
ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ທີ່ຈັດຂຶ້ນໃນວັນທີ 16 ຕຸລາ 2026 ນີ້, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໄດ້ຕາງໜ້າໃຫ້ລັດຖະບານ ເຂົ້າສະເໜີຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ຕໍ່ຄະນະປະທານ ແລະ ບັນດາສະມາຊິກສະພາແຫ່ງຊາດ ເພື່ອຄົ້ນຄວ້າ ແລະ ພິຈາລະນາຮັບຮອງ.
ທ່ານ ລັດຖະມົນຕີ ກະຊວງ ຍທຂ ໃຫ້ຮູ້ວ່າ: ກົດໝາຍວ່າດ້ວຍການຈະລາຈອນທາງບົກ ສະບັບທີ່ນໍາໃຊ້ໃນປັດຈຸບັນ ແມ່ນໄດ້ຮັບຮອງ ແລະ ປະກາດໃຊ້ມາຕັ້ງແຕ່ປີ 2012. ເຖິງວ່າໄລຍະຜ່ານມາ ຈະໄດ້ເປັນເຄື່ອງມືສຳຄັນໃນການອຳນວຍຄວາມສະດວກ, ຄວາມປອດໄພ ແລະ ຄວາມເປັນລະບຽບຮ້ອຍໃນການສັນຈອນ, ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງ ເຫັນວ່າ ເຄື່ອງມືໃນການຄຸ້ມຄອງບາງເນື້ອໃນຍັງບໍ່ທັນຄົບຖ້ວນ ແລະ ບໍ່ທັນສອດຄ່ອງກັບການຂະຫຍາຍຕົວທາງດ້ານເສດຖະກິດ-ສັງຄົມ. ນອກຈາກນີ້, ຍັງຂາດລະບົບຖານຂໍ້ມູນລວມສູນ ເຮັດໃຫ້ການເກັບກຳສະຖິຕິ ແລະ ການຕິດຕາມມີຄວາມຫຍຸ້ງຍາກ ປະກອບກັບການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ແລະ ທ້ອງຖິ່ນ ຍັງມີລັກສະນະຊໍ້າຊ້ອນ.
ດ້ວຍເຫດນັ້ນ, ກະຊວງ ຍທຂ ຈຶ່ງໄດ້ຄົ້ນຄວ້າ ແລະ ປັບປຸງຮ່າງກົດໝາຍສະບັບດັ່ງກ່າວ ໂດຍຜ່ານຂັ້ນຕອນການທາບທາມຄຳເຫັນ ແລະ ກວດກາຄວາມສອດຄ່ອງຢ່າງລະອຽດຮອບດ້ານ. ສໍາລັບຮ່າງກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ນີ້ ປະກອບມີ 12 ພາກ, 11 ໝວດ ແລະ 100 ມາດຕາ (ໃນນີ້ ໄດ້ສ້າງໃໝ່ 31 ມາດຕາ ແລະ ປັບປຸງ 69 ມາດຕາ).
ການປັບປຸງກົດໝາຍໃນຄັ້ງນີ້ ມີຄວາມສໍາຄັນຢ່າງຍິ່ງ ເພາະຈະເປັນເຄື່ອງມືຫຼັກໃນການຜັນຂະຫຍາຍຍຸດທະສາດແຫ່ງຊາດດ້ານຄວາມປອດໄພທາງຫຼວງ ໄລຍະປີ 2021-2030; ຊ່ວຍຍົກລະດັບການຄຸ້ມຄອງການຈະລາຈອນທາງບົກໃຫ້ມີຄວາມສະດວກ, ໂລ່ງລ່ຽນ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍ; ທັງເປັນບ່ອນອີງໃຫ້ເຈົ້າໜ້າທີ່ໃນການຫຼຸດຜ່ອນອຸບປະຕິເຫດ, ແກ້ໄຂຄວາມແອອັດ ແລະ ປົກປ້ອງຊີວິດ-ຊັບສິນຂອງປະຊາຊົນ. ນອກຈາກນີ້, ຍັງຊ່ວຍສ້າງຄວາມເຊື່ອໝັ້ນໃຫ້ແກ່ນັກລົງທຶນ, ຊຸກຍູ້ການຮ່ວມມືກັບຕ່າງປະເທດ, ຮັບປະກັນການເຊື່ອມໂຍງ-ເຊື່ອມຈອດກັບອະນຸພາກພື້ນ ແລະ ສາກົນ ທັງປະກອບສ່ວນເຂົ້າໃນການສ້າງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຢ່າງຍືນຍົງ.
ຂ່າວ: ເສດຖະກິດ-ສັງຄົມ