ຢາເສບຕິດຄືສັດຕູໂຕຮ້າຍກາດ ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນ-ແກ້ໄຂ

 

      ສະບາຍດີ ບັນດາທ່ານຜູ້ຊົມ! ຂ້າພະເຈົ້າ ພົອ ຄໍາລຽງ ອຸທະໄກສອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະ ຊວງປ້ອງກັນປະເທດ, ປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ.

    ເນື່ອງໃນໂອກາດວັນແຫ່ງຊາດຕ້ານຢາເສບຕິດ ( 12 ຕຸ ລາ ) ໄດ້ໝູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ.ກ່ອນອື່ນ ຂ້າພະເຈົ້າຕາງໜ້າໃຫ້ລັດ​ຖະ​ບານ ກໍຄືປະທານຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ແລະ ໃນ ນາມສ່ວນຕົວ, ຂໍນໍາເອົາຄວາມຢ້ຽມຢາມຖາມຂ່າວອັນອົບ ອຸ່ນ, ຄວາມສາມັກຄີຮັກແພງ ອັນສະໜິດສະໜົມ ມາຍັງພໍ່ແມ່ປະຊາຊົນບັນດາເຜົ່າ, ເພື່ອນມິດສະຫາຍ,ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ແລະ ພະນັກງານ- ລັດຖະກອນ ໃນຂອບເຂດທົ່ວປະເທດ.

     ດັ່ງທີ່ພວກເຮົາຮັບຮູ້ນໍາກັນແລ້ວວ່າບັນຫາຢາເສບຕິດຖືເປັນອາຊະຍາກໍາທີ່ຮ້າຍແຮງທີສຸດຕໍ່ການດໍາລົງຊີວິດຂອງ ມວນມະນຸດ, ມັນທໍາລາຍຄວາມສະຫງົບ, ຄວາມປອດໄພ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ,ເສດຖະກິດ, ວັດທະນາທໍາ ເຊິ່ງຜູ້ທີ່ເຄື່ອນໄຫວພົວພັນກ່ຽວຂ້ອງກັບຢາເສບຕິດໃນທຸກໆກໍລະນີ, ນັບທັງຜູ້ຖືກເຄາະຮ້າຍຈາກຢາເສບຕິດ ລ້ວນແຕ່ເປັນພິດໄພ, ມີຜົນຮ້າຍຕໍ່ຊີວິດ, ສຸຂະ ພາບ, ຊັບສິນຂອງສັງຄົມ, ຫຼື ສ້າງບາດແຜຄວາມເຈັບຊໍ້າດ້ານຈິດໃຈຕໍ່ບຸກຄົນ, ຄອບຄົວ ແລະ ຍາດພີ່ນ້ອງ; ພ້ອມນັ້ນ, ມັນຍັງທໍາລາຍຄວາມສະຫງົບປອດໄພໃນຄອບຄົວ, ກີດຂວາງການພັດທະນາເສດຖະກິດ-ສັງຄົມ ແລະ ຍັງສ້າງຜົນກະທົບຕໍ່ຄວາມໝັ້ນຄົງຂອງປະເທດຊາດ.

