ສພຊ ພິຈາລະນາຮ່າງກົດໝາຍການບິນພົນລະເຮືອນ ສະບັບປັບປຸງ ຍົກລະດັບມາດຕະຖານສາກົນ ແລະ ຮອງຮັບການກວດກາຈາກ ICAO

ໃນວາລະດໍາເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ (ສພຊ) ຊຸດທີ X ວັນທີ 15 ຕຸລາ 2026 ນີ້, ທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ນຳສະເໜີຮ່າງກົດໝາຍວ່າດ້ວຍການບິນພົນລະເຮືອນ ສະບັບປັບປຸງ
ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ໄດ້ສຸມໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນຢ່າງເລິກເຊິ່ງ.ເພື່ອເຮັດໃຫ້ເນື້ອໃນມີຄວາມຄົບຖ້ວນສົມບູນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ສ້າງເປັນບ່ອນອີງທາງດ້ານນິຕິກຳທີ່ໜັກແໜ້ນໃຫ້ແກ່ວຽກງານການບິນພົນລະເຮືອນຂອງ ສປປ ລາວ.
ທ່ານ ເຫລັກໄຫລ ສີວິໄລ ໄດ້ຍົກໃຫ້ເຫັນສະພາບການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການ ບິນພົນລະເຮືອນ ໃນໄລຍະຜ່ານມາ, ເຫດຜົນ ແລະ ຄວາມຈໍາເປັນ ຂອງການປັບປຸງ, ໂຄງປະກອບ ແລະ ເນື້ອໃນຕົ້ນຕໍຂອງຮ່າງກົດໝາຍ ຊຶ່ງກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງໃນໄລຍະຜ່ານມາ) ໄດ້ປະກາດໃຊ້ ໃນປີ 2018 ເພື່ອນໍາໃຊ້ເຂົ້າໃນວຽກງານຂະແໜງການບິນທົ່ວປະເທດ ຊຶ່ງປະກອບມີ 18 ພາກ 27 ໝວດ 174 ມາດຕາ.
ສໍາລັບ ສະບັບປັບປຸງໃນຄັ້ງນີ້ ປະກອບມີ 16 ພາກ, 35 ໝວດ ແລະ 189 ມາດຕາ, ຮັກສາເດີມ 28 ມາດຕາ, ປັບປຸງຄືນ 126 ມາດຕາ ແລະ ເພີ່ມເຂົ້າໃໝ່ 35 ມາດຕາ. ທັງນີ້, ກໍເພື່ອເຮັດໃຫ້ ກົດໝາຍດັ່ງກ່າວ ມີເນື້ອໃນສົມບູນ ແລະ ສອດຄ່ອງກັບການຂະ ຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນປັດຈຸບັນ, ທັງເປັນບ່ອນອີງໃຫ້ແກ່ການຈັດຕັ້ງປະຕິບັດວຽກງານທາງດ້ານການບິນພົນລະເຮືອນ ໃນ ສປປ ລາວ ຢ່າງລວມສູນ ມີປະສິດທິພາບ ແລະ ປະສິດທິຜົນສູງ ໂດຍສະເພາະການແກ້ໄຂການກວດກາ-ກວດສອບ ຂອງອົງການການບິນພົນລະເຮືອນ (ICAO) ເພື່ອຮັບປະກັນຄວາມປອດໄພ ແລະ ປ້ອງກັນບໍ່ໃຫ້ ສປປ ລາວ ຖືກທຸງແດງ.
ພາຍຫລັງກົດໝາຍສະບັບນີ້ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນບ່ອນອີງທາງດ້ານນິຕິກຳ ຂອງວຽກງານການບິນພົນລະເຮືອນ ຂອງ ສປປ ລາວ ທີ່ຈະນໍາໃຊ້ ເຂົ້າໃນການອ້າງອີງ ຕໍ່ການປະຕິບັດຕາມສົນທິສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ; ເພື່ອຍົກສູງບົດບາດຂອງກົມການ ບິນພົນລະເຮືອນ ໃຫ້ເປັນເຈົ້າໜ້າທີ່ທີ່ມີສິດ ແລະ ໜ້າທີ່ ໃນການຄຸ້ມຄອງມະຫາພາກດ້ານການບິນພົນລະເຮືອນ ໃຫ້ເປັນຮູບປະທໍາ ໂດຍນໍາໃຊ້ລະບົບກົດໝາຍ ແລະ ລະບຽບການ ຢ່າງເຂັ້ມງວດ, ພ້ອມດ້ວຍງົບປະມານພຽງພໍ ແລະ ບຸກຄະລາກອນດ້ານວິຊາສະເພາະການບິນ ໃຫ້ແທດເໝາະກັບພາລະບົດບາດຂອງຕົນ ເພື່ອຮັບປະກັນການຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ; ຮັບປະກັນການຈັດຕັ້ງປະຕິ ບັດການຄຸ້ມຄອງວຽກງານຂະແໜງການບິນພົນລະເຮືອນ ໃຫ້ມີຄວາມຄ່ອງຕົວ, ສະດວກ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍໃນສັງຄົມ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ປົກປ້ອງຜູ້ຊົມໃຊ້, ຊັບສິນ ແລະ ສ້າງໂອກາດໃນການຍາດແຍ່ງການລົງທຶນ ຂອງຕ່າງປະເທດໃນອະນາຄົດ; ເຮັດໃຫ້ການຄຸ້ມຄອງ, ຕິດຕາມ, ກວດກາ ແລະ ການແບ່ງຄວາມຮັບຜິດຊອບ ກ່ຽວກັບວຽກງານຂະແໜງການບິນພົນລະເຮືອນ ລະຫວ່າງ ຂັ້ນສູນກາງ, ທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ໃຫ້ມີຄວາມເປັນເອກະພາບ ໃນຂອບເຂດທົ່ວປະເທດ; ເປັນເຄື່ອງມືທີ່ສໍາຄັນ, ຮັດກຸມ ແລະ ຄົບຖ້ວນ ໃນການຄຸ້ມຄອງລັດດ້ວຍກົດໝາຍ, ປະກອບສ່ວນໃຫ້ ແກ່ການພັດທະນາເສດຖະກິດ-ສັງຄົມ ຂອງຊາດ; ເປັນບ່ອນອີງ ໃຫ້ແກ່ການສ້າງນິຕິກຳ, ບົດແນະນໍາ ແລະ ມາດຕະຖານເຕັກນິກຕ່າງໆ ໃນການຄຸ້ມຄອງມະຫາພາກໃຫ້ມີຄວາມສະດວກ, ວ່ອງໄວ ແລະ ທັນສະໄໝເທື່ອລະກ້າວ; ດຶງດູດການຮ່ວມມື, ການຊ່ວຍເຫລືອຈາກຕ່າງປະເທດ, ອົງການຈັດຕັ້ງສາກົນ, ຄູ່ຮ່ວມພັດທະນາໃນວຽກງານການບິນພົນລະເຮືອນ ແລະ ເພື່ອຊຸກຍູ້, ສົ່ງເສີມໃຫ້ພາກສ່ວນເອກະຊົນທັງພາຍໃນ ແລະ ຕ່າງປະເທດ ໃຫ້ມີສ່ວນຮ່ວມໃນການ ພັດທະນາວຽກງານການບິນພົນລະເຮືອນໃຫ້ນັບມື້ນັບຫລາຍຂຶ້ນ.
ຂ່າວ: ສາວລາວໃຕ້