ກະຊວງປ້ອງກັນປະເທດ ສະເໜີຮ່າງກົດໝາຍນາຍທະຫານສະບັບໃໝ່ ເພື່ອຍົກລະດັບຄວາມເຂັ້ມງວດ ແລະ ທັນສະໄໝ

ທ່ານ ພົນໂທ ວົງສອນ ອິນປານພິມ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 13 ຕຸລານີ້ ທີ່ຫໍສະພາແຫ່ງຊາດ ໂດຍການເປັນປະທານຂອງທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດຄົ້ນຄວ້າ ແລະ ພິຈາລະນາຮັບຮອງ.

ທ່ານ ພົນໂທ ວົງສອນ ອິນປານພິມ ໄດ້ຍົກໃຫ້ເຫັນຄວາມສຳຄັນ, ເຫດຜົນ ແລະ ຄວາມຈຳເປັນໃນການປັບປຸງກົດໝາຍ ໂດຍຊີ້ໃຫ້ເຫັນວ່າ: ການເຕີບໃຫຍ່ຂະຫຍາຍຕົວຂອງກອງທັບປະຊາຊົນລາວ ເປັນຕົ້ນການປັບປຸງກໍ່ສ້າງກົມກອງເຫຼົ່າຮົບ ທີ່ກອງທັບພວມຈັດຕັ້ງປະຕິບັດຢູ່ປັດຈຸບັນ ຊຶ່ງກົດໝາຍປີ 2018 ບໍ່ໄດ້ກຳນົດໄວ້; ການກຳນົດເນື້ອໃນບາງມາດຕາ ຍັງບໍ່ທັນຈະແຈ້ງ, ຮັດກຸມ, ຄົບຖ້ວນ, ຍັງມີຊ່ອງວ່າງ ແລະ ບາງບັນຫາຍັງບໍ່ທັນໄດ້ກຳນົດໄວ້ ພ້ອມທັງຂາດລັກສະນະຊຸກຍູ້ສົ່ງເສີມໃຫ້ນາຍທະຫານມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ ເຊັ່ນ: ອາຍຸກະສຽນປະດັບຊັ້ນ, ເລື່ອນຊັ້ນ, ປະດັບທຽບຊັ້ນ, ເລື່ອນທຽບຊັ້ນໃຫ້ນາຍທະຫານແຕ່ລະຂັ້ນ, ການປະດັບຊັ້ນ ແລະ ທຽບຊັ້ນເປັນນາຍທະຫານ, ເງື່ອນໄຂການເລື່ອນຊັ້ນ, ການກຳນົດຊັ້ນໃສ່ຕຳແໜ່ງບັນຊາ, ອາຍຸກະສຽນຮັບບຳນານ, ການຍົກຂັ້ນເງິນເດືອນ, ການເສຍອົງຄະ, ການບັນຊາລະບົບສອງຫົວໜ້າ ຕະຫຼອດຮອດບັນຫາອື່ນໆ ທີ່ຕິດພັນກັບການປະຕິບັດນະໂຍບາຍ. ຈາກເຫດຜົນດັ່ງກ່າວ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍສະບັບປີ 2018 ໃຫ້ມີເນື້ອໃນລະອຽດ, ຊັດເຈນ ແລະ ສົມບູນຍິ່ງຂຶ້ນ ໂດຍນຳເອົາຜົນການປະເມີນມາເປັນພື້ນຖານ.

ທ່ານ ພົນໂທ ວົງສອນ ອິນປານພິມ ໄດ້ກ່າວຕື່ມອີກວ່າ: ພາຍຫຼັງກົດໝາຍສະບັບນີ້ຖືກຮັບຮອງ ແລະ ປະກາດໃຊ້ແລ້ວ ຄາດວ່າຈະໃຫ້ຜົນໄດ້ຮັບທີ່ສຳຄັນ ຄື: ເປັນເຄື່ອງມືອັນສຳຄັນໃຫ້ລັດໃນການຄຸ້ມຄອງວຽກງານນາຍທະຫານແບບລວມສູນ ແລະ ເປັນບ່ອນອີງໃຫ້ກະຊວງປ້ອງກັນປະເທດໃນການຄຸ້ມຄອງ, ນຳພາ-ບັນຊາ, ສ້າງນາຍທະຫານ ພ້ອມທັງປະຕິບັດນະໂຍບາຍຕ່າງໆ ເພື່ອນຳພານາຍທະຫານໃຫ້ມີຄວາມໜັກແໜ້ນທາງດ້ານການເມືອງແນວຄິດ, ເຂັ້ມແຂງ ແລະ ເຮັດສຳເລັດໜ້າທີ່ທີ່ໄດ້ຮັບມອບໝາຍ. ເປັນບ່ອນອີງໃຫ້ບັນດາກະຊວງ, ອົງການຈັດຕັ້ງຕ່າງໆ ແລະ ອົງການປົກຄອງທ້ອງຖິ່ນໃນການຄຸ້ມຄອງ ພ້ອມທັງສ້າງເງື່ອນໄຂອຳນວຍຄວາມສະດວກ, ຊ່ວຍເຫຼືອເບິ່ງແຍງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງນາຍທະຫານ ແລະ ຄອບຄົວ ເປັນຕົ້ນຄອບຄົວນາຍທະຫານຜູ້ເສຍສະຫຼະຊີວິດ, ຜູ້ເສຍອົງຄະ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ, ພະນັກງານບຳນານ ແລະ ຜູ້ທີ່ກຳລັງປະຕິບັດໜ້າທີ່ຢູ່ເຂດຫ່າງໄກຊອກຫຼີກ ທຸລະກັນດານ. ສ້າງສະຕິຕື່ນຕົວໃຫ້ນາຍທະຫານຕໍ່ການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ ເພື່ອປະຕິບັດໜ້າທີ່ການເມືອງຂອງກອງທັບທີ່ພັກ-ລັດ ມອບໝາຍໃຫ້ສຳເລັດຜົນ. ເຮັດໃຫ້ກົດໝາຍມີເນື້ອໃນຄົບຖ້ວນ, ຊັດເຈນ, ຮັດກຸມ ແລະ ສອດຄ່ອງກັບສະພາບການປັບປຸງກໍ່ສ້າງກອງທັບໃນໄລຍະໃໝ່.

ສຳລັບໂຄງຮ່າງຂອງກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ປີ 2018 ປະກອບມີ V ພາກ, 8 ໝວດ ແລະ 50 ມາດຕາ, ສ່ວນກົດໝາຍສະບັບປັບປຸງໃໝ່ນີ້ ໄດ້ປ່ຽນແປງເປັນ VIII ພາກ, 9 ໝວດ ແລະ 59 ມາດຕາ. ໃນນີ້, ໄດ້ເພີ່ມພາກໃໝ່ 3 ພາກ, ເພີ່ມໝວດໃໝ່ 4 ໝວດ, ຂຽນໃໝ່ 15 ມາດຕາ, ປັບປຸງ 38 ມາດຕາ ແລະ ຮັກສາໄວ້ 6 ມາດຕາ.

ຂ່າວ: ສາວລາວໃຕ້