ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ

ວັນທີ 12 ຕຸລາ 2026 ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ຮອງນາຍົກລັດຖະມົນຕີ, ລັດຖະຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງ ກອງທັບປະຊາຊົນລາວ ໄດ້ເຄື່ອນໄຫວຢ້ຽມຢາມ ສສ ຫວຽດນາມ ໃນລະຫວ່າງ ວັນທີ 12-15 ຕຸລາ 2026 ໂດຍການຕ້ອນຮັບ ຂອງສະຫາຍ ພົນເອກ ຟານ ວັນ ຢາງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ຮອງນາຍົກຖະມົນຕີ, ລັດຖະຕີກະຊວງປ້ອງກັນປະເທດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍນາຍທະຫານຂັ້ນສູງ ກອງທັບປະຊາຊົນຫວຽດນາມ.
ພາຍຫລັງສໍາເລັດພິທີຕ້ອນຮັບຢ່າງເປັນທາງການ ໄດ້ພົບປະສອງຝ່າຍ ເຊິ່ງເປັນການທົບທວນ ແລະ ຕີລາຄາໝາກຜົນໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໃນໄລຍະ 1 ປີຜ່ານມາ, ກອງທັບປະຊາຊົນລາວ ແລະ ຫວຽດນາມ ຍັງຄົງສືບຕໍ່ເພີ່ມທະວີໃນການຮັດແໜ້ນການຮ່ວມມືສອງຝ່າຍໃຫ້ກ້າວເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຢ່າງບໍ່ຢຸດຢັ້ງ. ສອງຝ່າຍໄດ້ຮ່ວມກັນຈັດຕັ້ງປະຕິບັດບັນດາເນື້ອໃນອະນຸສັນຍາ 5 ປີ ແລະ ແຜນການຮ່ວມມື ປະຈຳປີ 2026 ຢ່າງເຂັ້ມງວດ, ມີປະສິດທິຜົນ ແລະ ໄດ້ຮັບຜົນສຳເລັດຕາມຄາດໝາຍ ເຊິ່ງໄດ້ກາຍເປັນເສົາຄ້ຳຫຼັກອັນໜັກແໜ້ນໃຫ້ແກ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຂອງສອງຊາດ, ທັງສອງຝ່າຍເຫັນດີເປັນເອກະພາບສືບຕໍ່ໃນການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນ ວຽກງານພັກ-ວຽກງານການເມືອງ, ໄດ້ມີການແລກປ່ຽນຂໍ້ມູນຂ່າວສານ ເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ.
ໃນຂົງເຂດວຽກງານປ້ອງກັນຊາດ, ແລກປ່ຽນຄະນະຜູ້ແທນ: ສອງກອງທັບໄດ້ຈັດຕັ້ງການຢ້ຽມຢາມ, ເຮັດວຽກ, ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ແລະ ພົບປະຮ່ວມກັນຢ່າງເປັນປົກກະຕິ ນັບແຕ່ຂັ້ນສູງຮອດທ້ອງຖິ່ນ ຢ່າງມີປະສິດທິຜົນ ແລະ ສຳເລັດຕາມແຜນການ;
ວຽກງານຄຸ້ມຄອງ ແລະ ປົກປັກຮັກສາຊາຍແດນ: ກຳລັງປ້ອງກັນຊາຍແດນ ຂອງສອງປະເທດ ໄດ້ເພີ່ມທະວີການລາດຕະເວນຮ່ວມກັນ ຢ່າງເປັນປະຈຳ ເພື່ອປົກປັກຮັກສາຫຼັກໝາຍຊາຍແດນ ພ້ອມກັນນັ້ນ, ໄດ້ເປັນເຈົ້າການໃນການສະກັດກັ້ນ ແລະ ປາບປາມອາຊະຍາກຳຂ້າມຊາດ, ການຄ້າຂາຍຢາເສບຕິດ, ການລັກລອບຂ້າມແດນຜິດກົດໝາຍ, ຄະນະວິຊາການ ຂອງທັງສອງຝ່າຍ ໄດ້ຈັດຕັ້ງສຳເລັດການເອກະພາບເນື້ອໃນແຜນການຮ່ວມມື ປະຈຳປີ 2027 ລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໃນເດືອນກັນຍາ 2026 ຜ່ານມາ, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ສືບຕໍ່ບໍາລຸງ, ເຝິກອົບຮົມ ແລະ ກໍ່ສ້າງພະນັກງານ ໃຫ້ແກ່ກອງທັບປະຊາຊົນລາວ ຕາມແຜນການທີ່ໄດ້ຕົກລົງກັນ ໄດ້ຮັບຜົນດີ, ສອງຝ່າຍ ໄດ້ປະສານສົມທົບ, ຊຸກຍູ້, ກວດການຕິດຕາມຢ່າງໃກ້ຊິດ ຄວາມຄືບໜ້າໂຄງການກໍ່ສ້າງ 