ທ່ານ ສະຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ຊີ້ນຳກະຊວງ ຍທຂ ເລັ່ງປັບປຸງເສັ້ນທາງ ຫລວງແຫ່ງຊາດ ເລກ 13 ເໜືອ-ໃຕ້ ໃຫ້ສຳເລັດພາຍໃນໄລຍະ 5 ປີຕໍ່ໜ້າ

ໃນຕອນເຊົ້າວັນທີ 13 ຕຸລາ 2026 ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳ ແລະ ພະນັກງານຫຼັກແຫຼ່ງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ), ໂດຍນຳພາຕ້ອນຮັບ ແລະ ເຂົ້າຮ່ວມຮັບຟັງການພົບປະໂອ້ລົມດັ່ງກ່າວ ຂອງທ່ານ ເຫຼັກໄຫຼ ສີວິໄລ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ.

ທ່ານ ລັດຖະມົນຕີກະຊວງ ຍທຂ ໄດ້ລາຍງານໃຫ້ຊາບ ກ່ຽວກັບສະພາບການຈັດຕັ້ງປະຕິບັດແຜນພັດທະນາວຽກງານ ຍທຂ ໃນໄລຍະ 9 ເດືອນຕົ້ນປີ, ທິດທາງແຜນການ 3 ເດືອນທ້າຍປີ 2026 ແລະ ທິດທາງແຜນການປີ 2027 ເປັນຕົ້ນ ວຽກພັກ ແລະ ພະນັກງານ, ວຽກຂົວທາງ, ວຽກທາງລົດໄຟ, ວຽກການບິນພົນລະເຮືອນ, ວຽກຂົນສົ່ງ, ວຽກທາງນໍ້າ, ວຽກເຄຫາ ແລະ ຜັງເມືອງ, ວຽກນໍ້າປະປາ, ວຽກການສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ ຂອງກະຊວງ ແລະ ວຽກງານສາມສ້າງ. ໃນນັ້ນ ວຽກຂົວທາງ ໄດ້ລົົງເລິກລາຍງານ ໂຄງການລົງທຶນທີ່ນຳໃຊ້ທຶນ ODA, ໂຄງການລົງທຶນດ້ວຍທຶນຂອງລັດຖະບານປົກກະຕິ, ການຈັດຕັ້ງປະຕິບັດນະໂຍບາຍຊຸກຍູ້ສົ່ງເສີມ ການກໍ່ສ້າງ ແລະ ສ້ອມແປງເສັ້ນທາງໃນໄລຍະໃໝ່ ຕາມມະຕິ 165/ສພຊ ກໍ່ຄື ມະຕິ 10/ລບ; ການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງດ່ວນ ແຕ່ນະຄອນຫຼວງວຽງຈັນ ຫາ ບໍ່ເຕ່ນ ແຂວງຫຼວງນໍ້າທາ; ໂຄງການກໍ່ສ້າງທາງດ່ວນແຕ່ບໍ່ເຕ່ນ ແຂວງຫຼວງນໍ້າທາ ຫາ ຫ້ວຍຊາຍ ແຂວງບໍ່ແກ້ວ; ໂຄງການກໍ່ສ້າງທາງດ່ວນນະຄອນຫຼວງວຽງຈັນ-ຮ່າໂນ້ຍ; ໂຄງການທາງດ່ວນ (ແລວໃໝ່) ແຕ່ທ່າງ່ອນ ເມືອງໄຊທານີ, ນະຄອນຫຼວງວຽງຈັນ ຫາ ບ້ານນາຊ່າງເຫຼັກ ເມືອງທຸລະຄົມ, ແຂວງວຽງຈັນ; ໂຄງການສຶກສາຄວາມເປັນໄປໄດ້, ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງດ່ວນ (ແລວໃໝ່) ແຕ່ນະຄອນຫຼວງວຽງຈັນ-ແຂວງໄຊສົມບູນ-ແຂວງຊຽງຂວາງ-ຫົວພັນ-ດ່ານສາກົນນໍ້າໂສຍ; ໂຄງການກໍ່ສ້າງທາງເວັ້ນຕົວເມືອງປາກຊັນ; ໂຄງການລົງທຶນກໍ່ສ້າງ ແລະ ປັບປຸງເສັ້ນທາງ ແຕ່ສາມແຍກທາງເລກ 13  ໃຕ້, ບ້ານປ່າໄລ່, ເມືອງທ່າພະບາດ, ແຂວງບໍລິຄໍາໄຊ ຫາບ້ານນໍ້າຍອນ, ເມືອງອານຸວົງ, ແຂວງໄຊສົມບຸນ; ໂຄງການກໍ່ສ້າງທາງ 5B ແຕ່ສາມແຍກຂົວນໍ້າຍອນ, ເມືອງອານຸວົງ, ແຂວງໄຊສົມບູນ ຫາບ້ານນາມອນ, ເມືອງວັງວຽງ, ແຂວງວຽງຈັນ ແລະ ໂຄງການອື່ນໆ.

ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມ ຕໍ່ຜູ້ເຂົ້າຮ່ວມ ໂດຍໄດ້ຍົກໃຫ້ເຫັນບົດບາດຄວາມສຳຄັນ ຂອງວຽກງານ ຍທຂ ຕໍ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ກໍ່ຄືການດຳລົງຊີວິດ ແລະ ການເດີນທາງໄປ-ມາຂອງປະຊາຊົນ ໂດຍສະເພາະ ຄວາມສຳຄັນຂອງເສັ້ນທາງຍຸດທະສາດທາງດ້ານເສດຖະກິດ ແລະ ຄວາມໝັ້ນຄົງ, ພ້ອມທັງ ຊີ້ນຳໃຫ້ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ ໃຫ້ຈັດລຽງບູລິມະສິດການລົງທຶນກໍ່ສ້າງ ແລະ ສ້ອມແປງ ໂຄງລ່າງພື້ນຖານຕ່າງໆ ຢ່າງເຄັ່ງຄັດ ໂດຍສະເພາະ ໃນເງື່ອນໄຂທີ່ງົບປະມານ ມີຈຳນວນຈຳກັດ; ໃຫ້ກວດກາເກັບກຳຂໍ້ມູນ ເສັ້ນທາງຍຸດທະສາດຕ່າງໆ, ບັນດາເສັ້ນທາງເຊື່ອມຈອດ ແລະ ບັນດາເສັ້ນທາງຮັບໃຊ້ການຜະລິດ...ໃນທົ່ວປະເທດ ສ້າງໄດ້ມາດຕະຖານແລ້ວ ມີເທົ່າໃດ, ຍັງເທົ່າໃດ ແລ້ວຈັດລຽງບູລິມະສິດ ລົງທຶນກໍ່ສ້າງ ແລະ ສ້ອມແປງ ບັນດາເສັ້ນທາງດັ່ງກ່າວ ໃນແຕ່ລະໄລຍະ ໃຫ້ໄດ້ມາດຕະຖານ, ສອດຄ່ອງກັບທ່າແຮງ ແລະ ຄວາມຮຽກຮ້ອງຕ້ອງການຕົວຈິງ; ຊອກ ແລະ ແກ້ໄຂບັນດາສິ່ງອຸດຕັນ ໃນຂົງເຂດວຽກງານ ຍທຂ ໃຫ້ໄດ້ຮັບການແກ້ໄຂຢ່າງບຸກທະລຸແຂງແຮງແທ້; ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປະຕິບັດນະໂຍບາຍສົ່ງເສີມການນຳໃຊ້ລົດໄຟຟ້າ ໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້ ໂດຍປັບປຸງໂຄງລ່າງພື້ນຖານຕ່າງໆ ເພື່ອເອື້້ອອຳນວຍການນຳໃຊ້ລົດດັ່ງກ່າວ, ພ້ອມທັງ ເລືອກເຟັ້ນນຳເຂົ້າລົດໄຟຟ້າ ທີ່ມີຄຸນນະພາບດີ; ແກ້ໄຂບັນຫານໍ້າປະປາ ທີ່ບໍ່ທັນພຽງພໍ ໃນເຂດຕົວເມືອງຕ່າງໆ ໃຫ້ມີຄວາມຮັບປະກັນຫຼາຍຂຶ້ນກວ່າເກົ່າ; ແກ້ໄຂບັນຫາໜີ້ສິນ ໂຄງການລົງທຶນຕ່າງໆ ທີ່ຍັງຄົງຄ້າງ ໃນໄລຍະຜ່ານມາ ໃຫ້ຕົກໄປເປັນກ້າວໆ; ຕິດຕາມຊຸກຍູ້ການປະຕິບັດໂຄງການລົງທຶນລະດັບຊາດ ໃຫ້ມີຄວາມຄືບໜ້າ ແລະ ໄດ້ມາດຕະຖານ ຕາມທີ່ກຳນົດໄວ້; ປັບປຸງວຽກງານຮອບດ້ານ ໃນຂົງເຂດວຽກງານການບິນ ໃຫ້ຮັບປະກັນຄວາມປອດໄພ, ໄດ້ມາດຕະຖານສາກົນ, ໜ້າເຊື່ອຖື, ມີເສດຖະກິດ ແລະ ກ້າວໜ້າທັນສະໄໝ; ຈັດລຽງບູລິມະສິດ ພັດທະນາ ແລະ ຫັນເປັນທັນສະໄໝ ໃນຂົງເຂດວຽກງານ ຍທຂ ໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງວຽກງານໃນແຕ່ລະໄລຍະ.