າຖະກະຖາບົດຮຽນວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ

ໃນວັນທີ 12 ຕຸລານີ້, ທີ່ຄະນະກວດກາສູນກາງພັກ ໄດ້ຈັດກອງປະຊຸມປາຖະກະຖາບົດຮຽນກ່ຽວກັບວຽກງານກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຂອງ ສສ ຫວຽດນາມ. ພາຍໃຕ້ການເປັນປະທານກ່າວເປີດພິທີຂອງ ທ່ານ ຄຳໄຫຼ ສີປະເສີດ ກຳມະການສູນກາງພັກ ຮອງປະທານຄະນະກວດກາສູນກາງພັກ ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ໂດຍມີຄະນະອາຈານຈາກໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສສ ຫວຽດນາມ ນຳໂດຍ ທ່ານ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ ອົງການກວດກາລັດຖະບານ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ມີບັນດາທ່ານຮອງປະທານຄະນະກວດກາສູນກາງພັກ, ຮອງປະທານອົງການກວດກາແຫ່ງລັດ ແລະ ຮອງຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ, ຄະນະກົມ, ຕາງໜ້າຈາກບັນດາກະຊວງ-ອົງການ, ນະຄອນຫຼວງວຽງຈັນ, ຄະນະພະແນກ ແລະ ພະນັກງານວິຊາການອົງການກວດກາແຫ່ງລັດເຂົ້າຮ່ວມ ທັງໝົດຈໍານວນ 205 ທ່ານ ຍິງ 67 ທ່ານ.
ໃນໂອກາດດັ່ງກ່າວ, ທ່ານ ຄຳໄຫຼ ສີປະເສີດ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ແລະ ຄວາມສຳຄັນຂອງວຽກງານກວດກາລັດ ແລະ ວຽກງານຕ້ານການສໍ້ລາດບັງຫຼວງ ຊຶ່ງເປັນວຽກງານສຳຄັນໃນການຍົກສູງປະສິດທິຜົນການຄຸ້ມຄອງລັດ, ສົ່ງເສີມການປະຕິບັດລະບຽບກົດໝາຍ, ຮັບປະກັນຄວາມໂປ່ງໃສ ແລະ ເສີມສ້າງວິໄນໃນການປະຕິບັດໜ້າທີ່ຂອງພະນັກງານລັດ. ພ້ອມນັ້ນ, ຍັງໄດ້ເນັ້ນເຖິງຄວາມຈຳເປັນໃນການຮຽນຮູ້ ແລະ ແລກປ່ຽນບົດຮຽນ, ປະສົບການຈາກ ສສ ຫວຽດນາມ ເພື່ອນຳມາຄົ້ນຄວ້າ ແລະ ປັບໃຊ້ໃຫ້ເໝາະສົມກັບສະພາບຕົວຈິງຂອງ ສປປ ລາວ, ແນໃສ່ຍົກສູງຄຸນນະພາບ ແລະ ປະສິດທິພາບວຽກງານກວດກາໃຫ້ດີຂຶ້ນຢ່າງຕໍ່ເນື່ອງ. ສຳລັບເນື້ອໃນການປາຖະກະຖາ ປະກອບມີ 4 ຫົວຂໍ້ຫຼັກ ຄື: ບົດຮຽນໃນການດຳເນີນກວດກາ ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງໃຫ້ມີປະສິດທິຜົນ; ບົດຮຽນກ່ຽວກັບການກໍ່ສ້າງພະນັກງານກວດກາໃຫ້ມີຄຸນນະພາບ ແລະ ເຂັ້ມແຂງ; ບົດຮຽນກ່ຽວກັບການຫັນເປັນດີຈີຕອນໃນຂົງເຂດວຽກງານກວດກາ ແລະ ສະກັດກັ້ນ, ຕ້ານການສໍ້ລາດບັງຫຼວງ ຕາມມະຕິເລກທີ 57-NQ/TW ລົງວັນທີ 22 ທັນວາ 2024 ຂອງກົມການເມືອງສູນກາງພັກ ສສ ຫວຽດນາມ ແລະ ບົດຮຽນກ່ຽວກັບການສະກັດກັ້ນ, ຕ້ານ ແລະ ແກ້ໄຂພະຍາດອາດຍາສິດ, ການສໍ້ລາດບັງຫຼວງ, ປະກົດການຫຍໍ້ທໍ້ ແລະ ການຟຸມເຟືອຍໃນກົງຈັກການຈັດຕັ້ງພັກ-ລັດ ແລະ ສັງຄົມຢູ່ ສສ ຫວຽດນາມ.
ການຈັດກອງປະຊຸມປາຖະກະຖາຄັ້ງນີ້ ແມ່ນມີຄວາມສຳຄັນໃນການເສີມສ້າງຄວາມຮູ້, ແລກປ່ຽນປະສົບການ ແລະ ຮຽນຮູ້ແນວທາງການດຳເນີນວຽກງານກວດກາລັດຈາກ ສສ ຫວຽດນາມ. ພ້ອມກັນນັ້ນ ຍັງເປັນການປະກອບສ່ວນຕໍ່ການພັດທະນາຄຸນນະພາບພະນັກງານ, ຍົກສູງປະສິດທິຜົນການກວດກາ ແລະ ເສີມສ້າງການຮ່ວມມືດ້ານວິຊາການລະຫວ່າງສອງອົງການກວດກາລັດ ລາວ-ຫວຽດນາມ ໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ກອງປະຊຸມປາຖະກະຖາ ໄດ້ດໍາເນີນເປັນເວລາໜຶ່ງວັນ.
ຂ່າວ: ວາລະສານກວດກາ