
ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ໃນວັນທີ 7 ຕຸລາ 2026 ຜ່ານມານີ້, ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ) ໄດ້ຂຶ້ນຊີ້ແຈງຕໍ່ຄຳຖາມຂອງບັນດາສະມາຊິກສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດນະໂຍບາຍ, ການປັບປຸງຍຸດທະສາດການພັດທະນາພະລັງງານ 2026-2035 ແລະ ການປັບໂຄງສ້າງລາຄາໄຟຟ້າ ເພື່ອຮັບປະກັນຄວາມໝັ້ນຄົງທາງດ້ານພະລັງງານ ແລະ ຫຼຸດຜ່ອນຜົນກະທົບຕໍ່ປະຊາຊົນ.
ເພື່ອແກ້ໄຂບັນຫາສິ່ງທ້າທາຍທາງດ້ານການເງິນຂອງ ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄປຄຽງຄູ່ກັບການຄຸ້ມຄອງຄ່າຄອງຊີບຂອງປະຊາຊົນ, ກະຊວງ ອຄ ໄດ້ກຳນົດທິດທາງປັບປຸງໂຄງສ້າງລາຄາໄຟຟ້າ ດັ່ງນີ້: ນະໂຍບາຍເກື້ອກູນຜູ້ມີລາຍໄດ້ໜ້ອຍ: ນຳໃຊ້ອັດຕາຄ່າໄຟຟ້າແບບກ້າວໜ້າ (Progressive Tariff) ແລະ ຍົກເວັ້ນພາສີມູນຄ່າເພີ່ມ (VAT 0%) ສຳລັບຜູ້ຊົມໃຊ້ໄຟຟ້າປະເພດຄົວເຮືອນທີ່ໃຊ້ບໍ່ເກີນ 300 kWh/ເດືອນ; ຖ້າລັດຖະບານມີນະໂຍບາຍອຸດໜູນຄ່າໄຟຟ້າໃຫ້ຂະແໜງການໃດໜຶ່ງ, ຕ້ອງມີງົບປະມານຊົດເຊີຍຢ່າງແຈ້ງ ໂດຍບໍ່ປະໃຫ້ ຟຟລ ແບກຫາບພັນທະພຽງຝ່າຍດຽວ. ປັບປຸງລາຄາ ໃຫ້ສະທ້ອນຕົ້ນທຶນຕົວຈິງ ຕາມກົນໄກເສດຖະກິດ ເພື່ອແກ້ໄຂໜີ້ສິນ ຟຟລ ແຕ່ຮັກສາຄວາມສາມາດແຂ່ງຂັນ. ປະຕິບັດນະໂຍບາຍລາຄາຕາມຊ່ວງເວລາ ແລະ ລະດູການ: ນຳໃຊ້ອັດຕາຄ່າໄຟຟ້າຕາມຊ່ວງເວລານຳໃຊ້ (Time of Use - TOU) ແລະ ອັດຕາຕາມລະດູການ (Seasonal Tariff) ສຳລັບກຸ່ມອຸດສາຫະກຳໜັກ ແລະ ກຸ່ມສູນຂໍ້ມູນ-ປັນຍາປະທິດ (Data AI).
ທ່ານ ລັດຖະມົນຕີ ກະຊວງ ອຄ ໄດ້ເຕັ້ນໃສ່ການປັບປຸງຍຸດທະສາດການພັດທະນາພະລັງງານ 2026-2035 ແກ້ໄຂບັນຫາ ໄຟເຫຼືອຍາມຝົນ, ຂາດແຄນຍາມແລ້ງ ໂດຍຫັນປ່ຽນຈາກການເພິ່ງພາໄຟຟ້ານ້ຳຕົກ ທີ່ກວມເຖິງ 92% ມາສູ່ຄວາມສົມດູນຂອງ ໂຄງສ້າງແຫຼ່ງຜະລິດພະລັງງານ (Generation Mix) ຮອດປີ 2035 ໃນນັ້ນ ກໍລະນີມີໂຮງໄຟຟ້າຄວາມຮ້ອນໃໝ່: ກຳລັງຕິດຕັ້ງສະໜອງພາຍໃນຈະບັນລຸ 9,678 MW (ໄຟຟ້ານ້ຳຕົກ 68.1%, ພະລັງງານແສງຕາເວັນ 17.5%, ຄວາມຮ້ອນ 8.8%, ພະລັງງານລົມ 4.1% ແລະ ຊີວະມວນ 1.5%) ເພື່ອເປັນພະລັງງານພື້ນຖານ (Baseload) ທີ່ສະຖຽນ ແລະ ໝັ້ນຄົງ. ສ່ວນກໍລະນີບໍ່ມີໂຮງໄຟຟ້າຄວາມຮ້ອນໃໝ່: ຕ້ອງເພີ່ມກຳລັງຕິດຕັ້ງເປັນ 10,760 MW ໂດຍເພີ່ມສັດສ່ວນພະລັງງານແສງຕາເວັນ ແລະ ລົມ ເປັນ 3,079 MW (18%), ຊຶ້ງຈະຕ້ອງມີມາດຕະການ ຕິດຕັ້ງລະບົບກັກເກັບພະລັງງານ (BESS) ເພື່ອຮັກສາສະຖຽນລະພາບຂອງຕາຂ່າຍໄຟຟ້າ.
ຂ່າວເສດຖະກິດ-ສັງຄົມ