ເສັ້ນທາງສູ່ຄວາມສໍາເລັດ - ຊາວໜຸ່ມຕົວແບບ ກະສິກໍາປະສົມປະສານ ສ້າງຊີວິດທີ່ໝັ້ນຄົງ

ໃນຍຸກປັດຈຸບັນ, ການຫັນປ່ຽນແນວຄິດໃນການ ດຳລົງຊີວິດ ແລະ ຫັນມາ ພັດທະນາເສດຖະກິດຄອບຄົວ ດ້ວຍທ່າແຮງທີ່ຕົນມີ ຕິດພັນການນໍາໃຊ້ທ່າແຮງທາງທຳມະຊາດ ຖືເປັນເສັ້ນທາງໜຶ່ງທີ່ຊ່ວຍໃຫ້ຊາວໜຸ່ມຫຼາຍຄົນ ສາມາດສ້າງເນື້ອສ້າງຕົວໄດ້ຢ່າງໝັ້ນຄົງ ເຊັ່ນດຽວກັນກັບ ສະຫາຍ ນາງ ມົນລະດີ ກົມມະເມືອງ, ອາຍຸ 31 ປີ, ຢູ່ບ້ານ ຝັ່ງແດງ, ເມືອງ ໄຊເສດຖາ, ແຂວງ ອັດຕະປື ຊາວໜຸ່ມຕົວແບບ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະ ບໍ່ຢ້ານຄວາມຍາກລຳບາກ, ໄດ້ເລືອກເອົາເສັ້ນທາງ ກະສິກຳແບບປະສົມປະສານ ຈົນກາຍເປັນແບບຢ່າງທີ່ດີໃນສັງຄົມ.
ຈາກແນວຄິດສູ່ການລົງມືເຮັດແບບປະສົມປະສານຢ່າງເປັນລະບົບ, ດ້ວຍຄວາມຕັ້ງໃຈທີ່ຢາກສ້າງອະ ນາຄົດທີ່ດີຢູ່ບ້ານເກີດເມືອງນອນ ແລະ ສືບທອດ ອາຊີບຊາວນາຂອງ ພໍ່ແມ່ ພາຍຫຼັງຮຽນຈົບສາຍວິຊາສະເພາະດ້ານກົດໝາຍ ຈິ່ງໄດ້ກັບມາຢູ່ບ້ານ ເກີດເມືອງນອນຂອງຕົນເອງ, ຕົກມາໃນປີ 2020 ຈິ່ງໄດ້ນຳເອົາເນື້ອທີ່ດິນຂອງຄອບຄົວມາຈັດສັນແບ່ງປັນຢ່າງເປັນລະບົບ ໂດຍເນັ້ນການຜະລິດທີ່ສອດຄ່ອງກັບທຳມະຊາດ ແລະ ຕອບສະໜອງຄວາມຕ້ອງການຂອງຕະຫຼາດໃນທ້ອງຖິ່ນ ດ້ວຍກໍາລັງແຮງງານຫຼັກ ຂອງຄົນໃນຄອບຄົວ ແລະ ທຶນຮອນຂອງຕົນເອງທີ່ມີ ປະກອບມີ 3 ກິດຈະກໍາຫຼັກ:
1) ການເຮັດນາເຂົ້າ: ເປັນກິດຈະກຳພື້ນຖານທີ່ສືບ ທອດ ແລະ ພັດທະນາ ໂດຍເນັ້ນການເລືອກໃຊ້ພັນເຂົ້າທີ່ມີຄຸນນະພາບ, ບຳລຸງດິນ ແລະ ໃຊ້ເຕັກ ນິກທີ່ທັນສະໄໝ ເຮັດໃຫ້ໄດ້ຜົນຜະລິດສູງ ມີທັງການເຮັດນາແຊງ ແລະ ນາປີ ຕາມລະດູການ ຈົນສາມາດສ້າງລາຍໄດ້ສະເລ່ຍປະມານ 50 - 60 ລ້ານກີບຕໍ່ປີ.
2) ການປູກຜັກປອດສານພິດ: ໂດຍໃຊ້ເນື້ອທີ່ວ່າງອ້ອມເຮືອນ ແລະ ແຄມນາ ປູກຜັກສວນຄົວ ໝູນ ວຽນຕາມລະດູການ ເຊັ່ນ: ຜັກກາດ, ຫອມ, ໝາກເຜັດ, ໝາກຖົ່ວ ແລະ ຜັກພື້ນບ້ານ ເພື່ອຕອບສະ ໜອງຄວາມຕ້ອງການຂອງແມ່ຄ້າ ແລະ ຕະຫຼາດໃນຊຸມຊົນ ສ້າງລາຍໄດ້ໝູນວຽນປະມານ 30 – 40 ລ້ານກີບຕໍ່ປີ.
