ປກສ ເມືອງຕະໂອ້ຍ ມ້າງເຄືອຂ່າຍຄ້າຂາຍຢາບ້າ ກັກຕົວໄວໜຸ່ມພ້ອມຂອງກາງເກືອບ 300 ເມັດ ແລະ ປືນແກັບ 1 ກະບອກ

ໃນເວລາ 20:12 ໂມງ ຂອງວັນທີ 22 ກັນຍາ 2026 ຜ່ານມານີ້, ພາຍຫຼັງເຈົ້າໜ້າທີ່ ໄດ້ຕິດຕາມເກັບກຳຂໍ້ມູນຫຼັກຖານຈົນຊັດເຈນ, ເຈົ້າໜ້າທີ່ຕຳຫຼວດວິຊາສະເພາະ ກອງບັນຊາການ ປກສ ເມືອງຕະໂອ້ຍ ແຂວງສາລະວັນ ໄດ້ນຳກຳລັງລົງມ້າງຄະດີຄ້າຂາຍຢາເສບຕິດ ຢູ່ເຂດຕາແສງຕະປຶນ ເມືອງຕະໂອ້ຍ ແຂວງສາລະວັນ ເຊິ່ງສາມາດຈັບກຸມເປົ້າໝາຍໄດ້ 1 ຄົນ ຄື: ທ້າວ ພົມມາ ອາຍຸ 23 ປີ, ອາຊີບຫວ່າງງານ, ປັດຈຸບັນຢູ່ບ້ານປະດຸ ເມືອງຕະໂອ້ຍ ແຂວງສາລະວັນ.
ຜ່ານການກວດຄົ້ນຕົວຈິງ, ເຈົ້າໜ້າທີ່ສາມາດຍຶດຂອງກາງໄດ້ ປະກອບມີ: ຢາບ້າ ຈຳນວນ 297 ເມັດ, ປືນແກັບ 1 ກະບອກ, ລົດຈັກ 1 ຄັນ ແລະ ໂທລະສັບມືຖື 1 ເຄື່ອງ. ການປະຕິບັດງານຄັ້ງນີ້ ແມ່ນດຳເນີນໄປພາຍໃຕ້ການຊີ້ນຳຢ່າງໃກ້ຊິດ ຈາກຄະນະພັກ ກອງບັນຊາການ ປກສ ເມືອງຕະໂອ້ຍ ເພື່ອແນໃສ່ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ. ປັດຈຸບັນ, ກອງບັນຊາການ ປກສ ເມືອງຕະໂອ້ຍ ໄດ້ມອບສຳນວນຄະດີດັ່ງກ່າວ ພ້ອມຜູ້ຖືກຫາ ແລະ ຂອງກາງທັງໝົດ ມອບຕໍ່ໃຫ້ພະແນກຕຳຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ແຂວງສາລະວັນ ເພື່ອສືບຕໍ່ດຳເນີນການສືບສວນ-ສອບສວນ, ຂະຫຍາຍຜົນຫາກຸ່ມຜູ້ຮ່ວມຂະບວນການ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ ຢ່າງເຂັ້ມງວດ.
ຂ່າວ ອ່ອນໃຈ ໄຊຍະແຮດ