ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນຄັ້ງວັນທີ 12 ຕຸລາ 2026, ທ່ານ ລາວປ່າວຊົງ ນະວົງໄຊ ກຳມະການສູນກາງພັກ, ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳ ສູນກາງແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າແຫ່ງຊາດລາວ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ໄດ້ນຳເອົາຄຳຄິດເຫັນ, ຄວາມມຸ້ງມາດປາຖະໜາ ແລະ ຫາງສຽງຂອງປະຊາຊົນບັນດາເຜົ່າ ສ່ອງແສງເຖິງກອງປະຊຸມສະພາແຫ່ງຊາດ ຜ່ານໄປຍັງລັດຖະບານ ເພື່ອພິຈາລະນາແກ້ໄຂບັນຫາທີ່ສັງຄົມໃຫ້ຄວາມສົນໃຈ 10 ປະການ ດັ່ງນີ້:
1) ເພີ່ມຄວາມເຂັ້ມງວດເດັດຂາດ ໃນການປະຕິບັດບັນດາມາດຕະການຄວບຄຸມລາຄາສິນຄ້າອຸປະໂພກ-ບໍລິໂພກ, ແກ້ໄຂບັນຫາຄ່າຄອງຊີບທີ່ເພີ່ມຂຶ້ນສູງ ໄປຄວບຄູ່ກັບການສ້າງວຽກເຮັດງານທຳໃຫ້ຫຼາຍຂຶ້ນ; ຍົກລະດັບພື້ນຖານການພັດທະນາສັງຄົມ ແລະ ການບໍລິຫານລັດ ເພື່ອປະຕິຮູບກົນໄກໃຫ້ມີຄວາມໂປ່ງໃສ, ວ່ອງໄວ, ຫຼຸດຜ່ອນຂັ້ນຕອນ, ດຳເນີນມາດຕະການປາບປາມການສໍ້ລາດບັງຫຼວງ ແລະ ການໃຊ້ອຳນາດໂດຍບໍ່ຊອບທຳຂອງພະນັກງານ-ລັດຖະກອນ ແລະ ເຈົ້າໜ້າທີ່ທຸກພາກສ່ວນຢ່າງຈິງຈັງ, ເດັດຂາດ ແລະ ແກ້ໄຂໃຫ້ເຫັນຜົນຕົວຈິງ ເພື່ອຍົກສູງບົດບາດການນຳພາຂອງພັກ ແລະ ຄວາມໄວ້ວາງໃຈຕໍ່ກົນໄກການບໍລິຫານລັດ ຈາກປະຊາຊົນ.
2) ຕິດຕາມ, ກວດກາ ແລະ ຊຸກຍູ້ກະຊວງທີ່ກ່ຽວຂ້ອງ ໃນການສ້ອມແປງເສັ້ນທາງທີ່ເປ່ເພຢູ່ຫຼາຍເຂດ, ຫຼາຍຈຸດ ໃນນະຄອນຫຼວງ ແລະ ຫຼາຍໆແຂວງ ທີ່ປະສົບໄພພິບັດທຳມະຊາດ ເຊິ່ງເຫັນວ່າບໍ່ທັນມີຄຸນນະພາບ, ມີຄວາມຊັກຊ້າ, ແປງແລ້ວແປງອີກ ເຮັດໃຫ້ການສັນຈອນໄປມາພົບຄວາມຫຍຸ້ງຍາກ, ສ່ຽງອຸປະຕິເຫດ ແລະ ສິ້ນເປືອງງົບປະມານຂອງລັດ.
3) ຕິດຕາມ, ກວດກາ, ແກ້ໄຂ ແລະ ຊຸກຍູ້ ພາກສ່ວນກ່ຽວຂ້ອງ ຕໍ່ກັບການພິຈາລະນາ, ພິພາກສາ, ການຕັດສິນຄະດີຂອງສານປະຊາຊົນແຕ່ລະຂັ້ນ ເຊິ່ງມີບາງກໍລະນີບໍ່ມີຄວາມຍຸຕິທຳ, ບໍ່ມີຄວາມໂປ່ງໃສ, ບໍ່ມີຈັນຍາບັນ ແລະ ຈັນຍາ ເຮັດໃຫ້ປະຊາຊົນຂາດຄວາມເຊື່ອໝັ້ນຕໍ່ຂະບວນການຍຸຕິທຳຂອງລັດ.