      ບັນຫາຢາເສບຕິດຢູ່ ສປປ ລາວ ກໍຄື ກັບຫຼາຍປະເທດໃນໂລກ ຢາເສບຕິດໄດ້ແຜ່ລະບາດແຕ່ຕົວເມືອງໄປສູ່ຊົນ ນະບົດໃນຫຼາຍລະດັບທີ່ແຕກຕ່າງກັນ; ໄດ້ເປັນສາເຫດພາໃຫ້ເກີດປະກົດການຫຍໍ້ທໍ້ ແລະ ອາຊະຍາກໍາປະເພດຕ່າງໆ, ຈໍານວນການທັບມ້າງຄະດີຢາເສບຕິດ, ຈັບຜູ້ຖືກຫາ, ນັກໂທດ, ຜູ້ຕິດຢາເສບຕິດ, ຢາເສບຕິດແຕ່ລະປະເພດທີ່ຢຶດໄດ້ເພີ່ມຂື້້ນຢ່າງໜ້າເປັນຫ່ວງ,ເລ້ຫຼ່ຽມການເຄື່ອນໄຫວລັກລອບ,ຂົນສົ່ງຄ້າຂາຍຢາເສບຕິດມີລັກສະນະເລີກແລບ, ແນບນຽນດ້ວຍຫຼາຍວິທີ,ມີຫຼາຍຮູບການ,ມີຂະບວນການທີ່ສະລັບສັບຊ້ອນເປັນກຸ່ມເຄື່ອຂາ່ຍແໜ້ນໜາ, ເຊື່ອມໂຍງທັງພາຍໃນ ແລະຕ່າງປະເທດ;ນໍາໃຊ້ພາຫະນະ,ອຸປະກອນ ທີ່ທັນສະໄໝ, ມີອາວຸດກຽມພ້ອມຕອບໂຕ້ກັບເຈົ້າໜ້າທີ່ຂອງພວກເຮົາ; ກຸ່ມຄົນເຫຼົ່ານັ້ນໄດ້ຊອກທຸກວິທີທາງ ເພື່ອເບື່ອເມົາຊາວໜຸ່ມ, ເຍົາວະຊົນທີ່ເປັນອານາຄົດຂອງຊາດ ເປັນຕົ້ນການປະສົມສິ່ງເສບຕິດໃສ່ໃນຜະລິດຕະພັນອາ ຫານ,ເຄື່ອງດື່ມ, ຢາປົວພະຍາດ,ຢາສູບໄຟຟ້າ ແລະອື່ນໆ.

       ຍ້ອນເຫັນໄດ້ເຖິງໄພອັນຕະລາຍ ແລະ ຄວາມຈໍາເປັນຕົວຈິງໃນວຽກງານແກ້ໄຂບັນຫາຢາເສບຕິດ ຕ້ອງມີຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ; ໃນໜື່ງປີທີ່ຜ່ານມາ ຄະນະກຳມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໂດຍມີກະຊວງປ້ອງກັນຄວາມສະຫງົບ ເປັນເສນາທິການໃຫ້ສູນກາງພັກລັດຖະບານໃນການຊີ້ນໍາການຈັດຕັ້ງປະຕິ ບັດວຽກງານແກ້ໄຂບັນຫາຢາເສບຕິດຢ່າງຈິງຈັງຕະຫຼອດມາ. ມາຮອດເວລານີ້, ເປັນໄລຍະເວລາການສືບຕໍ່ຈັດຕັ້ງປະຕິບັດຕາມມະຕິ 171/ສພຊ, ລົງວັນທີ 21 ພະຈິກ 2025; ວ່າດ້ວຍການຮັບຮອງເອົາຜົນການຈັດຕັ້ງປະຕິບັດວາລະແຫ່ງຊາດ (2021-2025) ແລະ ທິດທາງແຜນການຕໍ່ໜ້າໃຫ້ຫັນມາເປັນແຜນງານແຫ່ງຊາດຕາມ 6 ວຽກຈຸດສຸມ, ທັງຫັນເຂົ້າສູ່ວຽກງານຕົວຈິງຢ່າງຕັ້ງໜ້າ.

       ປີ 2026 ນີ້ ຄະນະກໍາມະການແກ້ໄຂບັນຫາຢາເສບ ຕິດລະດັບຊາດໄດ້ກໍານົດຫົວຂໍ້ວັນແຫ່ງຊາດຕ້ານຢາເສບ ຕິດວ່າ: “ຢາເສບຕິດຄືສັດຕູໂຕຮ້າຍກາດ, ປວງຊົນລາວທັງຊາດ ຕ້ອງຮ່ວມກັນສະກັດກັ້ນ ແກ້ໄຂ’’ ໃຫ້ນໍາເອົາຈິດໃຈນີ້ເຂົ້າສູ່ວຽກງານຕົວຈິງເປັນຕົ້ນ: ສ້າງຄວາມຮັບຮູ້ທົ່ວສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບ ກົດ ໝາຍ, ພິດໄພຜົນຮ້າຍຂອງຢາເສບຕິດໃຫ້ກວ້າງຂວາງ ແລະ ຕໍ່ເນື່ອງເຊັ່ນ:

       ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ໄດ້ຈັດກິດຈະກໍາພາຍໃຕ້ຫົວຂໍ້ “ ຊາວໜຸ່ມຍຸກໃໝ່ຫ່າງໄກຢາເສບຕິດ ” ເຊິ່ງມີຊາວໜຸ່ມເຂົ້າຮ່ວມແລກປ່ຽນຄໍາຄິດເຫັນໃນການປ້ອງກັນສະກັດກັ້ນ, ແກ້ໄຂຢາເສບຕິດໃນຫຼາຍເນື້ອໃນ ເຊິ່ງໄດ້ເປັນປະ ໂຫຍດຫຼາຍໃນການຊີ້ນໍາ- ນໍາພາ ເຄື່ອນໄຫວວຽກງານແກ້ໄຂຢາເສບຕິດແກ່ເຈົ້າໜ້າທີ່ພວກເຮົາ ແລະ ກໍ່ສະແດງໃຫ້ເຫັນວ່າ: ນີ້ເປັນຊ່ອງທາງໜຶ່ງໃນການສ້າງຄວາມຮັບຮູ້ທີ່ຖືກຕ້ອງໃຫ້ຊາວໜຸ່ມນັກຮຽນ, ນັກສຶກສາ,ປະຊາຊົນລາວບັນດາເຜົ່າ ໄດ້ມີຄວາມຮັບຮູ້, ເຂົ້າໃຈ ຖືກຕ້ອງຕໍ່ກັບພິດໄພຜົນຮ້າຍຂອງຢາເສບຕິດທຸກຊະນິດ, ພ້ອມກັນນີ້, ທົ່ວປວງຊົນລາວໄດ້ສ້າງຄວາມເຂັ້ມແຂງຢູ່ໃນຊຸມຊົນດ້ວຍການໂຄສະນາເຜີຍແຜ່ເຮັດໃຫ້ປະ ຊາຊົນຊາວຄ້າຂາຍ, ກໍາມະກອນ, ຊາວນາ - ຊາວສວນໄດ້ຕື່ນຕົວເຂົ້າ ຮ່ວມປ້ອງກັນ, ແກ້ໄຂບັນຫາຢາເສບຕິດເພີ່ມຂື້ນຢ່າງຕໍ່ ເນື່ອງ ສະແດງອອກໃນການສ້າງຄອບຄົວ, ບ້ານ, ຊຸມຊົນ, ໂຮງຮຽນ, ສະຖາບັນການສຶກສາພາກລັດ - ເອກະຊົນ, ສໍານັກງານ, ອົງການ, ໂຮງຈັກ, ໂຮງງານປອດຢາເສບຕິດເພີ່ມຂື້ນໃນແຕ່ລະໄລຍະ.

       ນອກນັ້ນ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດແຕ່ລະຂັ້ນ ຍັງໄດ້ເອົາໃຈໃສ່ປະສານສົມ ທົບສ້າງເງື່ອນໄຂອໍານວນຄວາມສະດວກໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກ ຫັນໄປປະກອບອາ ຊີບຖືກກົດໝາຍ, ມີລາຍຮັບທີ່ໝັ້ນຄົງ ດ້ວຍການປູກພືດທົດແທນການປູກພືດທີ່ມີສານເສບຕິດ, ສົ່ງເສີມລ້ຽງ ສັດ, ປູກພືດຜັກເປັນສີນຄ້າຈໍາໜ່າຍພາຍໃນ ແລະ ສົ່ງອອກຂາຍຕ່າງປະເທດ, ສໍາລັບຜູ້ຖືກເຄາະຮ້າຍຈາກຢາເສບຕິດແມ່ນໄດ້ຮັບເຂົ້າບໍາບັດປິ່ນປົວສຸຂະພາບ ແລະ ຝຶກວິຊາຊີບຢູ່ໃນສູນປິ່ນປົ່ວ 16 ແຫ່ງຂອງລັດມີປະສິດທິຜົນໃນລະດັບທີ່ແນ່ນອນ.

