ກຳປູເຈຍ ຄາດວ່າການທ່ອງທ່ຽວຈະຟື້ນຕົວ ຫຼັງຈາກປາບປາມເຄືອຂ່າຍຫຼອກລວງທາງອອນລາຍ

ສຳນັກຂ່າວສານຊິນຮວາລາຍງານໃນວັນທີ 12 ຕຸລາ ຜ່ານມາວ່າ: ທ່ານ ທອງ ເມງດາວິດ ຮອງຜູ້ອຳນວຍການສູນສຶກສາຈີນ-ອາຊຽນ ທີ່ມະຫາວິທະຍາໄລເຕັກໂນໂລຊີ ແລະ ວິທະຍາສາດກຳປູເຈຍ ໄດ້ສະແດງທັດສະນະໃນທາງບວກ ວ່າ: ຈຳນວນນັກທ່ອງທ່ຽວຕ່າງປະເທດ ລວມທັງນັກທ່ອງທ່ຽວຈີນ ທີ່ເດີນທາງມາຢ້ຽມຢາມອຸທິຍານບູຮານຄະດີອັງກໍວັດ ຈະເພີ່ມຂຶ້ນໃນຊຸມປີຕໍ່ໜ້າ ຫຼັງຈາກລັດຖະບານກຳປູເຈຍພະຍາຍາມປາບປາມເຄືອຂ່າຍຫຼອກລວງທາງອອນລາຍ.
ບົດລາຍງານຊີ້ໃຫ້ເຫັນວ່າ: ອຸທິຍານດັ່ງກ່າວໄດ້ຕ້ອນຮັບນັກທ່ອງທ່ຽວຕ່າງປະເທດ ທັງໝົດ 510,528 ຄົນ ລະຫວ່າງເດືອນມັງກອນ ຫາ ກັນຍາ 2026, ຫຼຸດລົງ 27.6% ເມື່ອທຽບໃສ່ປີກ່ອນ. ເຮັດໃຫ້ລາຍຮັບຈາກການຂາຍປີ້ເຂົ້າຊົມໃນໄລຍະດຽວກັນຫຼຸດລົງເຫຼືອ 24.23 ໂດລາ ຫຼື ຫຼຸດລົງ 25.9% ເມື່ອທຽບໃສ່ປີກ່ອນ. ປັດຈຸບັນ, ສະຫະລັດອາເມຣິກາ, ສະຫະລາຊະອານາຈັກ ແລະ ຈີນ ຍັງຄົງເປັນແຫຼ່ງນັກທ່ອງທ່ຽວຕ່າງປະເທດທີ່ໃຫຍ່ທີ່ສຸດຂອງອຸທິຍານດັ່ງກ່າວ.
ທ່ານ ເມງດາວິດ ກ່າວວ່າ: ກຳປູເຈຍຍັງຄົງມຸ່ງໝັ້ນຢ່າງເຕັມທີ່ເພື່ອທຳລາຍເຄືອຂ່າຍການຫຼອກລວງທາງອອນລາຍ ເພື່ອຟື້ນຟູຊື່ສຽງຂອງປະເທດໃນເວທີສາກົນ ແລະ ຟື້ນຟູຄວາມໝັ້ນໃຈຂອງນັກທ່ອງທ່ຽວທົ່ວໂລກ. ໂດຍການຮ່ວມມືສອງຝ່າຍທີ່ເຂັ້ມແຂງຂຶ້ນ, ການຂະຫຍາຍຖ້ຽວບິນໂດຍກົງ ແລະ ການສົ່ງເສີມການທ່ອງທ່ຽວແບບເປົ້າໝາຍ ຈະເປັນຕົວຂັບເຄື່ອນຫຼັກໃນການຟື້ນຟູຈຳນວນນັກທ່ອງທ່ຽວຕ່າງປະເທດທີ່ມາຢ້ຽມຢາມອຸທິຍານດັ່ງກ່າວ.
ເມື່ອບໍ່ດົນມານີ້, ທ່ານ ຮວດ ຮັກ ລັດຖະມົນຕີກະຊວງທ່ອງທ່ຽວກຳປູເຈຍ ໄດ້ກ່າວວ່າ: ການຫຼຸດລົງຂອງຈຳນວນນັກທ່ອງທ່ຽວຕ່າງປະເທດແມ່ນຍ້ອນການລາຍງານຂ່າວທາງລົບ, ຄວາມກັງວົນກ່ຽວກັບການຫຼອກລວງທາງອອນລາຍ, ຂໍ້ຂັດແຍ່ງຊາຍແດນ ແລະ ຂໍ້ຂັດແຍ່ງໃນຕາເວັນອອກກາງ ກຳລັງເຮັດໃຫ້ລາຄານໍ້າມັນເຊື້ອໄຟເພີ່ມຂຶ້ນ ແລະ ຫຼຸດຜ່ອນຄວາມກະຕືລືລົ້ນໃນການເດີນທາງທົ່ວໂລກ.