມະສັກຂອງ ທ່ານ ນ. ບຸນຄໍາ ວໍລະຈິດ ຜູ້ວ່າການ, ພ້ອມດ້ວຍໄດ້ຮັບກຽດເຂົ້າຮ່ວມຂອງ ທ່ານ ນ. ວັດທະນາ ດາລາລອຍ ແລະ ທ່ານ ນ. ຂັນແກ້ວ ຫຼ້າມະນີເງົາ, ຮອງຜູ້ວ່າການ; ຊຶ່ງ ທ່ານ ນ. ວັດທະນາ ດາລາລອຍ ຍັງໄດ້ໃຫ້ກຽດກ່າວເປີດ ມີຄໍາເຫັນຊີ້ນໍາຕໍ່ກອງປະຊຸມສໍາມະນາວິຊາການໃນຄັ້ງນີ້. ນອກນີ້, ຍັງມີພິທີຍ້ອງຍໍຜົນງານໃຫ້ແກ່ກົມກອງ ແລະ ບຸກຄົນທີ່ມີຜົນງານດີເດັ່ນໃນການປະກອບສ່ວນຈັດຕັ້ງປະຕິບັດວຽກງານໃນຂະເເໜງທະນາຄານໃນໄລຍະຜ່ານ. ພ້ອມທັງ, ມີການຈັດຊຸ້ມວາງສະເເດງຜະລິດຕະພັນ ແລະ ສິນຄ້າອຸປະໂພກ-ບໍລິໂພກ ຂອງສາມອົງການ ຈັດຕັ້ງມະຫາຊົນ ຂອງ ທຫລ, ບັນດາທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ບໍ່່ແມ່ນທະນາຄານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນຕອນທ້າຍຂອງພິທີ ທ່ານ ນ. ປານີ ຢາທໍ່ຕູ້ ອະດີດກຳມະການກົມການເມືອງສູນກາງພັກ, ອະດີດຮອງປະ ທານປະເທດ ຍັງໄດ້ໃຫ້ກຽດມີຄວາມເຫັນໂອ້ລົມຕໍ່ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ ໃນຄັ້ງນີ້ ເພື່ອເປັນເຂັມຊີ້ທິດເຍືອງທາງໃນການປະຕິບັດວຽກງານຂະເເໜງທະນາຄານໃນຕໍ່ໜ້າອີກດ້ວຍ.
ພິທີ ໄດ້ດຳເນີນໄປເປັນເວລາ 1 ວັນເຕັມ ດ້ວຍບັນຍາກາດທີ່ອົບອຸ່ນ, ຄຶກຄື້ນ ແລະ ມ່ວນຊື່ນ ເຫັນໄດ້ເຖິງຄວາມສາມັກຄີກົມກຽວຂອງພະນັກງານໃນຂະເເໜງທະນາຄານຢ່າງເເຈ່ມແຈ້ງ ໃນການຮ່ວມໃຈກັນເຄື່ອນໄຫວວຽກງານວິຊາສະເພາະ ແລະ ຂະບວນການຕ່າງໆຢ່າງຕັ້ງໜ້າ ເຮັດໃຫ້ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ທຫລ ຄົບຮອບ 58 ປີ ໃນຄັ້ງນີ້ ບັນລຸຜົນສຳເລັດຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ຢ່າງຈົບງາມ.