ທ່ານ ນາງ ສຸກສະຫວັນ ບຸນມາກໄດ້ຮັບລາງວັນ ຜູ້ປະກອບການ ແມ່ຍີງອາຊຽນ

ໃນວັນທີ 2 ຕຸລາ 2026 ຢູ່ທີ່ໂຮງແຮມ ອາມາຣີ. (Amari hotel) ນະຄອນຫລວງວຽງຈັນ ສ ປປ ລາວ ພິທີມອບ - ຮັບ ລາງວັນ ຜູ້ປະກອບການ ແມ່ຍີງອາຊຽນ ໃຫ້ກຽດມອບໂດຍ ທ່ານ ມະໄລທອງ ກົມທະສິດ ລັດຖະມົນຕີກະຊວງອຸດສ່ຫະກໍາ ແລະ ການຄ້າ.
ທ່ານ ນາງ ສຸກສະຫວັນ ບຸນມາກ ມີຄວາມຮູ້ສຶກພາກພູມໃຈ ແລະ ຊາບຊຶ້ງຫຼາຍ ເພາະລາງວັນ AWEN ບໍ່ແມ່ນພຽງການຍອມຮັບໃນຄວາມສຳເລັດຂອງຂ້າພະເຈົ້າເທົ່ານັ້ນ ແຕ່ຍັງເປັນກຽດ ຂອງແມ່ຍິງລາວ. ລາງວັນນີ້ເຕືອນໃຫ້ຂ້າພະເຈົ້າຮູ້ວ່າ ຍິ່ງເຮົາເຕີບໂຕສູງຂຶ້ນເທົ່າໃດ ເຮົາກໍຍິ່ງຕ້ອງສ້າງຄຸນຄ່າຄືນໃຫ້ສັງຄົມຫຼາຍຂຶ້ນເທົ່ານັ້ນ.” ແມ່ຍິງລາວນອກຈາກ ເປັນແມ່ທີດູແລລູກຍັງສາມາດສ້າງເສດຖະກິດ ຄອບຄົວ ແລະ ດູແລໂຕເອງໄດ້ພ້ອມຂະຫຍາຍອົງກອນໃຫ້ເປັນທິ່ຍອມຮັບໃນປະຈຸບັນນີ້ ແລະ ເຮົາຍັງຄົງຈະສ້າງຄຸນຄ່າຂອງສິນຄ້າ ແລະ ແມ່ຍິງໃຫ້ສູງຍິງໆ ຂື້ນໄປ
ທ່ານ ນາງ ສຸກສະຫວັນ ບຸນມາກ ຜູ້ອຳນວຍການ ໃຫ້ສຳພາດນກຂ່າວເສດດຖະກິດ-ສັງຄົມ ໃຫ້ຮູ້ວ່າ: ບໍລິສັດ ອານຸວົງ ອິມພອດ-ເອັກພອດ ຈຳກັດຜູ້ດຽວ (Anouvong Import-Export Sole Co., Ltd.) ເປັນບໍລິສັດລາວທີ່ດຳເນີນທຸລະກິດດ້ານເຄື່ອງສຳອາງ ແລະ ຜະລິດຕະພັນຄວາມງາມ. ບໍລິສັດເປັນເຈົ້າຂອງແບຣນຄວາມງາມລາວ DeeLight Luang Prabang ເຊິ່ງຮ່ວມກໍ່ຕັ້ງໃນປີ 2014 ໂດຍ ນາງ ສຸກສະຫວັນ ບຸນມາກ (Souksawan Bounmark) ຫຼື ທີ່ຮູ້ຈັກກັນໃນນາມ “Lady” ຮ່ວມກັບສາມີ ທ່ານ ທິລະກອນ ອານຸວົງ (Thilakone Anouvong).
ທາງບໍລິສັດຮ່ວມມືກັບໂຮງງານຜູ້ຜະລິດໃນຕ່າງປະເທດທີ່ມີຄຸນວຸດທິ ໂດຍ DeeLight ໄດ້ຮ່ວມມືໂດຍກົງກັບຄູ່ຮ່ວມຜະລິດໃນດ້ານການຄົ້ນຄວ້າ ແລະ ພັດທະນາ (R&D) ເພື່ອສ້າງສູດຜະລິດຕະພັນສະເພາະສຳລັບແບຣນຂອງຕົນ ພາຍໃຕ້ແນວຄິດ “Formulated under the DeeLight Luang Prabang licence” ຫຼື “ສູດຜະລິດຕະພັນພັດທະນາພາຍໃຕ້ສິດອະນຸຍາດຂອງ DeeLight Luang Prabang”.
