ການເຝິກຊ້ອມໃຫຍ່ ຄັ້ງທີ 3 ກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກໍາປູເຈຍ

ວັນທີ 12 ຕຸລາ 2026 ນີ້, ຢູ່ທີ່ສູນເຝິກຊ້ອມກອງພົນນ້ອຍຊ່າງແສງຂ້າມຜ່ານ 249 ກອງທັບປະຊາຊົນຫວຽດນາມ ໄດ້ຈັດການເຝິກຊ້ອມໃຫຍ່ ຄັ້ງທີ 3 ໃນກອບກູ້ໄພພິບັດ 3 ກອງທັບ ລາວ-ຫວຽດນາມ-ກຳປູເຈຍ, ໂດຍມີ ທ່ານ ພົນໂທ ເລ່ກວາງດ້າວ ຮອງຫົວໜ້າກົມໃຫຍ່ເສນາທິການ ກອງທັບປະຊາຊົນຫວຽດນາມ, ມີ ທ່ານ ພັນເອກ ຄຳຜາຍ ອ້ວນວິໄລ ຫົວໜ້າກົມອົບຮົມ ກົມໃຫຍ່ເສນາທິການກອງທັບປະຊາຊົນລາວ, ທ່ານ ພັນເອກ ຫຼົງກິມທຽນ ຮອງຫົວໜ້າກົມອົບຮົມ ກອງບັນຊາການທະຫານສູງສຸດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ມີບັນດາຄະນະຜູ້ແທນ, ຄະນະບັນຊາການເຝິກຊ້ອມ ພ້ອມກໍາລັງກອບກູ້ໄພພິບັດຈາກ 3 ກອງທັບ ເຂົ້າຮ່ວມ.
ການເຝິກຊ້ອມໃຫຍ່ຄັ້ງນີ້ ເປັນການກວດກາຄືນຄວາມຮຽບຮ້ອຍ, ປັບປຸງດ້ານວິທີການ ແລະ ກຽມພ້ອມຮອບດ້ານຄັ້ງສຸດທ້າຍ ເພື່ອເຮັດໃຫ້ການສະແດງການກອບກູ້ໄພພິບັດຕົວຈິງ ໃຫ້ລັດຖະມົນຕີກະຊວງປ້ອງກັນປະເທດ 3 ຊາດ ລາວ-ຫວຽດນາມ-ກຳປູເຈຍ ໄດ້ຮັບຊົມ ໃນວັນທີ 14 ຕຸລາ 2026 ທີ່ຈະມາເຖິງນີ້ ໃຫ້ມີຄວາມສົມບູນແບບ, ຮັບປະກັນຄວາມຄ່ອງແຄ້ວ, ປອດໄພ ແລະ ປະສົບຜົນສຳເລັດຢ່າງຈົບງາມ.
ທ່ານ ພັນເອກ ຄຳຜາຍ ອ້ວນວິໄລ ໃຫ້ຮູ້ວ່າ: ການເຝິກຊ້ອມໃນຄັ້ງນີ້ ມີ 3 ຈຸດປະສົງມີ ຄື 1. ປະຕິບັດຕາມບົດບັນທຶກພົບປະລະຫວ່າງ 3 ລັດຖະມົນຕີ ກະຊວງປ້ອງກັນປະເທດ ໃນຄັ້ງວັນທີ 25 ຕຸລາ2025 ກ່ຽວກັບການພັດປ່ຽນກັນເປັນເຈົ້າພາບ ການຈັດຕັ້ງກອບກູ້ໄພພິບັດ. 2. ເພື່ອຊ້ອມໃຫ້ກໍາລັງ ຂອງ 3 ກອງທັບ ມີຄວາມຊຳນິຊຳນານ, ມີໄຫວພິກ, ມີຄວາມອົດທົນໃນການປະຕິບັດໜ້າທີ່ຕົວຈິງ ຫາກສະພາບໄພພິບັດເກີດຂຶ້ນ. 3. ເພື່ອສ້າງຄວາມສາມັກຄີ ແລະ ແລກປ່ຽນບົດຮຽນລະຫວ່າງ 3 ກອງທັບໃຫ້ນັບມື້ດີຂຶ້ນ. ໃນນັ້ນ, ມີເນື້ອໃນການເຝິກຊ້ອມ ດັ່ງນີ້: 1. ກອບກູ້ຜູ້ປະສົບໄພຈາກນໍ້າຖ້ວມ. 2. ກອບກູ້ ແລະ ຊ່ວຍຜູ້ປະສົບໄພຈາກອາຄານຖະຫຼົ່ມ. 3. ກອບກູ້ ແລະ ຊ່ວຍເຫຼືອຜູ້ປະສົບໄພຈາກເຄມີຮົ່ວໄຫຼ. 4. ການປະຕິບັດໜ້າທີ່ດ້ານການແພດ ຂອງໂຮງໝໍສະໜາມ ຂັ້ນ 2.
ການເຝິກຊ້ອມໃນຄັ້ງນີ້ ແນໃສ່ຍົກສູງຄວາມສາມາດໃນການບັນຊາ, ການປະສານງານ ແລະ ການຮ່ວມມືຢ່າງກົມກ່ຽວ ລະຫວ່າງ ກອງທັບ 3 ປະເທດ ໃນການຮັບມືກັບໄພພິບັດທາງທໍາມະຊາດ, ການກູ້ໄພ ແລະ ການຊ່ວຍເຫຼືອມະນຸດສະທໍາຢ່າງທັນທ່ວງທີ, ປະກອບສ່ວນຫຼຸດຜ່ອນຄວາມເສຍຫາຍຕໍ່ຊີວິດ, ສຸຂະພາບ ແລະ ຊັບສິນ ຂອງປະຊາຊົນ ໃຫ້ຢູ່ໃນລະດັບຕໍ່າທີ່ສຸດ ເຊິ່ງແມ່ນໂອກາດສໍາຄັນ ເພື່ອສືບຕໍ່ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ເຮັດໃຫ້ສາຍພົວພັນມູນເຊື້ອຄວາມສາມັກຄີ, ມິດຕະພາບອັນດີງາມ ລະຫວ່າງ 3 ປະເທດ ລາວ-ຫວຽດນາມ-ກໍາປູເຈຍ ນັບມື້ເພີ່ມພູນຄູນສ້າງ ແລະ ເລິກເຊິ່ງຍິ່ງໆ ຂຶ້ນ.
ໂດຍ: ໄກ່ນ໋ອດ ເລັດນະຄອນ