4) ຕິດຕາມ, ກວດກາ, ແກ້ໄຂ ແລະ ຊຸກຍູ້ການຜະລິດຂອງປະຊາຊົນ ເປັນຕົ້ນແມ່ນດ້ານສິນເຊື່ອ, ເຕັກນິກການປູກຝັງ-ການລ້ຽງສັດ ແລະ ການຊອກຕະຫຼາດ ເພື່ອຮອງຮັບຜົນຜະລິດກະສິກຳທີ່ໝັ້ນຄົງ.
5) ຕິດຕາມ ແລະ ກວດກາຄືນ ບັນຫາຂຸດຄົ້ນແຮ່ທາດຕ່າງໆ ເຊິ່ງເຫັນວ່າຢູ່ຫຼາຍແຂວງຍັງມີການລັກລອບຂຸດຄົ້ນຊະຊາຍຢູ່ ເຮັດໃຫ້ປະຊາຊົນບັນດາເຜົ່າໄດ້ຮັບຜົນກະທົບ ເປັນຕົ້ນແມ່ນເນື້ອທີ່ການຜະລິດ, ມົນລະພິດ, ສານເຄມີເຈືອປົນໃນນ້ຳ ເຮັດໃຫ້ການດຳລົງຊີວິດຂອງປະຊາຊົນພົບຄວາມຫຍຸ້ງຍາກ ຂາດນ້ຳກິນ, ນ້ຳໃຊ້. ສະນັ້ນ, ເພື່ອໃຫ້ລັດຖະບານນຳໃຊ້ມາດຕະການຢ່າງເຂັ້ມງວດ ແລະ ເດັດຂາດຕໍ່ຜູ້ລະເມີດໃຫ້ເຫັນເປັນຮູບປະທຳ.
6) ການນຳໃຊ້ສື່ສັງຄົມອອນລາຍ ເພື່ອຫວັງມ້າງເພທຳລາຍກຽດສັກສີຂອງອົງການຈັດຕັ້ງພັກ-ລັດ, ການໂຈມຕີບຸກຄົນໃນການນຳລະດັບສູງ, ບຸກຄົນ, ນິຕິບຸກຄົນ ຢາກໃຫ້ມີມາດຕະການທີ່ເຂັ້ມງວດ ແລະ ດຳເນີນຄະດີຕໍ່ບັນດາຜູ້ນຳໃຊ້ສື່ສັງຄົມອອນລາຍ ທີ່ກະທຳຜິດລະເມີດສິດທິສ່ວນບຸກຄົນ.
7) ການຄຸ້ມຄອງນ້ຳໜັກລົດບັນທຸກທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາ ສປປ ລາວ ຜ່ານຈຸດກວດຕາຊັ່ງນ້ຳໜັກ ເຫັນວ່າຍັງມີການລະເມີດລະບຽບກົດໝາຍທີ່ກຳນົດໄວ້ ເຮັດໃຫ້ເສັ້ນທາງມີຄວາມເປ່ເພ; ຄວນມີການກວດສອບພະນັກງານກ່ຽວຂ້ອງໃຫ້ເຂັ້ມງວດ ຖ້າພົບເຫັນມີການກະທຳຜິດໃຫ້ດຳເນີນຄະດີ ແລະ ປັບໃໝຕໍ່ບໍລິສັດ, ເຈົ້າຂອງລົດ ແລະ ພະນັກງານທີ່ລະເມີດຢ່າງເດັດຂາດ ໂດຍສະເພາະປະຕິບັດໂທດທາງອາຍາ, ທາງແພ່ງ ແລະ ແຈ້ງອອກສື່ມວນຊົນ ຄືຄະດີສໍ້ລາດບັງຫຼວງຢູ່ນະຄອນຫຼວງວຽງຈັນ ແລະ ແຂວງອັດຕະປື.