ການພັດທະນາສູດຜະລິດຕະພັນເຫຼົ່ານີ້ ແມ່ນຄຳນຶງເຖິງສະພາບຜິວຂອງຜູ້ບໍລິໂພກລາວ, ສະພາບອາກາດຮ້ອນ ແລະ ຊຸ່ມຊື່ນ ຕະຫຼອດຮອດການດູແລຄວາມງາມໃນຊີວິດປະຈຳວັນຂອງຄົນລາວ. ຄູ່ຮ່ວມຜະລິດເປັນຜູ້ຜະລິດສິນຄ້າ ສ່ວນບໍລິສັດເປັນຜູ້ນຳເຂົ້າ ແລະ ຈັດຈຳໜ່າຍພາຍໃນ ສປປ ລາວ.
DeeLight ກໍ່ກຳເນີດຂຶ້ນຈາກຄວາມເຂົ້າໃຈໃນຄວາມຕ້ອງການດ້ານຄວາມງາມທີ່ແທ້ຈິງຂອງແມ່ຍິງລາວ ແລະ ຄວາມປາຖະໜາທີ່ຢາກໃຫ້ຜູ້ຍິງຮູ້ສຶກໝັ້ນໃຈທັງໃນບ່ອນເຮັດວຽກ, ຢູ່ເຮືອນ ແລະ ເມື່ອປະກົດຕົວຕໍ່ໜ້າຜູ້ອື່ນ. ແນວຄິດຫຼັກຂອງແບຣນຄື ຄວາມງາມບໍ່ແມ່ນພຽງແຕ່ເລື່ອງເຄື່ອງສຳອາງ ແຕ່ຍັງເປັນແຫຼ່ງສ້າງຄວາມໝັ້ນໃຈໃຫ້ແກ່ແມ່ຍິງ.
DeeLight ສະທ້ອນຄວາມມຸ່ງໝັ້ນນີ້ຜ່ານແນວຄິດທີ່ວ່າ:“ແບຣນຄວາມງາມຂອງຄົນລາວ ສ້າງສັນໂດຍຄົນລາວ ເພື່ອຕອບໂຈດຄວາມຕ້ອງການສະເພາະດ້ານຜິວພັນຂອງຄົນລາວ.”
ນອກເໜືອຈາກແບຣນ DeeLight ທີ່ບໍລິສັດເປັນເຈົ້າຂອງແລ້ວ, ບໍລິສັດ Anouvong Import-Export ຍັງນຳເຂົ້າ ແລະ ຈັດຈຳໜ່າຍແບຣນຄວາມງາມຊັ້ນນຳຈາກປະເທດໄທໃນ ສປປ ລາວ.
ການຈຳໜ່າຍຜະລິດຕະພັນຄວາມງາມຈຳໜ່າຍເຄື່ອງສຳອາງ ແລະ ຜະລິດຕະພັນຄວາມງາມພາຍໃຕ້ແບຣນ DeeLight Luang Prabang ເຊັ່ນ ແປ້ງແຕ່ງໜ້າ ແລະ ຜະລິດຕະພັນບຳລຸງຜິວຕາມລາຍການສິນຄ້າຂອງແບຣນ.
ການພັດທະນາສູດ ແລະ ສ້າງແບຣນສິນຄ້າຮ່ວມມືກັບໂຮງງານຜູ້ຜະລິດໃນຕ່າງປະເທດ ເພື່ອຄົ້ນຄວ້າ ແລະ ພັດທະນາສູດສະເພາະສຳລັບ DeeLight ໂດຍຄຳນຶງເຖິງສະພາບຜິວ ແລະ ສະພາບອາກາດຂອງລາວ.
ການຂາຍສົ່ງ ແລະ ການຈັດຈຳໜ່າຍຈັດຈຳໜ່າຍຜະລິດຕະພັນຜ່ານເຄືອຂ່າຍຕົວແທນອອນລາຍ, ຮ້ານຄ້າຕົວແທນ ແລະ ຮ້ານຄ້າປີກສະໄໝໃໝ່ ເພື່ອຂະຫຍາຍການເຂົ້າເຖິງລູກຄ້າທົ່ວປະເທດ.
ນຳໃຊ້ສື່ສັງຄົມອອນລາຍເພື່ອນຳສະເໜີສິນຄ້າ, ສ້າງເນື້ອຫາຄວາມງາມ, ປະຊາສຳພັນແບຣນ ແລະ ຈັດກິດຈະກຳສົ່ງເສີມການຂາຍ.
ການນຳເຂົ້າ ແລະ ຈັດຈຳໜ່າຍແບຣນຄວາມງາມຈາກຕ່າງປະເທດນອກຈາກ DeeLight ແລ້ວ ບໍລິສັດຍັງນຳເຂົ້າ ແລະ ຈັດຈຳໜ່າຍ Royal Beauty ແລະ Beauty Buffet ຈາກປະເທດໄທໃນຕະຫຼາດລາວ