ຫສນຍ ສະເໜີປັບປຸງ ກົດໝາຍວ່າດ້ວຍລັດຖະບານ ເພື່ອຫັນກົນໄກບໍລິຫານລັດ ໃຫ້ວ່ອງໄວ, ທັນສະໄໝ ແລະ ມີປະສິດທິພາບ

ໃນວາລະດຳເນີນກອງປະຊຸມສະໄໝມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ຕອນບ່າຍວັນທີ 16 ຕຸລາ 2026 ຜ່ານມານີ້, ທ່ານ ບົວຄົງ ນາມມະວົງ ລັດຖະມົນຕີ, ຫົວໜ້າຫ້ອງວ່າການ ສຳນັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ສະເໜີຮ່າງກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ຊຶ່ງປະກອບມີ 8 ໝວດ ແລະ 37 ມາດຕາ. ໃນນັ້ນ, ໄດ້ຮັກສາເນື້ອໃນໄວ້ຄືເກົ່າ 16 ມາດຕາ ແລະ ໄດ້ປັບປຸງ ທັງໝົດ 21 ມາດຕາ. ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດ ຄົ້ນຄວ້າ ແລະ ປະກອບຄໍາຄິດເຫັນ. ການປັບປຸງໃນຄັ້ງນີ້ ມີເປົ້າໝາຍສຳຄັນເພື່ອຫັນກົນໄກການຄຸ້ມຄອງບໍລິຫານລັດ ໃຫ້ມີຄວາມວ່ອງໄວ, ທັນສະໄໝ, ເປັນລະບົບຄົບຊຸດ, ຖືກຕ້ອງຄົບຖ້ວນ ແລະ ທັນກັບສະພາບການ.

ທ່ານ ບົວຄົງ ນາມມະວົງ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມຈໍາເປັນໃນການປັບປຸງວ່າ ກົດໝາຍວ່າດ້ວຍ ລັດຖະບານ ເປັນເຄື່ອງມືອັນສໍາຄັນ ແລະ ເປັນບ່ອນອີງໃຫ້ແກ່ການຄຸ້ມຄອງບໍລິຫານລັດ. ການປັບປຸງຄັ້ງນີ້ ເປັນການປະຕິບັດຕາມທິດທາງຂອງ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ສອດຄ່ອງກັບ ລັດຖະທໍາມະນູນ ສະບັບປັບປຸງ ປີ 2025, ກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປີ 2025, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ (2026-2030) ຕາມທິດສ້າງບາດກ້າວບຸກທະລຸ, ລວມທັງການສັບຊ້ອນ ແລະ ໂຮມກົງຈັກການຈັດຕັ້ງຂອງລັດຖະບານ ເພື່ອໃຫ້ແທດເໝາະກັບຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່.

ສໍາລັບໂຄງຮ່າງຂອງຮ່າງກົດໝາຍສະບັບປັບປຸງນີ້ ແມ່ນຍັງຮັກສາໂຄງຮ່າງເກົ່າໄວ້ ໂດຍປະກອບມີ 8 ໝວດ ແລະ 37 ມາດຕາ. ໃນນັ້ນ ໄດ້ຮັກສາເນື້ອໃນເກົ່າໄວ້ 16 ມາດຕາ ແລະ ມີການປັບປຸງເນື້ອໃນ 21 ມາດຕາ. ປະເດັນສຳຄັນທີ່ມີການປັບປຸງ ປະກອບມີ:

- ໝວດທີ 1 (ບົດບັນຍັດທົ່ວໄປ): ປັບປຸງ 4 ມາດຕາ (ມາດຕາ 1-4) ກ່ຽວກັບ ຈຸດປະສົງ, ພາລະບົດບາດ ແລະ ຫຼັກການເຄື່ອນໄຫວວຽກງານ ໃຫ້ສອດຄ່ອງກັບລັດຖະທໍາມະນູນ ແລະ ກົດໝາຍທີ່ກ່ຽວຂ້ອງ.
- ໝວດທີ 2 (ສິດ ແລະ ໜ້າທີ່): ປັບປຸງ 3 ມາດຕາ (ມາດຕາ 5-7) ໂດຍຈັດລຽງປະໂຫຍກ ແລະ ຄຳສັບຄືນໃໝ່ ກ່ຽວກັບສິດ ແລະ ໜ້າທີ່ຂອງ ລັດຖະບານ, ນາຍົກລັດຖະມົນຕີ ແລະ ຮອງນາຍົກລັດຖະມົນຕີ ໃຫ້ມີຄວາມລະອຽດ, ຈະແຈ້ງ.
- ໝວດທີ 4 (ສໍານັກງານນາຍົກລັດຖະມົນຕີ ແລະ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ): ປັບປຸງ 4 ມາດຕາ (ມາດຕາ 11-14) ເພື່ອໃຫ້ສອດຄ່ອງກັບກົນໄກການເຮັດວຽກຂອງລັດຖະບານ ຊຸດທີ X ແລະ ການໂຮມບາງວຽກງານ ເຊັ່ນ: ວຽກງານຊົນເຜົ່າ, ສາສະໜາ, ແຜນທີ່ແຫ່ງຊາດ ແລະ ສໍາເນົາເອກະສານແຫ່ງຊາດ ຂຶ້ນກັບ ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ.
- ໝວດທີ 5 (ກະຊວງ ແລະ ອົງການລັດທຽບເທົ່າກະຊວງ): ປັບປຸງ 4 ມາດຕາ (ມາດຕາ 18, 19, 20, 22) ກ່ຽວກັບທີ່ຕັ້ງ, ສິດ ແລະ ໜ້າທີ່.
- ໝວດທີ 6, 7 ແລະ 8: ປັບປຸງເນື້ອໃນກ່ຽວກັບກອງປະຊຸມລັດຖະບານ, ລະບອບວິທີເຮັດວຽກ, ການພົວພັນກັບອົງການຈັດຕັ້ງຕ່າງໆ ແລະ ບົດບັນຍັດສຸດທ້າຍ ເພື່ອໃຫ້ສອດຄ່ອງຕາມເຕັກນິກການສ້າງນິຕິກໍາ.
ຄາດວ່າ ເມື່ອກົດໝາຍສະບັບປັບປຸງນີ້ ຖືກຮັບຮອງ ແລະ ປະກາດໃຊ້ຢ່າງເປັນທາງການ ຈະເປັນບ່ອນອີງອັນໜັກແໜ້ນໃຫ້ແກ່ລັດຖະບານ, ນາຍົກລັດຖະມົນຕີ, ຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ໃນການຄຸ້ມຄອງ, ບໍລິຫານວຽກງານຢ່າງມີປະສິດທິພາບ, ຊ່ວຍໃຫ້ການບໍລິຫານລັດ ມີຄວາມໂລ່ງລ່ຽນ, ທັນສະໄໝ, ພ້ອມທັງເປັນບ່ອນອີງໃຫ້ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນທຸກຂັ້ນ ເຂົ້າຮ່ວມໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ຢ່າງມີປະສິດທິຜົນສູງ.