        ໃນປັດຈຸບັນສາມາດປິ່ນປົ່ວຜູ້ຖືກເຄາະຮ້າຍຈາກສິ່ງເສບຕິດ ໄດ້ກັບຄືນເປັນຄົນດີຂອງສັງຄົມເພີ່ມຂື້ນ; ຄຽງຄູ່ກັນນັ້ນ ລັດຖະບານຍັງມອບໝາຍໃຫ້ທຸກພາກສ່ວນຮ່ວມ ກັນປະຕິບັດວາລະແຫ່ງຊາດວ່າດ້ວຍການພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ, ວຽກງານສາມສ້າງໃນໄລຍະໃໝ່ຕິດພັນກັບການສ້າງບ້ານ,ສະຖາບັນການສຶກສາ, ກະຊວງ, ກົມກອງ, ກໍາລັງປະກອບອາວຸດປອດຢາເສບ ຕິດ,ເພີ່ມທະວີໃນການປະຕິບັດມາດຕະການດ້ານກົດ ໝາຍຕໍ່ຜູ້ກະທໍາຜິດສະເພາະໃນ ປີ 2026 ນີ້, ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບສາມາດແກ້ໄຂຄະດີຢາເສບຕິດໄດ້ຫຼາຍກໍລະນີເປັນຕົ້ນ: ໄດ້ທັບມ້າງ, ຍຶດຢາເສບຕິດ, ຍຶດຊັບ ສິນວັດຖຸຂອງກາງ, ສານເຄມີຕ່າງໆທີ່ພວກກຸ່ມຄົນບໍ່ດີລັກລອບນໍາເຂົ້າຜ່ານປະເທດເຮົາ ເຊິ່ງເຈົ້າໜ້າທີ່ວິຊາສະເພາະທີກ່ຽວຂ້ອງສາມາດຈັບກຸມຜູ້ກະທໍາຜິດມາລົງໂທດຕາມລະບຽບກົດໝາຍ.

     ການປະຕິບັດວຽກງານກອງທຶນ ຄວບຄຸມ, ສະກັດກັ້ນ ແລະ ຕ້ານຢາເສບຕິດ ສູນກາງ-ທ້ອງຖີ່ນ ມີລະບົບການຈັດ ຕັ້ງຄົບຊຸດ,ສາມາດເຄື່ອນໄຫວວຽກງານເກັບກໍາທ້ອນໂຮມ, ສະສາງຊັບສີນໃນຄະດີຢາເສບຕິດທີ່ສານຕັດສີນຮິບເປັນຂອງລັດເຂົ້າງົບປະມານ ແລະ ຮັບໃຊ້ວຽກງານວິຊາສະເພາະທີ່ຈໍາເປັນໄດ້ຢ່າງມີປະສິດທິຜົນ.

      ພັກ-ລັດຖະບານ ຍັງໄດ້ຊຸກຍູ້ສົ່ງເສີມການຮ່ວມມືກັບພາກພື້ນ, ສາກົນ,ໃນປີຜ່ານມາ ສປປ ລາວ ໄດ້ເຂົ້າຮ່ວມກອງປະຊຸມໃນລະດັບຕ່າງໆທີ່ກ່ຽວຂ້ອງກັບວຽກງານຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ກໍຄືການປະຕິບັດສົນທິສັນຍາທີ່ລາວໄດ້ເປັນພາຄີ ວ່າດ້ວຍການຄວບຄຸມຢາເສບຕິດ ເຫັນໄດ້ວ່າ:​ ບັນດາປະເທດໃນພາກພື້ນກໍ່ຄືໃນໂລກໄດ້ຖືເອົາວຽກງານປ້ອງກັນ, ແກ້ໄຂຢາເສບຕິດເປັນວຽກໜື່ງທີ່ຈໍາເປັນ, ສໍາຄັນ ແລະ ພ້ອມທີ່ຈະຮ່ວມກັນແກ້ໄຂໃຫ້ມີຜົນສໍາເລັດເປັນຮູບປະທໍາໃນແຕ່ລະໄລຍະ.

