ມອບຜູ້ຖືກຫາຄົນສັນຊາດໄທ 39 ຄົນ ທີ່ກໍ່ອາຊະຍາກໍາທາງອິນເຕີເນັດ ແລະ ການພະນັນອອນລາຍ

ໃນວັນທີ 14 ຕຸລາ 2026 ທີ່ຂົວມິດຕະພາບ ລາວ-ໄທ ແຫ່ງທີ 1 ນະຄອນຫຼວງວຽງຈັນ-ໜອງຄາຍ, ຄະນະສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ລາວ ໄດ້ມອບຕົວຜູ້ຖືກຫາຄົນສັນຊາດໄທ ທີ່ລັກລອບເຄື່ອນໄຫວກໍ່ອາຊະຍາກຳທາງດ້ານອິນເຕີເນັດ ແລະ ການພະນັນອອນລາຍ ຈໍານວນ 39 ຄົນ ຍິງ 14 ຄົນ ໃຫ້ເຈົ້າໜ້າທີ່ຕໍາຫຼວດທາງການໄທ ສືບຕໍ່ດໍາເນີນຄະດີຕາມລະບຽບກົດໝາຍ.
ຕາງໜ້າເຈົ້າໜ້າທີ່ຝ່າຍລາວ ເຊັນບົດບັນທຶກມອບໂດຍ ພັທ ແກ່ນຄໍາ ແກ່ນທະວົງ ຫົວໜ້າຕໍາຫຼວດກວດຄົນເຂົ້າ-ອອກເມືອງດ່ານສາກົນຂົວມິດຕະພາບລາວ-ໄທແຫ່ງທີ 1 ແລະ ເຈົ້າໜ້າທີ່ຝ່າຍໄທ ເຊັນຮັບໂດຍ ພັທ ທິຍາຊະພັດ ຣັງສີພຣາມະນາກຸນ ຮອງຜູ້ກຳກັບການກວດຄົນເຂົ້າ-ອອກເມືອງ ຈັງຫວັດໜອງຄາຍ ພ້ອມດ້ວຍ ເຈົ້າໜ້າທີ່ທີ່ກຽ່ວຂ້ອງສອງຝ່າຍເຂົ້າຮ່ວມ.
ການມອບ-ຮັບ ຜູ້ຖືກຫາຄົນສັນຊາດໄທ ຄັ້ງນີ້, ແມ່ນເປັນການປະຕິບັດຕາມກົດໝາຍວ່າດ້ວຍການເຂົ້າ-ອອກເມືອງ ແລະ ຄຸ້ມຄອງຄົນຕ່າງປະເທດ ແຫ່ງ ສປປ ລາວ ສະບັບ ແລະ ເປັນການປະຕິບັດຕາມການຕົກລົງເຫັນດີຂອງເຈົ້າໜ້າທີ່ຕໍາຫຼວດ ສປປ ລາວ ແລະ ເຈົ້າໜ້າທີ່ຕໍາຫຼວດ ຣາຊະອານາຈັກໄທ.
ສ່ວນຜູ້ຖືກຫາ ທີ່ນໍາມາມອບ-ຮັບ ຄັ້ງນີ້, ແມ່ນຖືກເຈົ້າໜ້າທີ່ສະເພາະກິດ ກະຊວງປ້ອງກັນຄວາມສະຫງົບ ກັກຕົວໄດ້ໃນລະຫວ່າງການເຂົ້າກວາດລ້າງກຸ່ມແກ້ງກໍ່ອາຊະຍາກຳທາງອິນເຕີເນັດ ແລະ ການພະນັນອອນລາຍ ຢູ່ ບໍລິສັດ ເອສທີ ເວກັສ ທີ່ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ແລະ ເຂດເສດຖະກິດບຶງທາດຫຼວງ ຕຶກ 8 ອອມອາຊີສາກົນ ໃນໄລຍະເດືອນກໍລະກົດ-ເດືອນສິງຫາ 2026 ທີ່ຜ່ານມາ.