
ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈຳປີ 2026 ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນວັນທີ 8 ຕຸລາ 2026 ຜ່ານມານີ້, ເຊິ່ງທ່ານໄດ້ເປີດເຜີຍຜົນການກວດກາການນຳເຂົ້າພາຫະນະຊົ່ວຄາວ, ຍົກເວັ້ນພາສີ-ອາກອນ ແລະ ການເສຍພາສີ-ອາກອນ 1% ເລີ່ມແຕ່ປີ 2019 ທີ່ໄດ້ດຳເນີນໃນ 9 ແຂວງ.
ຜ່ານການກວດກາຕົວຈິງ ພົບເຫັນຂໍ້ຄົງຄ້າງ ຫຼາຍດ້ານ ດັ່ງນີ້:
- ການອະນຸມັດນຳເຂົ້າພາຫະນະຍັງບໍ່ເປັນລະບົບ, ມີການອະນຸມັດຫຼາຍຄັ້ງຕໍ່ປີ, ໃບອະນຸຍາດດຳເນີນທຸລະກິດໝົດອາຍຸແຕ່ຍັງນຳມາປະກອບເຂົ້າໃນແຜນນຳເຂົ້າພາຫະນະ, ທະບຽນວິສາຫະກິດບໍ່ຖືກກັບທຸລະກິດທີ່ປະຕິບັດຕົວຈິງ ແລະ ມີການນຳໃຊ້ເລກປະຈຳຕົວຜູ້ເສຍອາກອນຂອງບໍລິສັດອື່ນມານຳເຂົ້າພາຫະນະກົນຈັກໜັກ.
- ມີພາຫະນະນຳເຂົ້າແບບຊົ່ວຄາວ (IM8) ແລະ ນຳເຂົ້າເສຍພາສີ-ອາກອນ 1% ຈຳນວນທັງໝົດ 141 ຄັນ ຢູ່ 6 ແຂວງ (ແຂວງຈຳປາສັກ, ສະຫວັນນະເຂດ, ຊຽງຂວາງ, ໄຊສົມບູນ, ບໍລິຄຳໄຊ ແລະ ແຂວງຫົວພັນ) ທີ່ສັນຍາໝົດກຳນົດ, ບໍ່ຕໍ່ສັນຍາ, ບໍ່ສົ່ງລົດອອກຄືນ ແລະ ນຳໃຊ້ບໍ່ຖືກເປົ້າໝາຍ;
- ກວດພົບ ພາຫະນະທີ່ບໍ່ມີເອກະສານຢັ້ງຢືນການນຳເຂົ້າ, ການເສຍພາສີ-ອາກອນ ຕາມກົດໝາຍ ຢູ່ແຂວງໄຊສົມບູນ ແລະ ແຂວງບໍລິຄຳໄຊ ຈຳນວນ 310 ຄັນ (ໃນນີ້: ຫົວລາກ 158 ຫົວ, ຫາງລາກ 130 ຫາງ, ລົດສິບລໍ້ 18 ຄັນ ແລະ ລົດຈັກ 04 ຄັນ);
- ພົບລົດ ຈໍານວນ 8 ຄັນ (ແຂວງຊຽງຂວາງ) ມີເອກະສານການນຳເຂົ້າ ມາຮັບໃຊ້ໂຄງການ ແຕ່ບໍ່ເຫັນລົດຕົວຈິງຢູ່ພາກສະໜາມ.
ຕໍ່ກັບບັນຫາດັ່ງກ່າວ, ອົງການກວດກາແຫ່ງລັດ ໄດ້ສະເໜີໃຫ້ພາກສ່ວນກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ປະຕິບັດນະໂຍບາຍສົ່ງເສີມການລົງທຶນດ້ານພາສີ ແລະ ອາກອນມູນຄ່າເພີ່ມ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການວາງອອກໃນແຕ່ລະໄລຍະ.
ຂ່າວ: ເສດຖະກິດ-ສັງຄົມ