        ພີ່ນ້ອງຮ່ວມຊາດທີ່ນັບຖື ແລະ ຮັກແພງທັງຫຼາຍ

ຍ້ອນ ເຫັນໄດ້ເຖີງໄພອັນຕະລາຍຂອງບັນຫາຢາເສບຕິດດັ່ງກ່າວ ພັກ-ລັດຖະບານ, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ ຈຶ່ງໄດ້ຍົກລະດັບມາດຕະການ, ການນໍາພາ-ຊີ້ນໍາວຽກງານແກ້ໄຂບັນຫາຢາເສບຕິດໃຫ້ມີຄວາມເດັດຂາດ, ຈິງຈັງ ທັງໄດ້ວາງນະໂຍບາຍ ສ້າງເປັນແຜນງານແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ (2026-2030) ເພື່ອຮັບປະກັນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວໃຫ້ໄປຕາມ 6 ວຽກຈຸດສຸມຢ່າງເປັນລະບົບຕໍ່ ເນື່ອງ; ເຮັດໃຫ້ອາຊະຍາກໍາຢາເສບຕິດທຸກຮູບແບບຫຼຸດ ລົງຢ່າງຊັດເຈນ.

        ສະນັ້ນ, ໃນນາມລັດຖະບານແຫ່ງ ສປປ ລາວ, ຄະ ນະກໍາມະການແກ້ໄຂບັນຫາຢາເສບຕິດລະ ດັບຊາດ ຂ້າ ພະເຈົ້າຂໍມອບໝາຍໜ້າທີ່ໃຫ້ບັນດາຂະແໜງການ, ກະ ຊວງ, ອົງການຈັດຕັ້ງທີ່ກ່ຽວຂ້ອງ ແລະ ຮຽກຮ້ອງມາຍັງທົ່ວປວງຊົນລາວຈົ່ງພ້ອມກັນຈັດຕັ້ງປະຕິບັດ ດັ່ງນີ້:

      ໜຶ່ງ. ທຸກຂະແໜງການທັງພາກລັດ-ເອກະຊົນ ຕ້ອງຖື ເອົາວຽກງານປ້ອງກັນ,ສະກັດກັ້ນ ແລະ ຕ້ານຢາເສບຕິດ ເປັນພັນທະ, ເປັນໜ້າທີ່ຄວາມຮັບຜິດຊອບຂອງຕົນ ແຕ່ສູນ ກາງຮອດທ້ອງຖິ່ນ ພ້ອມທັງກໍານົດເອົາວຽກດັ່ງກ່າວເຂົ້້າເປັນວຽກທີ່ຕິດພັນກັບການເຄື່ອນໄຫວວຽກງານວິຊາສະເພາະຂອງແຕ່ລະຂະ ແໜງການ;

      ສອງ. ກະຊວງປ້ອງກັນຄວາມສະຫງົບ, ຄະນະໂຄສະ ນາອົບຮົມສູນກາງພັກ, ອົງການຈັດຕັ້ງມະຫາຊົນ ແລະ ອົງ ການຈັດຕັ້ງທຸກພາກສ່ວນໃນທົ່ວສັງຄົມ ຈົ່ງຍົກສູງວຽກ ງານໂຄສະນາສ້າງຄວາມຮັບຮູ້ທົ່ວສັງຄົມໃຫ້ກວ້າງຂວາງດ້ວຍຫຼາຍວິທີການທີ່ສ່ອງແສງໃຫ້ເຫັນເຖິງພິດໄພຜົນຮ້າຍຂອງຢາເສບຕິດໃຫ້ຊາວໜຸ່ມ, ເຍົາວະຊົນ ແລະ ປະຊາຊົນບັນດາເຜົ່າ; ເພື່ອເຮັດໃຫ້ເຂົາເຈົ້າເຂົ້າໃຈຢ່າງຖືກຕ້ອງ, ຕື່ນຕົວ,ສະມັກໃຈປະກອບສ່ວນເຂົ້າຮ່ວມເຮັດວຽກງານແກ້ ໄຂບັນຫາຢາເສບຕິດທົ່ວປວງຊົນໃຫ້ຫຼາຍຂື້ນ;

