
ຮອງລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບ ຄະນະສະພາເມືອງຊອງຈູ ສ.ເກົາຫີຼ ເພື່ອປຶກສາຫາລື ແລະ ຂະຫຍາຍການຮ່ວມມືດ້ານການຈັດສົ່ງແຮງງານລະດູການໃນວັນທີ 12 ຕຸລາ 2026, ທີ່ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງ ຮສສ ໄດ້ຕ້ອນຮັບການເຂົ້າຢ້ຽມພົບປະຂອງ ທ່ານ ຈັງ ອິກບົ່ງ (Jang Ik-bong), ສະພາເມືອງຊອງຈູ (Seongju County Council Vice Chairman) ແລະ ຂະແໜງການທີ່ກ່ຽວຂ້ອງຈາກ ເມືອງຊອງຈູ, ສ.ເກົາຫຼີ .
ການພົບປະໃນຄັ້ງນີ້ ມີຈຸດປະສົງເພື່ອປຶກສາຫາລື ແລະ ທົບທວນຄືນການຈັດຕັ້ງປະຕິບັດງານ ໃນການຈັດສົ່ງແຮງງານລະດູການ, ພ້ອມທັງສະເໜີທິດທາງການສືບຕໍ່ຮ່ວມມື ລະຫວ່າງ ກົມການຈັດຫາງານ, ກະຊວງ ຮສສ ແລະ ເມືອງຊອງຈູ ໃຫ້ມີຄວາມຮັດກຸມ ແລະ ມີປະສິດທິພາບຍິ່ງຂຶ້ນ.
ເມືອງຊອງຈູ ໄດ້ລິເລີ່ມລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ກ່ຽວກັບການຮ່ວມມືດ້ານການຈັດສົ່ງແຮງງານລະດູການ ຮ່ວມກັບ ກົມການຈັດຫາງານ ໃນວັນທີ 20 ພະຈິກ 2023.ຜ່ານມາ. ໄດ້ເລີ່ມຈັດສົ່ງແຮງງານລາວໄປເຮັດວຽກຕາມລະດູການຢູ່ເມືອງຊອງຈູ ນັບແຕ່ປີ 2024 ເປັນຕົ້ນມາ. ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດສັງລວມຕົວເລກການຈັດສົ່ງແຮງງານ ດັ່ງນີ້:
ປີ 2024: ຈັດສົ່ງແຮງງານທັງໝົດ 153 ຄົນ (ບໍ່ມີແຮງງານໂຕນ/ຜິດລະບຽບ).
ປີ 2025: ຈັດສົ່ງແຮງງານທັງໝົດ 1,292 ຄົນ (ໂຕນ 1 ຄົນ).
ປີ 2026: ຈັດສົ່ງແຮງງານທັງໝົດ 1,333 ຄົນ (ໂຕນ 6 ຄົນ).
ແຮງງານທີ່ຖືກຄັດເລືອກ ແລະ ຈັດສົ່ງ ສ່ວນຫຼາຍແມ່ນຜູ້ທີ່ມີປະສົບການໃນຂະແໜງການກະສິກຳ-ປູກຝັງ. ໂດຍ ໄດ້ເນັ້ນໃສ່ການຄັດເລືອກ ແລະ ສໍາພາດແຮງງານບັນດາເມືອງໃນແຂວງ .
ຜ່ານການຈັດຕັ້ງປະຕິບັດທີ່ຜ່ານມາ ເຫັນວ່າ ເມືອງຊອງຈູ ເປັນເມືອງທີ່ມີຄວາມຕ້ອງການແຮງງານຈາກ ສປປ ລາວ ເພີ່ມຂຶ້ນຫລາຍ ໂດຍສະເພາະແມ່ນແຮງງານເພດຊາຍ. ນອກຈາກນີ້, ນາຍຈ້າງສ່ວນໃຫຍ່ຢູ່ເມືອງຊອງຈູ ໄດ້ປະຕິບັດຕາມລະບຽບເງື່ອນໄຂການນໍາໃຊ້ແຮງງານເປັນຢ່າງດີ, ມີການຕິດຕາມເບິ່ງແຍງແຮງງານຢ່າງໃກ້ຊິດ ເຮັດໃຫ້ຫຼຸດຜ່ອນບັນຫາຂໍ້ຂັດແຍ່ງລະຫວ່າງນາຍຈ້າງ ແລະ ຜູ້ອອກແຮງງານລາວ ໄດ້ຢ່າງມີປະສິດທິຜົນ, ພ້ອມທັງມີຄວາມຕ້ອງການນໍາໃຊ້ແຮງງານເກົ່າທີ່ມົປະສົບການເປັນສ່ວນໃຫຍ່.
ໃນໂອກາດດັ່ງກ່າວ, ທາ່ນ ຮອງລັດຖະມົນຕີ ຍັງໄດ້ສະເໜີທີ່ສໍາຄັນຕໍ່ ຝ່າຍເມືອງຊອງຈູ ເພື່ອພິຈາລະນາ 2 ຂໍ້ ຄື:
ດ້ານສະຫວັດດີການ ແລະ ຄວາມປອດໄພ: ໃນຊ່ວງລະດູຮ້ອນຂອງ ສ.ເກົາຫຼີ ຂໍໃຫ້ທາງເມືອງຊອງຈູ ຊ່ວຍຕິດຕາມການເຮັດວຽກຂອງແຮງງານຢ່າງໃກ້ຊິດ, ຫຼີກເວັ້ນການໃຫ້ແຮງງານເຮັດວຽກກາງແຈ້ງດົນເກີນໄປ ເພື່ອປ້ອງກັນຄວາມສ່ຽງຈາກພາວະຮິດສະໂຕກ (Heatstroke) ພ້ອມທັງສະເໜີໃຫ້ສະໜອງນໍ້າດື່ມ, ພັດລົມນ້ອຍ ຫຼື ເສື້ອທີ່ມີພັດລົມລະບາຍອາກາດ ໃຫ້ແກ່ແຮງງານ.
ດ້ານການຄັດເລືອກ ແລະ ເງື່ອນໄຂແຮງງານ: ເນື່ອງຈາກເມືອງຊອງຈູ ມີຄວາມຕ້ອງການແຮງງານຊາຍເປັນສ່ວນໃຫຍ່ ເຮັດໃຫ້ການສະໜອງແຮງງານມີຂໍ້ຈຳກັດ, ຈຶ່ງສະເໜີໃຫ້ພິຈາລະນາເພີ່ມເກນອາຍຸແຮງງານຊາຍເປັນ 45 ປີ, ເພດຍິງເປັນ 40 ປີ ພ້ອມທັງເພີ່ມໂກຕ້າແບບຄູ່ຜົວ-ເມຍ ເນື່ອງຈາກແຮງງານຊາຍສ່ວນໃຫຍ່ມີຄວາມຕ້ອງການໄປເຮັດວຽກເປັນຄູ່ຫຼາຍກວ່າ.