ດັດຊະນີ CPI ຂອງອິນເດຍໃນເດືອນກັນຍາ ເພີ່ມຂຶ້ນ 5.54%

ຂ່າວຕ່າງປະເທດລາຍງານຫວ່າງມໍ່ໆມານີ້ວ່າ: ກະຊວງສະຖິຕິອິນເດຍເປີດເຜີຍວ່າ, ດັດຊະນີລາຄາຜູ້ບໍລິໂພກ (CPI) ຊຶ່ງເປັນມາດຕະການວັດແທກອັດຕາເງິນເຟີ້ທີ່ຂັບເຄື່ອນໂດຍການໃຊ້ຈ່າຍຂອງຜູ້ບໍລິໂພກ, ໄດ້ເພີ່ມຂຶ້ນ 5.54% ໃນເດືອນກັນຍາ ເມື່ອທຽບກັບປີກ່ອນ ຊຶ່ງສູງກວ່າໂຕເລກການຄາດຄະເນຂອງນັກວິເຄາະທີ່ 5.40%, ຈາກ 4.83% ໃນເດືອນສິງຫາ.
ດັດຊະນີ CPI ໄດ້ເພີ່ມຂຶ້ນໃກ້ຄຽງກັບເປົ້າໝາຍອັດຕາເງິນເຟີ້ 2-6% ຂອງທະນາຄານກາງອິນເດຍ ຊຶ່ງໄດ້ຮັບແຮງຂັບເຄື່ອນຈາກການຟື້ນຕົວຂອງລາຄາອາຫານ.
ນອກຈາກນັ້ນ, ດັດຊະນີ CPI ໃນເດືອນກັນຍາ ໄດ້ບັນລຸລະດັບສູງສຸດນັບຕັ້ງແຕ່ເດືອນມັງກອນ ຊຶ່ງເປັນເດືອນທີ່ ດັດຊະນີ CPI ເລີ່ມຄິດໄລ່ໂດຍໃຊ້ປີຖານໃໝ່ຂອງປີ 2024, ຈາກເບື້ອງຕົ້ນທີ່ໃຊ້ໃນປີ 2012 ແລະ ນຳໃຊ້ຂໍ້ມູນຈາກການສຳຫຼວດລາຍຈ່າຍເພື່ອການບໍລິໂພກຂອງຄົວເຮືອນປີ 2023-2024.
ດັດຊະນີ CPI ທີ່ໄດ້ຮັບການປັບປຸງໃໝ່ດັ່ງກ່າວ ກວມເອົາສິນຄ້າ ແລະ ການບໍລິການຈຳນວນຫຼາຍຂຶ້ນ, ລວມທັງການປັບອັດຕາສ່ວນນ້ຳໜັກຂອງອົງປະກອບຕ່າງໆໃນດັດຊະນີ ນອກເໜືອຈາກການເກັບກຳຂໍ້ມູນເພີ່ມເຕີມຈາກທັງໃນຕົວເມືອງ ແລະ ຊົນນະບົດ. ເຮັດໃຫ້ດັດຊະນີ CPI ດັ່ງກ່າວສາມາດປັບປຸງຄຸນນະພາບຂອງຂໍ້ມູນທີ່ນຳໃຊ້ໃນການກຳນົດນະໂຍບາຍການ ແລະ ງົບປະມານ ໄດ້ດີຍິ່ງຂຶ້ນ.
ໃນຂະນະດຽວກັນ, ທະນາຄານກາງອິນເດຍ ໄດ້ຍົກການຄາດຄະເນອັດຕາເງິນເຟີ້ສຳລັບປີງົບປະມານປັດຈຸບັນເປັນ 5.2% ຈາກ 5.0%.