       ສາມ. ກະຊວງປ້ອງກັນຄວາມສະຫງົບ, ບັນດາກອງບັນຊາການປ້ອງກັນຄວາມສະຫງົບແຂວງ/ນະຄອນຫຼວງ ຮ່ວມກັບກະຊວງສາທາລະນະສຸກ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມເອົາໃຈໃສ່ການບໍາບັດປິ່ນປົ່ວ, ຟື້ນຟູສຸຂະພາບ ແລະ ຝຶກວິຊາຊີບເບື້ອງຕົ້ນໃຫ້ຜູ້ຖືກເຄາະຮ້າຍທີ່ເຂົ້າປິ່ນປົ່ວອອກຢາເສບຕິດຢູ່ໃນ 16 ສູນ ໃຫ້ມີຄຸນນະ ພາບ ແລະ ຕ້ອງໄດ້ຕິດຕາມຊ່ວຍເຫຼືອເຮັດໃຫ້ຜູ້ອອກຢາເສບຕິດ ໄດ້ມີຊີວິດການເປັນຢູ່ຢ່າງເປັນປົກກະຕິ, ເພື່ອຮັບ ປະກັນບໍ່ໃຫ້ຄົນເຫຼົ່ານັ້ນໄປຕິດຢາເສບຕິດຄືນອີກ;

       ສີ່. ບັນດາຂະແໜງການປະຕິບັດໜ້າທີ່ດໍາເນີນຄະດີຕາມຂະບວນການຍຸຕິທໍາ ແຕ່ລະຂັ້ນຕ້ອງມີຄວາມເດັດຂາດໂປ່ງໃສ, ເປັນມືອາຊີບ ເພື່ອຮັບປະກັນວຽກງານວິຊາສະເພາະ, ກົດໝາຍ ແລະ ການເມືອງ, ຮັບປະກັນເຮັດໃຫ້ບັນຫາຢາເສບຕິດຢູ່ໃນປະເທດເຮົາຫຼຸດລົງຢ່າງຊັດເຈນຈະແຈ້ງ;

     ຫ້າ. ກະຊວງປ້ອງກັນຄວາມສະຫງົບ ( ຄະນະກໍາມະການແກ້ໄຂບັນຫາຢາເສບຕິດຂັ້ນແຂວງ ) ໃຫ້ສືບຕໍ່ຊີ້ນໍາການປັບປຸງລະບົບການຈັດຕັ້ງສະພາບໍລິຫານ, ກອງເລຂາ ແລະ ການເຄື່ອນໄຫວຈັດຕັ້ງປະຕິບັດຕາມມາດຕາ 5 ຂອງດໍາລັດ 639/ລບ ວ່າດ້ວຍກອງທຶນ ຄວບຄຸມສະກັດກັ້ນ ແລະ ຕ້ານຢາເສບຕິດ ໂດຍສະເພາະແມ່ນການເກັບກໍາ, ຂຶ້ນບັນຊີ, ຊໍາລະສະສາງ,ເອກະພາບການຄຸ້ມຄອງງົບປະ ມານກ່ອນມອບເຂົ້າກອງທຶນແຕ່ລະຂັ້ນ ເພື່ອຮັບປະກັນໃຫ້ສາມາດມີ ງົບປະມານຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ໃຫ້ແກ່ການແກ້ໄຂບັນຫາຢາເສບຕິດທີ່ຈໍາເປັນໄດ້ຢ່າງຄ່ອງຕົວ;

      ຫົກ. ກະຊວງປ້ອງກັນຄວາມສະຫງົບ, ກະຊວງກະສິກໍາ ແລະ ສິ່ງແວດລ້ອມ, ບັນດາຂະແໜງການທີ່ກ່ຽວຂ້ອງຍັງຕ້ອງໄດ້ເອົາໃຈໃສ່ລົງໃກ້ສິດ ສຶກສາອົບຮົມໃຫ້ຄວາມຮູ້ແກ່ປະຊາຊົນ ບໍ່ໃຫ້ລັກລອບປູກພືດທີ່ມີສານເສບຕິດ, ຊຸກ ຍູ້, ສົ່ງເສີມເຂົາເຈົ້າໄດ້ມີເງື່ອນໄຂຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ແທນການປູກພືດທີ່ມີສານເສບຕິດ,ພ້ອມທັງດໍາເນີນມາດຕະການທາງກົດໝາຍຢາງເດັດຂາດຕໍ່ຜູ້ກະທໍາຜິດ;

