
ໃນວັນທີ 8 ຕຸລາ 2026 ຜ່ານມານີ້, ທີ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານຜົນການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2026; ໂດຍ ໄດ້ເນັ້ນເຖິງຜົນການກວດກາການຄຸ້ມຄອງ ແລະ ການນຳໃຊ້ເງິນກູ້ຢືມຂອງລັດຖະບານ, ໂດຍລົງເລິກໃສ່ບ້ວງເງິນກູ້ຢືມທີ່ມີເງື່ອນໄຂ ໃນຮູບແບບ EPC (ວິສະວະກຳ, ການຈັດຊື້ ແລະ ການກໍ່ສ້າງ) ຊຶ່ງພົບວ່າ ຍັງມີຫຼາຍຊ່ອງຫວ່າງ ແລະ ຂໍ້ຄົງຄ້າງສຳຄັນທີ່ຕ້ອງໄດ້ຮີບຮ້ອນປັບປຸງແກ້ໄຂ.
ທ່ານປະທານອົງການກວດກາແຫ່ງລັດ ໄດ້ລາຍງານວ່າ: ຈາກການຕິດຕາມບັນຊີຂໍ້ມູນຂອງກະຊວງທີ່ກ່ຽວຂ້ອງ ເຫັນວ່າ ລັດຖະບານ ໄດ້ກູ້ຢືມເງິນມາຈັດຕັ້ງປະຕິບັດໂຄງການ ຈໍານວນ 89 ສັນຍາ, ມູນຄ່າ 5.93 ຕື້ໂດລາສະຫະລັດ ກັບ 6.43 ຕື້ຢວນ ໃນນີ້ ເປັນເງິນກູ້ຢືມຈາກທະນາຄານ EXIM ສປ ຈີນ ຈຳນວນ 77 ສັນຍາ, ມູນຄ່າ 4.77 ຕື້ໂດລາສະຫະລັດ ກັບ 6.43 ຕື້ຢວນ ແລະ ເປັນເງິນກູ້ຢືມຈາກບັນດາບໍລິສັດຂອງ ສປ ຈີນ ຈຳນວນ 12 ສັນຍາ, ມູນຄ່າ 1.16 ຕື້ໂດລາສະຫະລັດ; ໄດ້ກວດກາ 11 ສັນຍາ ລວມມູນຄ່າ 761.24 ລ້ານໂດລາສະຫະລັດ ແລະ 1.10 ຕື້ຢວນ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຂະແໜງໂຍທາທິການ ແລະ ຂົນສົ່ງ.
ຜ່ານການກວດກາ ເຫັນວ່າ: ການປະຕິບັດໂຄງການໃນຮູບແບບ EPC ເປັນສັນຍາເໝົາຈ່າຍ (Lump Sum) ໂດຍບໍລິສັດຜູ້ຮັບເໝົາເປັນຜູ້ສໍາຫລວດ-ອອກແບບ-ກໍ່ສ້າງ, ສະໜອງວັດຖຸກໍ່ສ້າງຄົບຊຸດ, ການຄິດໄລ່ເງິນບໍລິຫານ ແລະ ເງິນຄຸ້ມຄອງໂຄງການ ສູງເກີນລະບຽບການກຳນົດ, ມູນຄ່າການກໍ່ສ້າງສູງ ແລະ ເນື້ອໃນສັນຍາບາງສ່ວນບໍ່ຮັດກຸມ ບໍ່ໄດ້ກຳນົດມາດຕະການຕໍ່ບໍລິສັດຜູ້ຮັບເໝົາ ໃນກໍລະນີການລະເມີດສັນຍາ: ການຄຸ້ມຄອງ, ນໍາໃຊ້ເງິນກູ້ຢືມ ແມ່ນບໍລິສັດເປັນຜູ້ຄຸ້ມຄອງ ແລະ ນໍາໃຊ້ເງິນກູ້ເອງ, ແຕ່ລັດຖະບານ ເປັນຜູ້ຊໍາລະຕົ້ນທຶນ ແລະ ດອກເບ້ຍ ຄືນໃຫ້ ບໍລິສັດ ຕາມສັນຍາ; ພາຍຫຼັງສໍາເລັດໂຄງການ ບໍ່ໄດ້ມອບຊັບສິນຂອງລັດ ທີ່ໄດ້ຈາກໂຄງການກູ້ຢືມ ຄືນໃຫ້ລັດຖະບານ ເປັນຜູ້ຄຸ້ມຄອງ ແລະ ບໍລິສັດຍັງໄດ້ຮັບການຍົກເວັ້ນພາສີ-ອາກອນ ແລະ ຄ່າຊັບພະຍາກອນທໍາມະຊາດ.
ນອກນັ້ນ ຍັງພົບເຫັນ ເງິນທີ່ເຫຼືອຈາກການຈັດຕັ້ງປະຕິບັດໂຄງການ ຈໍານວນ 4.70 ລ້ານໂດລາສະຫາລັດ ທີ່ຈະຕ້ອງໄດ້ຫັກລົບອອກຈາກວົງເງິນກູ້ຢືມ; ໂດຍລວມແລ້ວ ການກູ້ຢືມເງິນມາປະຕິບັດໂຄງການໃນຮູບແບບ EPC ແມ່ນບໍ່ທັນສອດຄ່ອງກັບສະພາບເງື່ອນໄຂຕົວຈິງຂອງປະເທດເຮົາ.
ຂ່າວ: ເສດຖະກິດ-ສັງຄົມ