
ຕອນບ່າຍວັນທີ 16 ຕຸລາ 2026 ຜ່ານນີ້,ທ່ານ ໝອນຄໍາ ສຸລິນພູມີ ຮອງຫົວໜ້າພະແນກການເງິນ ແຂວງສະຫວັນນະເຂດ,ພ້ອມຄະນະທິມງານໄດ້ລົງຕິດຕາມ,ກວດກາ ແລະ ຊຸກຍູ້ການຈັດຕັ້ງປະຕິບັດລາຍຮັບ 9 ເດືອນ ແລະ ຄາດຄະເນ 3 ເດືອນທ້າຍປີ 2026 ຢູ່ເມືອງໄຊພູທອງ ,ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພົມມາ ສົງວິໄລ ຮອງເລຂາພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາທ່ານໃນຄະນະປະຈຳພັກເມືອງ,ຫົວໜ້າຫ້ອງການ-ຄະນະຫ້ອງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເມືອງ .
ທ່ານ ນາງ ບຸນທະວີ ເດດວົງສາ ຫົວໜ້າຫ້ອງການ-ການເງິນເມືອງໄຊພູທອງ ກໍ່ໄດ້ຜ່ານບົດສະຫຼຸບລາຍຮັບຄ່າທໍານຽມ ແລະ ການຈັດຕັ້ງປະຕິບັດວຽກງານການເງິນ-ງົບປະມານ 9 ເດືອນ ແລະ ທິດທາງແຜນການ 3 ເດືອ ທ້າຍປີ 2026 ໄດ້ໃຫ້ຮູ້ວ່າ: ຜ່ານການຈັດຕັ້ງປະຕິບັດເກັບລາຍຮັບເຂົ້າງົບປະມານ ສາມາດປະຕິບັດໄດ້ 4,32 ຕື້ກວ່າກີບ ເທົ່າກັບ 112,49 % ຂອງແຜນການປີ 4,83 ຕື້ກວ່າກີບ. ໃນນີ້ລາຍຮັບຈາກສ່ວຍສາອາກອນ 3,44 ຕື້ກີບ,ເທົ່າກັບ 100,32% ຂອງແຜນປີ,ອາກອນປົກກະຕິ 471 ກວ່າລ້ານກີບ ເທົ່າກັບ 113,66 % ຂອງແຜນປີ, ຈົດທະບຽນທໍານຽມນໍາໃຊ້ທີ່ດິນປະຕິບັດໄດ້ 1,77 ຕື້ກວ່າກີບ ຂອງແຜນປີ 1,95 ຕື້ກວ່າກີບ ເທົ່າກັບ 97,16%, ຄ່າທໍານຽມປະຕິບັດໄດ້ 526 ກວ່າລ້ານກີບ ເທົ່າກັບ 100%, ຄ່າບໍລິກາ ປະຕິບັດໄດ້ 665 ລ້ານກວ່າກີບ ເທົ່າກັບ 100%, ຊັບສິນລັດປະຕິບັດໄດ້ 882 ລ້ານກວ່າກີບ ເທົ່າກັບ 268,52 %. ຈ່າຍບໍລິຫານລັດ ປະຕິບັດໄດ້ 742 ລ້ານກ່ວາກີບ. ສ່ວນແຜນຄາດຄະເນໝົດປີ 20256 ເມືອງຈະສູ້ຊົນໃຫ້ໄດ້ 5,44 ຕື້ກີບ ເທົ່າກັບ 112.49%, ຈາກນັ້ນແມ່ນໄດ້ສຸມໃສ່ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ໂດຍສະເພາະການພັດທະນາພື້ນຖານໂຄງລ່າງ ເຊິ່ງສາມາດຈັດຕັ້ງປະຕິບັດໂຄງການພາຍໃນເມືອງໄດ້ສ່ວນຫຼາຍ.
ຈາກນັ້ນ,ກອງປະຊຸມກໍ່ໄດ້ປະກອບຄຳຄິດຄຳເຫັນເຈາະຈີ້ມຫຼາຍໆບັນຫາ ແລະ ໄດ້ຍົກໃຫ້ເຫັນເຖິງລາຍຮັບຂອງແຕ່ລະຫ້ອງການ ແລະ ບ້ານທີ່ຍາດມາໄດ້ ລວມເຖິງຂໍ້ສະດວກ,ຂໍ້ຫຍຸ້ງຍາກຕ່າງໆ,ໃນການຈັດຕັ້ງປະຕິບັດຜ່ານມາ. ໂອກາດນີ້, ທ່ານ ໝອນຄໍາ ສຸລິນພູມີ ຮອງຫົວໜ້າພະແນກການເງິນແຂວງ ກໍ່ໄດ້ມີຄໍາເຫັນເຊິ່ງທ່ານກໍ່ໄດ້ເນັ້ນໜັກໃຫ້ແຕ່ລະພາກສ່ວນຈົ່ງພ້ອມພາກັນເອົາ ໃຈໃສ່ຈັດຕັ້ງປະຕິບັດ ຕາມໂຕເລກແຜນການທີ່ມອບໝາຍໃຫ້ໂດຍສະເພາະການຈົດທະບຽນທຳນຽມທີ່ດິນ ຊຶ່ງສອງພາກສ່ວນດັ່ງກ່າວນີ້, ຂໍໃຫ້ຊ່ວຍຊຸກຍູ້ຈັດເກັບລາຍຮັບໃຫ້ໄດ້ ບັນຫາຂໍ້ຫຍຸ້ງຍາກຕ່າງໆໃຫ້ທາງການນຳເມືອງຊ່ວຍລົງຊຸກຍູ້ຕື່ມອີກ. ຈາກນັ້ນ, ທ່ານຍັງໄດ້ເນັ້ນໜັກ ຕື່ມໃນແຕ່ລະຂະແໜງການ ອ້ອມຂ້າງເມືອງໃຫ້ກວດກາ ຄືນສຳລັບຫົວໜ່ວຍທຸລະກິດ,ທີ່ມີການເຄື່ອນໄຫວທີ່ເຫັນວ່າຍັງບໍ່ທັນສອດຄ່ອງກັບລະບຽບງົບປະມານແມ່ນໃຫ້ປະຕິບັດຕາມລະບຽບການທີ່ວາງໄວ້.