ນາງ ດາຣູນີ ຊະນະແກ້ວສຳເລັດ ຫຼັກສູດການພັດທະນາຜູ້ນຳແມ່ຍິງ ສະຫະພັນບານເຕະອາຊີ

ຖືເປັນຂ່າວດີຂອງວົງການກິລາບານເຕະ ສປປ ລາວ ໃນວັນທີ 8 ຕຸລາ 2026 ຜ່ານມາ ທາງສະຫະພັນບານເຕະອາຊີ (Asian Football Confederation) ໄດ້ມີການມອບໃບປະກາດສະນີຍາບັດໃຫ້ແກ່ນັກສຳມະນາກອນ ທີ່ສຳເລັດການສຶກສາຈາກໂຄງການ AFC Empowering Women in Football Programme (AEWFP) ຮຸ່ນທີ 2, ເຊິ່ງມີຕົວແທນຈາກ ສປປ ລາວ ເຂົ້າຮ່ວມຝຶກອົບຮົມໃນຮຸ່ນນີ້ມີ ນາງ ດາຣູນີ ຊະນະແກ້ວ ຮອງປະທານ ສະຫະພັນບານເຕະ ແຂວງ ຫຼວງພະບາງ ແລະ ທັງເປັນຜູ້ບໍລິຫານ ສະໂມສອນ ຫຼວງພະບາງ ຟຟລ ທີ່ກຳລັງແຂ່ງຂັນໃນ ລາວລີກ 1 ແລະ ທ່ານ ນາງ ປຣະຣີຊາດ ສຸກສໍາລານ ຜູ້ຊ່ວຍເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ແລະ ຜູ້ຈັດການທີມຊາດຍິງ ຮຸ່ນອາຍຸບໍ່ເກີນ 17 ປີ.
ສຳລັບຫຼັກສູດນີ້ ແມ່ນໃຊ້ເວລາໃນການຮຽນທັງຫມົດ 6 ເດືອນເຕັມຜ່ານລະບົບອອນລາຍ (online), ໂດຍມີຜູ້ເຂົ້າຮ່ວມ 30 ທ່ານຈາກທົ່ວທະວີບອາຊີ. ໃນຫຼັກສູດນີ້, ຜູ້ເຂົ້າຮ່ວມຈະໄດ້ມີໂອກາດສຶກສາຄົ້ນຄວ້າບັນຫາສຳຄັນທີ່ພົບເຫັນໃນວົງການກິລາບານເຕະ, ຮຽນຮູ້ການວາງແຜນຍຸດທະສາດ, ການສື່ສານແລກປ່ຽນທັດສະ ແລະ ເກັບກ່ຽວປະສົບການຕົວຈິງລະຫວ່າງແຕ່ລະສະມາຊິກ ເພື່ອສົ່ງເສີມຄວາມຫຼາກຫຼາຍ, ຄວາມສະເໝີພາບ ແລະ ຊ່ວຍກັນສ້າງໂອກາດທີ່ດີຍິ່ງຂຶ້ນໃຫ້ແກ່ບຸກຄະລາກອນແມ່ຍິງໃນວົງການກິລາບານເຕະ.
ໂຄງການ AEWFP ຖືກອອກແບບມາເພື່ອເສີມສ້າງຄວາມຮູ້, ຄວາມເປັນຜູ້ນຳ ແລະ ການຮ່ວມມື ໂດຍຈະຍັງສືບຕໍ່ສ້າງຄວາມເຂັ້ມແຂງ, ມອບຄວາມໝັ້ນໃຈ ແລະ ເຄື່ອງມືຕົວຈິງໃຫ້ແກ່ບຸກຄະລາກອນບານເຕະ ເພື່ອປະກອບສ່ວນເຂົ້າໃນການພັດທະນາວົງການບານເຕະຍິງໃຫ້ເປີດກວ້າງ, ມີຄວາມກ້າວໜ້າ ແລະ ຫຼາກຫຼາຍຂຶ້ນໃນທົ່ວຂົງເຂດອາຊີ.
ຂໍ້ມູນ: ຈາກສະຫະພັນບານເຕະແຫ່ງຊາດລາວ