
ພິທີເປີດຕະຫຼາດນັດວາງສະແດງ ຂາຍສິນຄ້າໂອດ໊ອບ ແລະ ຄອບຄົວຕົວແບບ ໃນງານບຸນຊ່ວງເຮືອຈອມແຈ້ງ ນະຄອນຫຼວງວຽງຈັນ (ນວ) ປະຈໍາປີ 2026 ໄດ້ຈັດຂຶ້ນໃນວັນທີ 15 ຕຸລາ 2026 ຢູ່ເຂດບ້ານຈອມແຈ້ງ ເມືອງສີສັດຕະນາກ ນວ ໂດຍມີທ່ານນາງ ວິໄລວອນ ຈັນທະລາຕີ ຮອງປະທານຄະນະກໍາມະການປົກຄອງ ນວ ທ່ານ ທິນນະກອນ ທອງຄໍາ ປະທານຄະນະກໍາມະການປົກຄອງເມືອງສີສັດຕະນາກ ພ້ອມດ້ວຍພະແນກການ ຫົວໜ້າຫ້ອງການອ້ອມຂ້າງເມືອງ ແລະ ແຂກຖືກເຊີນເຂົ້າຮ່ວມ.
ທ່ານນາງ ຈິດປະເສີດ ວິຈິດລາສີ ຫົວໜ້າຫ້ອງການອຸດສາຫະກຳ ແລະ ການຄ້າ ເມືອງສີສັດຕະນາກ ກ່າວວ່າ:ການຈັດງານຕະຫຼາດນັດ ແລະ ຂາຍສິນຄ້າຄັ້ງນີ້ ໄດ້ຈັດຂຶ້ນວັນທີ 14-18 ຕຸລາ 2026 ພາຍໃນງານຈະມີຕະຫຼາດນັດວາງສະແດງ ແລະ ຂາຍສິນຄ້າໂອດ໊ອບ ຄອບຄົວຕົວແບບຂອງເມືອງ ນະຄອນຫຼວງ ແລະ ບັນດາແຂວງອ້ອມຂ້າງເຂົ້າຮ່ວມ ສໍາລັບສິນຄ້າທີ່ເອົາມາວາງສະແດງ ແລະ ຂາຍສິນຄ້າຢູ່ໃນງານບຸນດັ່ງກ່າວ ກໍມີສິນຄ້າຫຼາກຫຼາຍປະເພດ ບໍ່ວ່າຈະເປັນເຄື່ອງອຸປະໂພກ-ບໍລິໂພກ ເຄື່ອງຫັດຖະກຳ ຜ້າຝ້າຍ ຜ້າໄໝ ຢາພື້ນເມືອງຕ່າງໆ ອາຫານ-ເຄື່ອງດື່ມ ນອກນີ້ ຍັງມີບັນດາສິນຄ້າທົ່ວໄປເຊັ່ນ:ເຄື່ອງໃຊ້ສອຍ ເຄື່ອງນຸ່ງຫົ່ມ ແລະ ສິນຄ້າອື່ນໆ.
ງານຕະຫຼາດນັດ ແລະ ຂາຍສິນຄ້າຄັ້ງນີ້ ມີຮ້ານຂາຍເຄື່ອງເຂົ້າມາຂາຍ 187 ຮ້ານ ເຊິ່ງມີສິນຄ້າໂອດ໊ອບມາວາງທັງໝົດ 43 ຫົວໜ່ວຍ ນະຄອນຫຼວງ ມີ 37 ຫົວໜ່ວຍ ໃນນັ້ນນະຄອນຫຼວງ ມີໂອດ໊ອບ 9 ເມືອງເຂົ້າຮ່ວມ ຄື:ເມືອງຈັນທະບູລີ ມີ 1 ໂອດ໊ອບ 1 ຄອບຄົວຕົວແບບ ສີສັດຕະນາກ ມີ 7 ໂອດ໊ອບ 9 ຄອບຄົວຕົວແບບ ນາຊາຍທອງ ມີ 1 ໂອດ໊ອບ ສີໂຄດຕະບອງ ມີ 1 ໂອດ໊ອບ 1 ຄອບຄົວຕົວແບບ ໄຊເສດຖາ ມີ 2 ໂອດ໊ອບ 1 ຄອບຄົວຕົວແບບ ປາກງື່ມ ມີ 1 ໂອດ໋ອບ ໄຊທານີ ມີ 2 ຄອບຄົວຕົວແບບ ສັງທອງ ມີ 1 ໂອດ໊ອບ ແລະ ຫາດຊາຍຟອງ ມີ 3 ໂອດ໊ອບ 6 ຄອບຄົວຕົວແບບ ສ່ວນຕ່າງແຂວງມີໂອດ໊ອບແຂວງລະ 1 ຫົວໜ່ວຍຄື: ໄຊສົມບູນ ບໍລິຄຳໄຊ ແຂວງວຽງຈັນ ຊຽງຂວາງ ຫົວພັນ ແລະ ຈຳປາສັກ.
ເຊີນຊວນທຸກໆທ່ານ ທຸກພາກສ່ວນໃນທົ່ວສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມທ່ຽວຊົມງານຕະຫຼາດນັດ ບຸນຊ່ວງເຮືອຈອມແຈ້ງ ເພື່ອເລືອກຊົມ ເລືອກຊື້ສິນຄ້າໂອດ໊ອບ ແລະ ເຂົ້າຮ່ວມຊົມຮ່ວມເຊຍການແຂ່ງຂັນຊ່ວງເຮືອປະເພນີຈອມແຈ້ງ ໃຫ້ເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນມ່ວນຊື່ນ.
ຂໍ້ມູນວຽງຈັນໃຫມ່