ຈາກຄວາມຮັກໃນງານຝີມື ສູ່ການສ້າງອາຊີບຕັດຫຍິບ ທີ່ມີລາຍຮັບ 25-30 ລ້ານກີບຕໍ່ປີ

ໃນຍຸກທີ່ເສດຖະກິດມີການປ່ຽນແປງ ແລະ ຄວາມຕ້ອງການດ້ານວຽກເຮັດງານທໍາຂອງຊາວໜຸ່ມມີເພີ່ມຂຶ້ນເລື້ອຍໆ, ການສ້າງອາຊີບດ້ວຍຕົນເອງໂດຍນໍາໃຊ້ຝີມື ແລະ ຄວາມຖະນັດ ເປັນອີກໜຶ່ງທາງເລືອກທີ່ສໍາຄັນໃນການສ້າງຄວາມໝັ້ນຄົງໃຫ້ກັບຊີວິດ. ເຊິ່ງເລື່ອງລາວຄວາມສໍາເລັດຂອງ ສະຫາຍ ນາງ ພັນສີ ໄວຍະສອນ ອາຍຸ 34 ປີ, ຢູ່ບ້ານ ວົງສໍາພັນ ເມືອງ ພູວົງ ແຂວງ ອັດຕະປື, ຊາວໜຸ່ມຕົວແບບຜູ້ທີ່ມີຄວາມມຸ່ງໝັ້ນ, ບໍ່ຖໍ້ຖອຍ, ຈົນສາມາດເປີດຮ້ານຕັດຫຍິບຢູ່ເຮືອນຂອງຕົນເອງ ແລະ ສ້າງລາຍຮັບໄດ້ຢ່າງໝັ້ນຄົງ.

ຈາກຄວາມມັກ ສູ່ການຮຽນຮູ້ ແລະ ຝຶກຝົນ ສະຫາຍ ນາງ ພັນສີ ໄວຍະສອນ ເປີດເຜີຍວ່າ: ຕົນເອງມີຄວາມສົນໃຈ ແລະ ຮັກໃນງານສິລະປະການຕັດຫຍິບມາຕັ້ງແຕ່ເດີມ. ຫຼັງຈາກຈົບການສຶກສາ ມັດ ທະຍົມຕົ້ນ ໃນປີ 2008 ຈຶ່ງໄດ້ຕັດສິນໃຈໄປເຮັດວຽກຢູ່ໂຮງງານຕັດຫຍິບແຫ່ງໜຶ່ງ ຢູ່ທີ່ນະຄອນ ຫຼວງວຽງຈັນ ຕົກມາຮອດປີ 2012 ຕົນເອງຈິ່ງຕັດສິນໃຈກັບມາບ້ານເກີດ ແລະ ໄດ້ນໍາເອົາປະສົບ ການຂອງຕົນທີ່ໄດ້ຮຽນຮູ້ຈາກຕອນເຮັດວຽກໂຮງງານ ຕັດຫຍິບ ມາພັດທະນາຕໍ່ຍອດສູ່ທຸລະ ກິດຂອງຕົນເອງ. ດ້ວຍຄວາມຂະຫຍັນຮຽນຮູ້, ຝຶກຝົນສີມືຢ່າງຕໍ່ເນື່ອງ ແລະ ຄົ້ນຄວ້າແບບເສື້ອຜ້າໃໝ່ໆຢູ່ສະເໝີ ບໍ່ວ່າຈະເປັນຊຸດລາວ, ຊຸດທາງການ, ຊຸດນັກຮຽນ ຫຼື ການແປງເສື້ອຜ້າ, ເຮັດໃຫ້ຝີມືການຕັດຫຍິບມີຄວາມລະອຽດ ແລະ ເປັນທີ່ປະທັບໃຈຂອງຜູ້ທີ່ມາພົບເຫັນ. ແຕ່ດ້ວຍງົບປະມານເລີ່ມ ຕົ້ນທີ່ຈໍາກັດ, ສະຫາຍ ນາງ ພັນສີ ໄວຍະສອນ ໄດ້ເລືອກໃຊ້ພື້ນທີ່ເຮືອນພັກອາໄສຂອງຕົນເອງໃຫ້ເປັນປະໂຫຍດ ໂດຍການດັດປັບເປັນຮ້ານຕັດຫຍິບຂະໜາດນ້ອຍ. ເຊິ່ງການເປີດຮ້ານຢູ່ເຮືອນບໍ່ພຽງແຕ່ຊ່ວຍປະຢັດຄ່າເຊົ່າສະຖານທີ່, ແຕ່ຍັງຊ່ວຍໃຫ້ສາມາດບໍລິຫານເວລາຢ່າງມີປະສິດທິພາບ. ກ້ວຍການບໍລິການທີ່ເປັນກັນເອງ, ຄວາມເອົາໃຈໃສ່ໃນການເລືອກຜ້າ, ຄວາມປະ ນີດຂອງຝີມື, ແລະ ການສົ່ງງານຕາມເວລານັດໝາຍ ເຮັດໃຫ້ລູກຄ້າທີ່ມາໃຊ້ບໍລິການເກີດຄວາມປະທັບໃຈ ແລະ ບອກຕໍ່ໆກັນໄປ.