       ເຈັດ. ເພີ່ມທະວີການພົວພັນຮ່ວມມືກັບພາກພື້ນ,ສາ ກົນເພື່ອຍາດແຍ່ງເອົາການຊ່ວຍເຫຼືອ, ສະໜັບສະໜູນທາງດ້ານທຶນຮອນ ປະກອບສ່ວນເຂົ້າໃນວຽກງານແກ້ໄຂບັນ ຫາຢາເສບຕິດໂດຍສະເພາະແມ່ນການສົ່ງເສີມປະຊາຊົນສ້າງອາຊີບທີ່ໝັ້ນຄົງ,ການສະໜອງ, ແລກປ່ຽນຂໍ້ມູນຂ່າວ ສານທີ່ຈໍາເປັນລວມທັງການ ປະສານສົມທົບ, ປ້ອງກັນການລັກລອບຄ້າຂາຍ, ຂົນສົ່ງຢາເສບຕິດ, ສານເຄມີຕົ້ນຂອບເຂດບໍລິເວນຊາຍແດນຢ່າງເດັດຂາດ;

         ນະໂອກາດອັນມີຄວາມໝາຍສໍາຄັນນີ້ ຕາງໜ້າລັດ ຖະບານ ແລະ ຄະນະກໍາມະການແກ້ໄຂບັນຫາຢາເສບຕິດລະດັບຊາດ, ຂ້າພະເຈົ້າ ຂໍສະແດງຄວາມຍ້ອງຍໍຊົມເຊີຍຕໍ່ເຈົ້າໜ້າທີ່, ຄະນະກໍາມະການແກ້ໄຂບັນຫາຢາເສບຕິດທຸກຂັ້ນຕະຫຼອດຮອດປະຊາຊົນລາວບັນດາເຜົ່າຂອບເຂດທົ່ວປະເທດທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກນີ້ຕະ ຫຼອດມາ.

       ພ້ອມດຽວກັນນີ້, ຂໍສະແດງຄວາມຂອບໃຈຢ່າງເລີກເຊິ່ງມາຍັງປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ອົງ ການຈັດຕັ້ງທາງສັງຄົມ ແລະ ຜູ້ປະກອບການ ທັງພາກລັດ, ເອກະຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການຊ່ວຍເຫຼືອສະໜັບສະໜູນດ້ານທຶນຮອນ, ວັດຖຸອຸປະກອນຮັບໃຊ້ເຂົ້າໃນວຽກງານແກ້ໄຂບັນຫາຢາເສບຕິດ ຢູ່ ສປປ ລາວ ດ້ວຍດີຕະຫຼອດມາ.

        ຂ້າພະເຈົ້າເຊື່ອໝັ້ນວ່າ ດ້ວຍຄວາມສາມັກຄີເປັນຈິດໜຶ່ງໃຈດຽວຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ບວກກັບການຮ່ວມມື, ການສະໜັບສະໜູນຊ່ວຍ ເຫຼືອຈາກເພື່ອນມິດສາກົນ,ພວກເຮົາຈະສາມາດເອົາຊະ ນະອຸປະສັກຫຍໍ້ທໍ້ຕ່າງໆ ແລະ ເຮັດໃຫ້ບັນຫາຢາເສບຕິດຫຼຸດໜ້ອຍຖອຍລົງເທື່ອລະກ້າວ. ທຸກຄົນ, ທຸກຊົນເຜົ່າ, ທຸກສາດສະໜາ ບໍ່ເປັນທາດຢາເສບຕິດ, ຊີວິດ-ວັດທະນາທໍາ ຈະຮຸ່ງເຮືອງສີວິໄລ.  

ຂໍ້ມູນ: ກົມສື່ມວນຊົນ ປກສ