ໃນກອງປະຊຸມສະໄໝສາມັນເທື່ອທີ 02 ຂອງສະພາແຫ່ງຊາດ ຊຸດທີ X, ຄັ້ງວັນທີ 07 ຕຸລາ 2026 ຜ່ານມາ, ທ່ານ ສັນຕິພາບ ພົມວິຫານ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ, ຕາງໜ້າໃຫ້ລັດຖະບານ ໄດ້ຊີ້ແຈງຕໍ່ກອງປະຊຸມ ໂດຍມີເນື້ອໃນສຳຄັນກ່ຽວກັບການຈັດສັນງົບປະມານການລົງທຶນຂອງລັດ ເພື່ອຊຸກຍູ້ແຜນພັດທະນາເສດຖະກິດ-ສັງຄົມ.
ເພື່ອແກ້ໄຂບັນຫາການລົງທຶນກະແຈກກະຈາຍ ແລະ ຫຼຸດຜ່ອນການເກີດໜີ້ສິນເຊັ່ນໃນໄລຍະຜ່ານມາ, ນັບແຕ່ປີ 2026 ເປັນຕົ້ນມາ ລັດຖະບານໄດ້ກຳນົດຈຸດສຸມບຸລິມະສິດໃຫ້ສອດຄ່ອງກັບ 6 ເປົ້າໝາຍຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ແຜນປະຈຳປີ 2027 ເຊິ່ງໄດ້ມີເປົ້າໝາຍບຸລິມະສິດດັ່ງນີ້: ສຸມໃສ່ໂຄງການທີ່ມີຜົນຕອບແທນສູງ, ຂັບເຄື່ອນການເຕີບໂຕເສດຖະກິດ, ແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ແລະ ສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ; ການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ຍົກລະດັບໂຄງລ່າງພື້ນຖານຄົມມະນາຄົມ ເພື່ອເຊື່ອມໂຍງ-ເຊື່ອມຈອດ ເຂົ້າຫາເຂດການຜະລິດ, ການບໍລິການ, ຮັບໃຊ້ຍຸດທະສາດ, ຈຸດສຸມ ແລະ ພັດທະນາຊາຍແດນ; ການຄໍ້າປະກັນສະບຽງອາຫານ, ຜະລິດເປັນສິນຄ້າ ແລະ ແກ້ໄຂຜົນກະທົບຈາກໄພພິບັດ; ການພັດທະນາການສຶກສາ, ສາທາລະນະສຸກ ແລະ ພັດທະນາສີມືແຮງງານໃຫ້ມີຄຸນນະພາບສູງຂຶ້ນ.
ໃນປີ 2027, ງົບປະມານການລົງທຶນຂອງລັດທັງໝົດມີ ຈຳນວນ 17,000 ຕື້ກີບ (ເພີ່ມຂຶ້ນ 7,500 ຕື້ກີບ ທຽບໃສ່ປີ 2026), ໂດຍແບ່ງອອກເປັນ 2 ບ້ວງທຶນໃຫຍ່ຄື:
1. ທຶນປົກກະຕິ ຈຳນວນ 2,394.78 ຕື້ກີບ (ເພີ່ມຂຶ້ນ 1,200 ຕື້ກີບ) ໃນນີ້, ຈັດສັນໃຫ້ກະຊວງ-ອົງການ 904.28 ຕື້ກີບ ແລະ ມອບສິດໃຫ້ແຂວງ/ນະຄອນຫຼວງ ຈັດສັນເອງ ເພີ່ມຂຶ້ນ 1,000ຕື້ກີບ ຈາກ 490 ຕື້ກີບ ມາເປັນ 1,490 ຕື້ກີບ.
2. ທຶນສຳລັບ 6 ເປົ້າໝາຍບຸລິມະສິດ ຂອງລັດຖະບານ ຕາມແຜນ 5 ປີ ຄັ້ງທີ X (2026-2030) ຈຳນວນ 14,605.22 ຕື້ກີບ, ປະກອບມີ: ບ້ວງກອງທຶນທາງ 2,000 ຕື້ກີບ (ເພີ່ມຂຶ້ນ 800 ຕື້ກີບ); ບ້ວງກໍ່ສ້າງເສັ້ນທາງໄລຍະໃໝ່ ຕາມມະຕິ 165/ສພຊ 2,000 ຕື້ກີບ; ບ້ວງວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ 1,230 ຕື້ກີບ (ເພີ່ມຂຶ້ນ 1,000 ຕື້ກີບ); ທຶນເປົ້າໝາຍສະເພາະ ພັດທະນາ 2 ແຂວງເຕົ້າໂຮມ 400 ຕື້ກີບ (ແຂວງຜົ້ງສາລີ 200 ຕື້ກີບ ແລະ ແຂວງຫົວພັນ 200 ຕື້ກີບ); ບ້ວງທຶນພັດທະນາ 5 ສ ນະຄອນຫຼວງວຽງຈັນ 500 ຕື້ກີບ; ບ້ວງຟື້ນຟູໄພພິບັດ 900 ຕື້ກີບ (ເພີ່ມຂຶ້ນ 500 ຕື້ກີບ ໂດຍມອບໃຫ້ທ້ອງຖິ່ນເປັນເຈົ້າການຈັດສັນ); ບ້ວງປ້ອງກັນຕາຝັ່ງເຈື່ອນ 740.95 ຕື້ກີບ (ເພີ່ມຂຶ້ນ 500 ຕື້ກີບ).
ການຈັດສັນງົບປະມານໃຫ້ແຕ່ລະກະຊວງ-ອົງການ ແລະ ທ້ອງຖິ່ນ ແມ່ນອີງຕາມກຳນົດໝາຍ ມາດຕາ 27 ຂອງກົດໝາຍວ່າດ້ວຍການລົງທຶນຂອງລັດ, ເຊິ່ງປະກອບມີ 5 ອົງປະກອບຄື: 1) ອັດຕາຄວາມທຸກຍາກ, 2) ລາຍຮັບ, 3) ຂະໜາດເນື້ອທີ່, 4) ຈຳນວນປະຊາກອນ, ແລະ 5) ຫົວໜ່ວຍບໍລິຫານດ້ານການປົກຄອງ.
ທັງນີ້, ການຈັດສັນທຶນຈະສຸມໃສ່: ໂຄງການໜີ້ສິນ, ໂຄງການສືບຕໍ່ທີ່ໃກ້ຈະສຳເລັດ ເພື່ອນຳໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມໂດຍໄວ, ແລະ ໂຄງການສະເໜີໃໝ່ ທີ່ມີຄວາມຈຳເປັນ ແລະ ຮີບດ່ວນ.