ຈາກຈຸດເລີ່ມຕົ້ນເລັກໆນ້ອຍໆ, ປະຈຸບັນ ຮ້ານຕັດຫຍິບຂອງ ສະຫາຍ ນາງ ພັນສີ ໄວຍະສອນ ມີລູກ ຄ້າປະຈໍາ ແລະ ລູກຄ້າທົ່ວໄປເຂົ້າມາໃຊ້ບໍລິການຢ່າງບໍ່ຂາດສາຍ. ສາມາດສ້າງລາຍຮັບສະເລ່ຍໄດ້ 25 ຫາ 30 ລ້ານກີບຕໍ່ປີ ຫຼືສະເລ່ຍປະມານ 2 ຫາ 2.5 ລ້ານກີບຕໍ່ເດືອນ ແລະ ນອກນັ້ນ, ຍັງໄດ້ເປີດຮັບສອນນັກຮຽນ ຜູ້ທີ່ມີຄວາມສົນໃຈ ໃນງານຕັດຫຍິບ ເພື່ອສ້າງອາຊີບເສີມ. ລາຍຮັບດັ່ງກ່າວບໍ່ພຽງແຕ່ຊ່ວຍໃຫ້ ສະຫາຍ ນາງ ພັນສີ ໄວຍະສອນ ມີລາຍຮັບທີ່ໝັ້ນຄົງ ແລະ ກຸ້ມຕົນເອງເທົ່ານັ້ນ, ແຕ່ຍັງສາມາດຊ່ວຍເຫຼືອຈຸນເຈືອຄອບຄົວ, ຫຼຸດຜ່ອນພາລະຄ່າໃຊ້ຈ່າຍປະຈໍາວັນໄດ້ອີກດ້ວຍ.

ເຊິ່ງຄວາມສໍາເລັດຂອງ ສະຫາຍ ນາງ ພັນສີ ໄວຍະສອນ ບໍ່ໄດ້ຢູ່ທີ່ວ່າເຮົາເລີ່ມຕົ້ນຈາກບ່ອນໃຫຍ່ ຫຼື ນ້ອຍ, ແຕ່ເລີ່ມທີ່ຄວາມຕັ້ງໃຈ ແລະ ຄວາມພະຍາຍາມບໍ່ຢຸດຢັ້ງ. ອາຊີບຕັດຫຍິບອາດຈະເປັນອາຊີບທີ່ຕ້ອງໃຊ້ຄວາມອົດທົນ, ແຕ່ຖ້າເຮົາເຮັດດ້ວຍໃຈ ແລະ ພັດທະນາຕົນເອງຢູ່ສະເໝີ, ມັນຈະກາຍ ເປັນອາຊີບທີ່ໝັ້ນຄົງ ແລະ ສ້າງລາຍຮັບໃຫ້ເຮົາໄດ້ຢ່າງແທ້ຈິງ.

ເລື່ອງລາວຂອງ ສະຫາຍ ນາງ ພັນສີ ໄວຍະສອນ ເປັນໜຶ່ງໃນຕົວຢ່າງອັນດີເລີດຂອງຊາວໜຸ່ມລາວຍຸກໃໝ່ ທີ່ມີຄວາມດຸໝັ່ນ, ຮູ້ຈັກນໍາໃຊ້ຄວາມຮູ້ຄວາມສາມາດ ແລະ ຝີມືຂອງຕົນເອງມາສ້າງອາຊີບທີ່ໝັ້ນຄົງ. ເຊິ່ງເລື່ອງລາວນີ້ ອາດຈະເປັນອີກໜຶ່ງແຮງບັນດານໃຈອັນຍິ່ງໃຫ່ຍໃຫ້ກັບຊາວໜຸ່ມຜູ້ທີ່ກໍາລັງຊອກຫາທິດທາງໃນການສ້າງອາຊີບ ແລະ ວຽກເຮັດງານທໍາດ້ວຍຕົນເອງ.

ບົດ/ພາບ: ແສງສຸວັນ ຄໍາພັກດີ