
ວັນທີ 15 ຕຸລາ ນີ້, ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ຄະນະກຳມາທິການເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກ (ຄກມດ) ແຂວງເຊກອງ ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການກະກຽມສະເຫຼິມສະຫຼອງວັນສົນທິສັນຍາ ວ່າດ້ວຍສິດທິເດັກ, ວັນເດັກໂລກ 20 ພະຈິກ ແລະວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026, ໂດຍການເປັນປະທານຂອງທ່ານ ນາງ ສີສະຫງ່າ ແກ້ວດວງດີ, ຮອງປະທານຄະນະກຳມະການປົກຄອງແຂວງ, ປະທານ ຄກມດ ຂັ້ນແຂວງ, ມີບັນດາຄະນະກຳມະການ ຄກມດຂ ເຂົ້າຮ່ວມ.
ໃນກອງປະຊຸມ ໄດ້ຮັບຟັງການຜ່ານມະຕິກອງປະຊຸມສະຫຼູບວຽກງານ 5 ປີ (2021-2025) ຂອງຄະນະກຳມາທິການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ, ແມ່ ແລະເດັກ (ຄຊກມດ) ແລະທິດທາງແຜນການ 2026-2030 ທີ່ໄດ້ໄຂຂຶ້ນໃນວັນທີ 30 ກໍລະກົດ ຜ່ານມາ ທີ່ນະຄອນຫຼວງວຽງຈັນ, ຈາດນັ້ນ ກໍໄດ້ຮັບຟັງການຜ່ານຮ່າງແຜນການເຄື່ອນໄຫວສະເຫຼີມສະຫຼອງວັນສົນທິສັນຍາ ວ່າດ້ວຍສິດທິເດັກ, ວັນເດັກໂລກ 20 ພະຈິກ ແລະວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ 25 ພະຈິກ 2026 ເຊິ່ງຈະໄດ້ຈັດຂຶ້ນໃນວັນທີ 25 ພະຈິກ 2026 ທີ່ເມືອງກະລຶມ; ເຊິ່ງເນື້ອໃນ ແລະກິດຈະກຳການເຄື່ອນໄຫວ ແມ່ນຈະໄດ້ຜ່ານເອກະສານສົນທີສັນຍາວ່າດ້ວຍສິດທິເດັກ, ປາຖະກະຖາວັນ ວັນສາກົນເພື່ອຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ວັນທີ 25 ພະຈິກ 2026, ສານອວຍພອນ ຂອງທ່ານນາຍົກລັດຖະໃນຕີ ແຫ່ງ ສປປ ລາວ, ຍ່າງມິນິມາລາທອນ, ຖາມຕອບ ຄວາມຮູ້ກ່ຽວກັບສິດທິເດັກ ທັງນີ້ກໍເພື່ອສ້າງຂະບວນການໂຄສະນາເຜີຍແຜ່, ປູກຈິດສໍານຶກໃຫ້ຄະນະນໍາ, ພະນັກງານລັດຖະກອນ, ປະຊາຊົນບັນດາເຜົ່າ ຍິງ - ຊາຍ ເຂົ້າໃຈກ່ຽວກັບບັນຫາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ໃນທົ່ວສັງຄົມ ໃຫ້ ຮັບຮູ້ໃນການປ້ອງກັນ, ຢຸດຢັ້ງກ່ອນທີ່ຈະເກີດຄວາມຮຸນແຮງຂຶ້ນ, ເພື່ອໃນສັງຄົມມີການປັບປ່ຽນທັດສະນະ ຄະຕິ ແລະ ພຶດຕິກຳ ແບບຮີດຄອງເດີມຂອງຄົນຈໍານວນໜຶ່ງໃນສັງຄົມທີ່ຍັງຖືວ່າການໃຊ້ຄວາມຮຸນແຮງໃນຄອບຄົວ ໂດຍສະເພາະຕໍ່ແມ່ຍິງ ແລະ ເດັກ ເປັນເລື່ອງທຳມະດາ. ຈາກນັ້ນ, ບັນດາ ຄກມດ ໄດ້ມີການປຶກສາຫາລືຮ່ວມກັນ ໃນຂອດ ການຈັດຕັ້ງປະຕິບັດ ແລະ ຖອດຖອນບົດຮຽນໃນການຈັດພິທີສະເຫຼີມສະຫຼອງໃນປີຜ່ານມາ ເພື່ອເຮັດໃຫ້ງານດັ່ງກ່າວ ໄດ້ດຳເນີນໄປຕາມຂັ້ນຕອນ ໃຫ້ສອດຄ່ອງ ແລະບັນລຸເປົ້າໝາຍຕາມແຜນການທີ່ວາງໄວ້.
ໂອກາດນີ້, ທ່ານ ນາງ ສີສະຫງ່າ ແກ້ວດວງດີ ກໍໄດ້ຮຽກຮ້ອງ ຄກມດຂ ສືບຕໍ່ເສີມຂະຫຍາຍເຜີຍແຜ່ເຊື່ອມຊຶມເນື້ອໃນຈິດໃຈ ຂອງມະຕິກອງປະຊຸມ ຄຊກມດ ໃຫ້ທົ່ວເຖິງ, ພ້ອມນີ້ທ່ານຍັງໄດ້ກ່າວວ່າການຈັດກິດຈະກຳສະເຫຼິມສະຫຼອງ ທີ່ຈະຈັດຂຶ້ນທີ່ເມືອງກະລຶມ ໃນວັນທີ 25 ພະຈິກ ທີ່ຈະມາເຖິງນີ້ ກໍເພື່ອການປູກຈິດສໍານຶກ, ປຸກລະດົມຈິດໃຈພະນັກງານລັດຖະກອນ, ປະຊາຊົນບັນດາເຜົ່າຊາວເມືອງກະລຶມ ກໍຄືມວນຊົນຊາວແຂວງເຊກອງ ໄດ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບວັນສົນທິສັນຍາ ວ່າດ້ວຍສິດທິເດັກ, ວັນເດັກໂລກ ແລະວັນສາກົນ ຢຸດຕິການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ໃຫ້ຫຼາຍຂຶ້ນ, ພ້ອມທັງເປັນການເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນຂຶ້ນຕື່ມ.
ຂ່າວ:ພຸດທະສອນ