3) ລ້ຽງສັດເຊັ່ນ: ຄວາຍ, ໝູ, ແບ້, ໄກ່ ແລະ ປາ ເພື່ອຂະຫຍາຍເປັນເສດຖະກິດສ້າງລາຍໄດ້ເສີມໃຫ້ຄອບຄົວ ໂດຍໃຫ້ອາຫານແບບທຳມະຊາດ ເຮັດໃຫ້ມີຜົນຜະລິດອອກຈຳໜ່າຍສ້າງລາຍໄດ້ປະມານ 20-30 ລ້ານກີບຕໍ່ປີ.
ຕະຫຼອດເສັ້ນທາງແຫ່ງຄວາມສໍາເລັດທັງໝົດເຫຼົ່ານັ້ນ, ສະຫາຍ ນາງ ມົນລະດີ ກົມມະເມືອງ ແລະ ຄອບຄົວ ຕ້ອງໄດ້ຜ່ານຜ່າອຸປະສັກ, ໄລຍະເວລາທີ່ຍາກລໍາບາກ ແລະ ສິ່ງທົດສອບນາໆປະ ການ ເພາະວ່າດ້ວຍປະສົບການທັງຍັງໜ້ອຍ ແລະ ຜົນກະທົບຈາກສັດຕູພືດທີ່ເຂົ້າມາກັດກິນທໍາລາຍຜົນຜະລິດ, ພະຍາດລະບາດໃນສັດ ແລະ ສະພາບດິນຟ້າອາກາດ ທີ່ບໍ່ເອື້ອອໍານວຍ ເຮັດໃຫ້ຜົນຜະ ລິດຕົກຕໍ່າ ບໍ່ໄດ້ດີເທົ່າທີ່ຄວນ ແຕ່ດ້ວຍຄວາມເປັນຄົນທີ່ມີຄວາມມານະອົດທົດສູງ ຈິ່ງໄດ້ນໍາເອົາບົດ ຮຽນຈາກຄວາມຜິດພາດກັບມາພັດທະນາ ແລະ ປັບປຸງ ຈິ່ງເຮັດໃຫ້ຄ່ອຍໆໄດ້ຮັບຜົນຜະລິດດີຂຶ້ນ.
ຈາກຄວາມດຸໝັ່ນຂະຫຍັນພຽນ ແລະ ການຄຸ້ມ ຄອງຢ່າງເປັນລະບົບ ບວກກັບການຊຸກຍູ້ສົ່ງເສີມຈາກພາກລັດ ດ້ານວິຊາການ ແລະ ການສະໜອງແນວພັນເຂົ້າທີ່ມີຄຸນນະພາບ ເຮັດໃຫ້ຄອບຄົວມີລາຍໄດ້ລວມຈາກການເຮັດກະສິກໍາແບບປະສົມປະສານທັງ 3 ປະເພດຢ່າງຕໍ່ເນື່ອງ ປະມານ 100 ກວ່າລ້ານກີບຕໍ່ປີ. ຄວາມສໍາເລັດຂອງ ສະຫາຍ ນາງ ມົນລະດີ ກົມມະເມືອງ ທັງໝົດເຫຼົ່ານີ້ ສາມາດຢັ້ງຢືນໄດ້ວ່າ ອາຊີບກະສິກຳ ຖ້າເຮັດດ້ວຍຄວາມຮູ້, ເຫດຜົນ ແລະ ຄວາມອົດທົນ ກໍ່ສາມາດສ້າງຄວາມຮັ່ງມີ ແລະ ຄວາມສຸກທີ່ຍືນຍົງໃຫ້ແກ່ຄອບຄົວໄດ້ເຊັ່ນກັນ.
ສະຫາຍ ນາງ ມົນລະດີ ກົມມະເມືອງ ຍັງໄດ້ຝາກເຖິງ ຊາວໜຸ່ມທີ່ກຳລັງຊອກຫາເສັ້ນທາງໃນການ ສ້າງຊີວິດ, ການຫັນໜ້າເຂົ້າສູ່ ການເຮັດກະສິກຳແບບປະສົມປະສານ ຖືເປັນອີກໜຶ່ງທາງເລືອກທີ່ ໜ້າສົນໃຈ. ຂໍພຽງແຕ່ເລີ່ມຕົ້ນຈາກສິ່ງທີ່ມີ, ພັດທະ ນາຄວາມຮູ້ເລື້ອຍໆ ແລະ ຮູ້ຈັກປັບຕົວເຂົ້າກັບຕະ ຫຼາດ, ເຊື່ອວ່າທຸກຄົນກໍ່ສາມາດປະສົບຜົນສຳເລັດ ແລະ ເປັນເສົາຫຼັກໃນການພັດທະນາເສດຖະກິດຂອງຄອບຄົວ ແລະ ຊຸມຊົນໄດ້ຢ່າງແນ່ນອນ.