
ໃນວາລະກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ເມື່ອວັນທີ 7 ຕຸລາ 2026 ຜ່ານມາ,ທ່ານນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ຊີ້ແຈງຂໍ້ຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ກ່ຽວກັບມາດຕະການ ແລະ ວຽກງານຈຸດສຸມ ໃນການຮັບປະກັນຢາພື້ນຖານໃຫ້ແກ່ໂຮງໝໍ ແລະ ສຸກສາລາ ພ້ອມທັງການຊຳລະໜີ້ສິນຄ້າງຜ່ານມາ.
ອີງຕາມການປະຕິບັດຕາມທິດຊີ້ນໍາຂອງສູນກາງພັກ, ສະພາແຫ່ງຊາດ ແລະ ລັດຖະບານ, ທາງກະຊວງສາທາລະນະສຸກ ເປັນເຈົ້າການປຶກສາຫາລືກັບພາກສ່ວນກ່ຽວຂ້ອງ ເພື່ອຄົ້ນຄວ້າ ໂຮມສອງອົງການປະກັນສັງຄົມ ແລະ ປະກັນສຸຂະພາບ ເຂົ້າເປັນອົງການຄຸ້ມຄອງດຽວກັນ.
ການຈັດຕັ້ງປະຕິບັດດັ່ງກ່າວ ຈະເລີ່ມຈາກການໂຮມສອງກົດໝາຍ ຄື: ກົດໝາຍປະກັນສຸຂະພາບ ແລະ ປະກັນສັງຄົມ ເຂົ້າເປັນກົດໝາຍດຽວກັນ. ໂດຍມີເປົ້າໝາຍສຳຄັນ ດັ່ງນີ້: ເພື່ອຂະຫຍາຍອັດຕາການປົກຄຸມຂອງປະຊາຊົນໃນລະບົບປະກັນສັງຄົມໃຫ້ຫຼາຍຂຶ້ນ; ເພື່ອຫຼຸດຜ່ອນເປົ້າໝາຍເກື້ອກູນໃນລະບົບປະກັນສຸຂະພາບລົງ (ໂດຍໃຫ້ປະກັນສຸຂະພາບຮັບຜິດຊອບສະເພາະ ຜູ້ທຸກຍາກ, ດ້ອຍໂອກາດ ແລະ ບໍ່ມີລາຍຮັບ); ເພື່ອຍົກສູງຄຸນນະພາບຂອງການບໍລິການດ້ານສາທາລະນະສຸກໃຫ້ສູງຂຶ້ນ ແລະ ເພີ່ມການບໍລິການທາງເລືອກໃຫ້ພົນລະເມືອງທີ່ມີເງື່ອນໄຂ.
ພ້ອມດຽວກັນນັ້ນ, ກະຊວງສາທາລະນະສຸກ ຍັງໄດ້ວາງ 4 ມາດຕະການຄຽງຄູ່ກັນ ເພື່ອແກ້ໄຂບັນຫາການສະໜອງຢາ ແລະ ການບໍລິການ ດັ່ງນີ້: ປັບປຸງຂະບວນການຈັດຊື້-ຈັດຈ້າງ, ການສະໜອງຢາ ແລະ ເຄື່ອງໃຊ້ສິ້ນເປືອງດ້ານການແພດ ໃຫ້ກະທັດຮັດຄ່ອງຕົວຕາມກົດໝາຍກຳນົດ, ພ້ອມທັງເນັ້ນການຊຳລະສະສາງເປັນເດືອນ ແລະ ເປັນໄຕມາດ ເພື່ອບໍ່ໃຫ້ຜູ້ປະກອບການເພີ່ມມູນຄ່າຂອງຢາ ແລະ ເຄື່ອງໃຊ້ສິ້ນເປືອງ; ຈັດສັນງົບປະມານ ແລະ ລາຍຮັບວິຊາການ ເພື່ອຊຳລະໜີ້ສິນຄຸມເຄືອເທື່ອລະກ້າວ; ຫັນເປັນຫົວໜ່ວຍວິຊາການກຸ້ມຕົນເອງ ຕາມທິດ ສອຈ ແລະ ຕາມກົດໝາຍນິຕິກຳກຳນົດ; ຫັນເປັນທັນສະໄໝໃນລະບົບການບໍລິຫານຄຸ້ມຄອງ ແລະ ການບໍລິການທົ່ວຂົງເຂດສາທາລະນະສຸກ ໂດຍຕົ້ນຕໍແມ່ນເນັ້ນໃສ່ບັນດາໂຮງໝໍສູນກາງ ແລະ ໂຮງໝໍແຂວງຈຳນວນໜຶ່ງ.
ຂ່າວ: ສາວລາວໃຕ້