8) ການເຂົ້າມາລົງທຶນຂອງນັກທຸລະກິດຕ່າງປະເທດໃນ ສປປ ລາວ ເຫັນວ່າມີແຜ່ຫຼາຍ ເຮັດໃຫ້ວຽກທີ່ສະຫງວນໃຫ້ຄົນລາວຖືກຄົນຕ່າງປະເທດຍາດວຽກເຮັດງານທຳ, ເຮັດໃຫ້ທຸລະກິດຂອງຄົນລາວບໍ່ສາມາດດຳເນີນຕໍ່ໄດ້ ແລະ ການໃຊ້ສິດຂອງຊາວຕ່າງດ້າວທີ່ດຳລົງຊີວິດຢູ່ໃນ ສປປ ລາວ ທີ່ບໍ່ມີຄວາມຢ້ານກົວຕໍ່ກົດໝາຍ ແລະ ລະເມີດກົດໝາຍຂອງ ສປປ ລາວ ຢ່າງແຈ່ມແຈ້ງ; ພາກສ່ວນກ່ຽວຂ້ອງຄວນກວດກາ ແລະ ເຂັ້ມງວດຕໍ່ບັນດາທຸລະກິດ ແລະ ບຸກຄົນທີ່ມາດຳເນີນທຸລະກິດຢູ່ ສປປ ລາວ.
9) ບັນດາປະກົດການຫຍໍ້ທໍ້ ເຊັ່ນ: ການປຸ້ນຈີ້-ຊິງຊັບ, ການມົ້ວສຸມຂອງໄວໜຸ່ມ (ຫ້ອງປາຕີ້), ບັນຫາຢາເສບຕິດແຜ່ລະບາດຢ່າງໄວວາໃນກຸ່ມໄວໜຸ່ມ ເປັນຕົ້ນແມ່ນ ກະທອມ, ຢາສູບໄຟຟ້າ, ເຄ, ຄໍລະເຈນ ແລະ ອື່ນໆ ຍັງບໍ່ສາມາດຄວບຄຸມໄດ້; ການເປີດຮ້ານບັນເທິງກາຍໂມງເວລາທີ່ກົດໝາຍກຳນົດ ເປັນບ່ອນມົ້ວສຸມ (ການຄ້າປະເວນີ) ແລະ ບັນຫາອາຊະຍາກຳທາງອອນໄລນ໌ (ສະແກຣມເມີ); ພາກສ່ວນທີ່ກ່ຽວຂ້ອງຄວນປະຕິບັດມາດຕະການເຂັ້ມງວດຕໍ່ຜູ້ລະເມີດລະບຽບ-ກົດໝາຍ.
10) ການບໍລິການທາງດ້ານສຶກສາ-ສາທາລະນະສຸກ ຍັງມີຂໍ້ຈຳກັດທາງດ້ານບຸກຄະລາກອນ, ຢາປົວພະຍາດ, ອຸປະກອນການແພດທີ່ຈຳເປັນໃນເຂດຫ່າງໄກສອກຫຼີກ; ຈັນຍາບັນ-ຈັນຍາທຳຂອງແພດໝໍຈຳນວນໜຶ່ງຍັງແຂງກະດ້າງຕໍ່ປະຊາຊົນ ແລະ ການປະລະການຮຽນຂອງນັກຮຽນຊັ້ນປະຖົມ-ມັດທະຍົມ ໃນຂອບເຂດທົ່ວປະເທດຍັງມີທ່າອ່ຽງເພີ່ມຂຶ້ນ.
ທ່ານ ລາວປ່າວຊົງ ນະວົງໄຊ ໄດ້ເນັ້ນຢ້ຳຕື່ມວ່າ: ການສະເໜີຄຳຄິດຄຳເຫັນຂອງປະຊາຊົນບັນດາເຜົ່າໃນຄັ້ງນີ້ ກໍເພື່ອໃຫ້ກອງປະຊຸມສະພາແຫ່ງຊາດ, ລັດຖະບານ ແລະ ພາກສ່ວນກ່ຽວຂ້ອງ ໄດ້ຄົ້ນຄວ້າພິຈາລະນາ ຫຼື ມີຄຳອະທິບາຍຊີ້ແຈງຢ່າງເປັນລະບົບ, ຊັດເຈນ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈ ແລະ ເພີ່ມພູນຄວາມເຊື່ອໝັ້ນຂອງປະຊາຊົນຕໍ່ສະພາແຫ່ງຊາດ ກໍຄືພັກ-ລັດ, ສ້າງໃຫ້ສັງຄົມມີຄວາມສະຫງົບ, ສາມັກຄີປອງດອງ, ຍຸຕິທຳ ແລະ ສີວິໄລ.
ຂ່າວ: ສາວລາວໃຕ້