ເມືອງຊໍາເໜືອ ແຂວງຫົວພັນ ຈັດພິທີເປີດງານບຸນຊ່ວງເຮືອປະຈໍາປີ ພສ 2569

ວັນທີ່ 15 ຕຸລາ 2026 ນີ້, ເມືອງຊໍາເໜືອ ແຂວງຫົວພັນ ໄດ້ຈັດພິທີເປີດງານບຸນຊ່ວງເຮືອປະຈໍາປີ ພສ 2569 ຂື້ນຢູ່ທີ່ເຂື່ອນຫ້ວຍແໝນ. ໂດຍມີທ່ານ ອ່ອນພັນ ທອງທິດາ ຄະນະປະຈໍາພັກແຂວງປະທານກວດກາພັກ-ລັດແຂວງ, ທ່ານ ບຸນລົມ ສີເມືອງວົງ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງຊໍາເໜືອ, ມີບັນດາທ່ານການນໍາແຂວງ, ການນໍາເມືອງຊໍາເໜືອ, ຕາແສງເມືອງຊໍາ, ຫົວໜ້າພະແນກການອ້ອມຂ້າງແຂວງ, ນັກທຸລະກິດ, ແຂກຖືກເຊີນ, ນັກກິລາຊ່ວງເຮືອ ແລະ ມວນຊົນເຂົ້າຮ່ວມຢ່າງຄືກຄື້ນ.
ການແຂ່ງຂັນຊ່ວງເຮືອຢູ່ເມືອງຊໍາເໜືອ ຈະໄດ້ດຳເນີນເປັນເວລາ 3 ວັນ ເຊິ່ງເລີ່ມແຕ່ວັນທີ 15-16-17 ຕຸລາ 2026, ມີທີມນັກກິລາຊ່ວງເຮືອທີ່ມາຈາກກົມກອງຂັ້ນແຂວງ, ຫ້ອງການຂອງເມືອງ, ເມືອງອ້ອມຂ້າງ ແລະ ຕາແສງ ຈໍານວນ 17 ທີມ, ຍິງ 5 ທີມ.
ການຈັດງານບຸນຊ່ວງເຮືອຄັ້ງນີ້ ເພື່ອເປັນການເສີມຂະຫຍາຍມູນເຊື້ອວັດທະນະທໍາຮີດຄອງປະເພນີອັນດີງາມ ຂອງຊາດໄວ້ໃຫ້ຢູ່ຄຽງຄູ່ກັບຄົນລາວ-ຊາດລາວ ຂອງພວກເຮົາ ແລະ ເພື່ອເຮັດໃຫ້ບຸນອອກພັນສາປະວໍລະນາ ປະຈຳປີ ພສ 2569 ມີບັນຍາກາດເບີກບານມ່ວນຊື່ນ, ທັງເປັນການປົກປັກຮັກສາຮີດ 12 ຄອງ 14 ໃຫ້ຍືນຍົງຕະຫຼອດໄປ. ການແຂ່ງຂັນ ນອກຈາກຈະເປັນການສ້າງບັນຍາກາດໃນບຸນອອກພັນສາປະວໍລະນາປະຈຳປີ ໃຫ້ມີບັນຍາກາດເບີກບານມ່ວນຊື່ນແລ້ວ; ຍັງເປັນການປະກອບສ່ວນສໍາຄັນເຂົ້າໃນການສົ່ງເສີມການທ່ອງທ່ຽວ, ພັກຜ່ອນຢ່ອນອາລົມ ແລະ ພົບປະສ້າງສັນ ຄວາມສາມັກຄີເຊິ່ງກັນ ແລະ ກັນອີກດ້ວຍ.
ເພື່ອເຮັດໃຫ້ງານບຸນຊ່ວງເຮືອດຳເນີນງານໄປດ້ວຍບັນຍາກາດຟົດຟື້ນ ແລະ ມ່ວນຊື່ນ ທ່ານ ບຸນລົມ ສີເມືອງວົງ ປະທານຄະນະກຳມະການປົກຄອງເມືອງຊໍາເໜືອ, ທັງເປັນປະທານຈັດງານບຸນຊ່ວງເຮືອປີນີ້ ໄດ້ຮຽກຮ້ອງມາຍັງນັກສີພາຍທຸກທ່ານ, ທຸກທີມ ຈົ່ງພ້ອມກັນມີນ້ຳໃຈນັກກິລາ ຕໍ່ກັນ ພ້ອມທັງປະຕິບັດຕາມລະບຽບ ແລະ ກະຕິກາ ທີ່ຄະນະຮັບຜິດຊອບວາງອອກຢ່າງເຂັ້ມງວດ, ຈະໄດ້ ຫຼື ເສຍແມ່ນສະແດງເຖິງນໍ້າໃຈນັກກິລາ, ພ້ອມກັນເບີກບານມ່ວນຊື່ນ ແລະ ຖືວ່າແມ່ນເກມການແຂ່ງຂັນ ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງຜູ້ເຂົ້າຮ່ວມ, ຜູ້ຊົມຜູ້ເຊຍທຸກທ່ານ ຈົ່ງພ້ອມກັນເອົາໃຈໃສ່ຮັກສາຄວາມສະອາດໃຫ້ມີຄວາມຈົບງາມ, ເປັນລະບຽບຮຽບຮ້ອຍ ແລະມີຄວາມສະຫງົບປອດໄພ 100%.
ຂ່າວ-ພາບ: ນິດຖະໜອມ