3 ກຸ່ມບ້ານໃໝ່ ຢູ່ແຂວງບໍລິຄຳໄຊ, ຄຳມ່ວນ ແລະ ແຂວງອັດຕະປື ມາຮອດປັດຈຸບັນ, ໂຄງການກໍ່ສ້າງ 3 ກຸ່ມບ້ານໃໝ່ ມີຄວາມຄືບໜ້າເກືອບ 70-80%, ການຮ່ວມມືຊອກຫາ, ຂຸດຄົ້ນ ແລະ ທ້ອນໂຮມອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ລາວ ໃນສົກລະດູແລ້ງປີ 2025-2026 ສາມາດຊອກຫາ, ຂຸດຄົ້ນ ໄດ້ 173 ອັດຖິ ພິເສດ, ໃນເດືອນພຶດສະພາ 2026, ລັດຖະບານ ແລະ ກອງທັບປະຊາຊົນລາວ ໄດ້ຈັດພິທີໄຫວ້ອາໄລ ແລະ ຈັດສົ່ງອັດຖິທະຫານອາສາສະໝັກຫວຽດນາມ ກັບຄືນສູ່ປະເທດຢ່າງສົມກຽດ;
ຂົງເຂດພະລາທິການ-ເຕັກນິກ ແລະ ອຸດສະຫະກຳປ້ອງກັນຊາດ: ສອງກອງທັບ ໄດ້ມີການແລກປ່ຽນບົດຮຽນ, ວິທະຍາສາດ ແລະ ເຕັກໂນໂລຊີທີ່ທັນສະໄໝຢ່າງເປັນຮູບປະທຳ ຝ່າຍຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໃນການບຳລຸງຮັກສາ, ສ້ອມແປງ ແລະ ຍົກລະດັບອາວຸດຍຸດໂທປະກອນ ໃຫ້ແກ່ກອງທັບປະຊາຊົນລາວ ເພື່ອຮັບປະກັນການກຽມພ້ອມສູ້ຮົບໃນທຸກສະຖານະການ;
ການປິ່ນປົວສຸຂະພາບ: ຝ່າຍຫວຽດນາມ ໄດ້ຊ່ວຍເຫຼືອປິ່ນປົວໃຫ້ແກ່ບັນດານາຍທະຫານ ຂອງກອງທັບປະຊາຊົນລາວ ຢູ່ໂຮງໝໍສູນກາງ 108 ກອງທັບປະຊາຊົນຫວຽດນາມ ເຊິ່ງບັນດານາຍທະຫານ ທີ່ໄປປິ່ນປົວ ລ້ວນແຕ່ໄດ້ຮັບການເອົາໃຈໃສ່ປິ່ນປົ່ວ ຈາກແພດໝໍຢ່າງໝົດຈິດໝົດໃຈ, ມີປະສິດທິພາບ ແລະ ສາມາດຮັບປະກັນສຸຂະພາບໄດ້ເປັນຢ່າງດີ, ກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອກອງທັບປະຊາຊົນລາວ ຢ່າງຮອບດ້ານ ພິເສດແມ່ນການກໍ່ສ້າງພື້ນຖານໂຄງລ່າງ, ສຳນັກງານ, ອົງການ ຂອງກອງທັບປະຊາຊົນລາວ ເປັນຕົ້ນແມ່ນ ສຳນັກງານກອງບັນຊາການທະຫານຊາຍແດນ, ກອງພັນປ້ອງກັນໃກ້ຊິດ 988, ຫ້ອງການເຮັດວຽກ ຢູ່ບັນດາກົມກອງທ້ອງຖິ່ນ ຂອງ ສປປ ລາວ ໄດ້ຮັບການຈັດຕັ້ງປະຕິບັດ ແລະ ສຳເລັດຕາມຄາດໝາຍຢ່າງຈົບງາມ, ສອງຝ່າຍ ໄດ້ໃຫ້ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີສາກົນ ແລະ ພາກພື້ນເຊັ່ນ: ກອງປະຊຸມລັດຖະມົນຕີປ້ອງກັນປະເທດ ອາຊຽນ ແລະ ອາຊຽນບວກ, ກອງປະຊຸມຜູ້ບັນຊາການທະຫານສູງສຸດອາຊຽນ, ກອງປະຊຸມຕ່າງໆ ໃນຂອບອາຊຽນ ແລະ ອາຊຽນບວກ ແລະ ບັນດາກອງປະຊຸມເວທີພາກພື້ນ ໃນການປຶກສາຫາລືດ້ານຄວາມໝັ້ນຄົງຂອງໂລກ, ສັງລວມແລ້ວ ໃນ 1 ປີຜ່ານມາ ການປະຕິບັດແຜນການຮ່ວມມື ລະຫວ່າງ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ໄດ້ບັນລຸຕາມເປົ້າໝາຍຢ່າງເປັນທີ່ໜ້າພາກພູມໃຈ, ມີການປະສານສົມທົບກັນແໜ້ນແຟ້ນ ແລະ ມີປະສິດທິຜົນດີ, ບົນຈິດໃຈຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ອັນແທ້ຈິງ. ຈາກນັ້ນ, ໄດ້ພ້ອມກັນລົງນາມແຜນການຮ່ວມມື ປະຈຳປີ 2027.
ໃນວັນດຽວກັນນີ້, ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ພ້ອມຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລ ມິງ ຮຶງ ກຳມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ຕື່ມອີກ.
ທີ່ມາ: Lao people’s Army News