ພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ການຊຸກຍູ້ສົ່ງເສີມການປູກຝັງພຶດເສດຖະກິດ ຕິດພັນກັບການທ່ອງທ່ຽວ ແຂວງໄຊສົມບູນ

ວັນທີ 14 ຕຸລາ 2026 ນີ້ ບໍລິສັດ ເມືອງລາວ ສະໝອງສະບຽງອາຫານຄົບວົງຈອນ ຈໍາກັດຜູ້ດຽວ ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ການຊຸກຍູ້ສົ່ງເສີມການປູກຝັງພຶດເສດຖະກິດ ເພື່ອເປັນສິນຄ້າ ຕິດພັນກັບການທ່ອງທ່ຽວ, ຂື້ນທີຫ້ອງປະຊຸມ ສານປະຊາຊົນແຂວງ ໂດຍການເຂົ້າຮ່ວມ ຂອງ ທ່ານ ພັດທະນາ ສີສົມພອນ ກໍາມະການພັກແຂວງ ເລຂາພັກເມືອງ,ມີທ່ານ ສົມບູນ ຄໍາຕາງ ປະທານຄະນະກໍາມະການປົກຄອງເມືອງ ອະນຸວົງ, ທ່ານ ບຸນທ່ຽງ ລັດຕະນະວົງ ປະທານ ບໍລິສັດ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ ຕະຫຼອດຮອດພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີໄດ້ຮັບຟັງການຜ່ານ ຂໍ້ຕົກລົງຂອງ ປະທານ ຄະນະກໍາມະການປົກຄອງເມືອງ ວ່າດ້ວຍການອະນຸມັດເຊັນບົດບັນທຶກຄວາມເຂົ້າໃຈ ( MOU ) ການຊຸກຍູ້ສົ່ງເສີມການປູກຝັງພຶດເສດຖະກິດ ເພື່ອເປັນສິນຄ້າ ຕິດພັນກັບການທ່ອງທ່ຽວ, ພ້ອມນັ້ນທ່ານ ບຸນທ່ຽງ ລັດຕະນະວົງ ປະທານ ບໍລິສັດ ໄດ້ຂື້ນສະເໜີ ປະຫວັດຄວາມເປັນມາໂດຍຫຍໍ້ ຂອງບໍລິສັດໃຫ້ບັນດາຜູ້ເຂົ້າຮ່ວມໄດ້ຮັບຊາບ, ຈາກນັ້ນ ທ່ານ ສົມບູນ ຄໍາຕາງ ປະທານ ຄະນະກໍາມະການປົກຄອງເມືອງ ອະນຸວົງ ຂື້ນມີຄໍາເຫັນ ຊຶ່ງທ່ານໄດ້ເນັ້ນໃຫ້ບໍລິສັດ ສ້າງແຜນການເຄື່ອນໄຫວ ແຕ່ລະໄລຍະຢ່າງລະອຽດ, ໃຫ້ມີຄາດໝາຍ, ກໍານົດເວລາໃຫ້ຊັດເຈນ,ຄົ້ນຄວ້າສ້າງບົດວິພາກ ເສດຖະກິດເຕັກນິກດ້ານຮູບແບບນະໂຍບາຍຄວາມຮັບຜິດຊອບໃຫ້ລະອຽດ, ເອົາໃຈໃສ່ການປະຕິບັດກົດໝາຍ, ລະບຽບການ ຂອງພັກ-ລັດຢ່າງເຂັ້ມງວດ ໂດຍສະເພາະ ແມ່ນການນໍາເຂົ້າແຮງງານຕ່າງປະເທດ, ຕ້ອງປະກອບເອກະສານໃຫ້ຖືກຕ້ອງ ຕາມຂັ້ນຕອນ, ຕ້ອງເຄົາລົບນັບຖື ຮີດຄອງປະເພດນີຂອງປະຊາຊົນທ້ອງຖິ່ນນັ້ນ, ເອົາໃຈໃສ່ກອບການປະສານງານ ກັບພາກສ່ວນກ່ຽວຂ້ອງ, ສົມທົບກັບຄະນະກໍາມະການປົກຄອງເມືອງ, ຕາແສງ ແລະ ບ້ານ ເພື່ອສືບຕໍ່ເຈລະຈາກັບປະຊາຊົນທີ່ຈະມອບດິນໃຫ້ກັບບໍລິສັດເຊົ່າ ກະກຽມບົດບັນທຶກ ຮ່າງສັນຍາຢ່າງລະອຽດ, ເອົາໃຈໃສ່ສະຫຼຸບລາຍງານເປັນປົກກະຕິ ໃຫ້ຫ້ອງການກ່ຽວຂ້ອງ ເພື່ອມີທິດຊີ້ນໍາໃຫ້ທັນກັບເວລາ.


ທ້າຍກອງປະຊຸມທ່ານ ພັດທະນາ ສີສົມພອນ ໄດ້ມີຄໍາເຫັນໂອ້ລົມ ເຊິ່ງກ່ອນອື່ນທ່ານກໍ່ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຄະນະພັກຄະນະນໍາ ຕໍ່ກັບຜົນສໍາເລັດຂອງບັນດາທ່ານທີ່ສາມາດປະສົດຜົນສໍາເລັດຫຼາຍດ້ານໃນໄລຍະ 9 ເດືອນຜ່ານມາ ເປັນຕົ້ນວຽກງານຕາແສງ, ວຽກງານຄຸ້ມຄອງບໍລິຫານຢູ່ຂະແໜງການຂອງເມືອງ ແລະ ໂຄງການດັ່ງກ່າວນີ້, ທ່ານຍັງໄດ້ເນັ້ນໃຫ້ບໍລິສັດ ປັບປຸງຫົວຂໍ້ໃຫ້ຊັດເຈນ, ສືບຕໍ່ຂຽນບົດບັນທຶກ ວິພາກ ໃຫ້ຄົບຖ້ວມບັນດາກິດຈະກໍາຕ່າງໆ ໃຫ້ຊັດເຈນ, ຈົ່ງຢຶດຖືສັນຍາສະບັບນີ້ຮ່ວມກັນໃຫ້ມີຜົນສັກສິດ ແລະ ປະຕິບັດຕາມກົດໝາຍຢ່າງເຂັ້ມງວດ ໂດຍຖືກຕ້ອງຕາມຫຼັກການ ແລະ ລະບຽບການ ທີ່ໄດ້ກໍານົດໄວ້ໃນສັນຍາ ໃຫ້ເປັນຮູບປະທໍາຕົວຈິງ ພາຍຫຼັງເຊັນສັນຍາແລ້ວ ກໍ່ໃຫ້ຄົ້ນຄວ້າວາງແຜນການເຄື່ອນໄຫວຢ່າງມີຈຸດສຸມ, ມີເປົ້າໝາຍໃນບັນດາກິດຈະກໍາຕ່າງໆ ແລະ ຂໍໃຫ້ທຸກພາກສ່ວນ ແລະ ບໍລິສັດເອົາໃຈໃສ່ຜັນຂະຫຍາຍຈິດໃຈຂອງສັນຍາ ໃນຄັ້ງນີ້ ໃຫ້ບັນລຸຕາມຄາດໝາຍຢ່າງວ່ອງໄວ ແລະ ມີຜົນສໍາເລັດຕາມແຜນການທີ່ວາງໄວ້.
ຂ່າວ: ມະນີລາຊົ່ງ ໄຊຈື້