ຈາກພະນັກງານໄຟຟ້າ ທີ່ປະສົບບັນຫາຄວາມຫຍຸ້ງຍາກໃນການເດີນທາງ ແລະ ການດຳລົງຊີວິດຂອງຄອບຄົວ ມາສູ່ການເປັນຜູ້ປະກອບການລ້ຽງໄກ່ໄຂ່. ທ້າວ ກິດສະໜາ ທອງພັນທະວົງ ເຈົ້າຂອງຟາມໄກ່ໄຂ່ແສນໂຊກ ບ້ານນາມັນປາ ເມືອງໜອງບົກ ແຂວງຄໍາມ່ວນ ໄດ້ຫັນມາສ້າງອາຊີບລ້ຽງໄກ່ໄຂ່ ໂດຍເລີ່ມຈາກການທົດລອງລ້ຽງຈຳນວນໜ້ອຍ ກ່ອນຄ່ອຍໆ ຂະຫຍາຍຝູງໄກ່ຈົນມີຈຳນວນປະມານ 4,000 ໂຕ ສາມາດຜະລິດໄຂ່ໄກ່ໄດ້ສະເລ່ຍປະມານ 100 ແຕະຕໍ່ມື້ ພ້ອມວາງແຜນນຳຜົນກຳໄລມາລົງທຶນຂະຫຍາຍການຜະລິດ ເພື່ອເພີ່ມກຳລັງສະໜອງໄຂ່ໄກ່ໃຫ້ຜູ້ບໍລິໂພກໃນທ້ອງຖິ່ນ.
ທ້າວ ກິດສະໜາ ທອງພັນທະວົງ ເຈົ້າຂອງຟາມໄກ່ໄຂ່ແສນໂຊກ ເປີດເຜີຍວ່າ: ກ່ອນຈະຫັນມາປະກອບອາຊີບລ້ຽງໄກ່ໄຂ່ ຕົນເອງເຄີຍເປັນພະນັກງານໄຟຟ້າ ໂດຍມີບັນຫາດ້ານການເດີນທາງໄປ-ກັບບ່ອນເຮັດວຽກ ຕ້ອງເດີນທາງໄປເຮັດວຽກຢູ່ໄກ ເຮັດໃຫ້ການດູແລຄອບຄົວ ແລະ ການຈັດສັນຊີວິດປະຈຳວັນມີຄວາມຫຍຸ້ງຍາກ. ດ້ວຍເຫດນີ້ ຈຶ່ງເລີ່ມຊອກຫາອາຊີບທີ່ສາມາດສ້າງລາຍຮັບໃຫ້ຄອບຄົວ ແລະ ສາມາດດຳເນີນການຢູ່ໃນທ້ອງຖິ່ນໄດ້. ໃນນັ້ນ ການລ້ຽງໄກ່ໄຂ່ເປັນອາຊີບໜຶ່ງທີ່ເຫັນວ່າມີໂອກາດ ເນື່ອງຈາກໄຂ່ໄກ່ເປັນອາຫານທີ່ປະຊາຊົນບໍລິໂພກເປັນປະຈຳ ແລະ ມີຄວາມຕ້ອງການຢູ່ໃນຕະຫຼາດ, ອີກປັດໄຈໜຶ່ງທີ່ກະຕຸ້ນໃຫ້ຕັດສິນໃຈເລີ່ມຕົ້ນ ແມ່ນການເຫັນວ່າ ໄຂ່ໄກ່ທີ່ບໍລິໂພກຢູ່ພາຍໃນປະເທດສ່ວນໜຶ່ງຍັງອາໄສການນຳເຂົ້າຈາກຕ່າງປະເທດ. ດັ່ງນັ້ນ ການລົງທຶນລ້ຽງໄກ່ໄຂ່ຈຶ່ງບໍ່ພຽງແຕ່ເປັນການສ້າງອາຊີບໃຫ້ຕົນເອງ ແຕ່ຍັງເປັນການມີສ່ວນຮ່ວມຜະລິດອາຫານປ້ອນຕະຫຼາດພາຍໃນອີກດ້ວຍ. ເມື່ອເຫັນໂອກາດດັ່ງກ່າວ ຈຶ່ງຕັດສິນໃຈທົດລອງລ້ຽງໄກ່ໄຂ່ ໂດຍເລີ່ມຈາກຈຳນວນໜ້ອຍ ເພື່ອຮຽນຮູ້ວິທີການລ້ຽງ ການຈັດການຟາມ ແລະ ການຈຳໜ່າຍຜົນຜະລິດ. ພາຍຫຼັງດຳເນີນການ ເຫັນວ່າລູກຄ້າມີການຕອບຮັບທີ່ດີ ຈຶ່ງຄ່ອຍໆ ພັດທະນາການລ້ຽງໃຫ້ຂະຫຍາຍຕົວຂຶ້ນ, ການລ້ຽງໄກ່ໄຂ່ໃນໄລຍະທຳອິດເລີ່ມຈາກຈຳນວນປະມານ 500 ໂຕ ເພື່ອທົດລອງລະບົບການລ້ຽງ ແລະ ປະເມີນຄວາມເໝາະສົມຂອງການລົງທຶນ, ເມື່ອການດຳເນີນງານເລີ່ມມີຄວາມຄືບໜ້າ ຈຶ່ງຄ່ອຍໆ ເພີ່ມຈຳນວນໄກ່ຂຶ້ນເປັນປະມານ 1,000 ໂຕ ແລະ ຕໍ່ມາໄດ້ຂະຫຍາຍແມ່ໄກ່ມາເປັນ 4,000 ໂຕ. ການເລີ່ມຕົ້ນຈາກຈຳນວນໜ້ອຍ ແລ້ວຈຶ່ງຂະຫຍາຍຕາມຄວາມພ້ອມ ເປັນວິທີໜຶ່ງທີ່ຊ່ວຍໃຫ້ຜູ້ປະກອບການສາມາດຮຽນຮູ້ບັນຫາຕົວຈິງ ກ່ອນຈະເພີ່ມຂະໜາດການລົງທຶນ. ນອກຈາກການຂະຫຍາຍຈຳນວນໄກ່ແລ້ວ ອີກປັດໄຈສຳຄັນທີ່ຟາມໃຫ້ຄວາມສົນໃຈ ແມ່ນການຄັດເລືອກໄກ່ພັນ ແລະ ການດູແລສຸຂະພາບຂອງແມ່ໄກ່. ຟາມໄດ້ເນັ້ນການນຳເຂົ້າໄກ່ພັນທີ່ຜ່ານການກວດສອບ ແລະ ໄດ້ຮັບວັກຊີນຕາມກຳນົດ. ການເລືອກໄກ່ທີ່ມີສຸຂະພາບດີ ແລະ ມີປະຫວັດການດູແລທີ່ເໝາະສົມ ເປັນພື້ນຖານສຳຄັນຕໍ່ການລ້ຽງໃຫ້ມີອັດຕາການໃຫ້ໄຂ່ທີ່ດີ.
ໃນດ້ານການລ້ຽງ, ຟາມໄດ້ເນັ້ນການຈັດຫາອາຫານ ການໃຫ້ວິຕາມິນຕາມຄວາມເໝາະສົມ ແລະ ການຕິດຕາມສຸຂະພາບຂອງໄກ່ເປັນປະຈຳ ໂດຍສະເພາະ ຜູ້ລ້ຽງຕ້ອງສັງເກດອາການຂອງໄກ່ໃນແຕ່ລະມື້ ທັງຕອນເຊົ້າ ແລະ ຕອນແລງ ເພື່ອກວດເບິ່ງວ່າມີໂຕໃດສະແດງອາການຜິດປົກກະຕິຫຼືບໍ່ ຖ້າພົບເຫັນໄກ່ທີ່ມີອາການຜິດປົກກະຕິ ຈະຕ້ອງແຍກອອກຈາກຝູງ ແລະ ດຳເນີນການດູແລຮັກສາຢ່າງເໝາະສົມ ເພື່ອຫຼຸດຄວາມສ່ຽງຕໍ່ການແຜ່ກະຈາຍຂອງພະຍາດ.
ໃນໄລຍະທີ່ນໍາເອົາແມ່ໄກ່ເຂົ້າມາລ້ຽງ ແມ່ນຈະໃຊ້ເວລາປະມານ 1-2 ເດືອນ ກ່ອນຈະຄ່ອຍໆ ເກັບຜົນຜະລິດໄດ້. ທັງນີ້ ໄລຍະເວລາທີ່ໄກ່ຈະເລີ່ມໃຫ້ໄຂ່ ແລະ ອັດຕາການຜະລິດ ອາດແຕກຕ່າງກັນຕາມອາຍຸ, ສາຍພັນ, ສຸຂະພາບ ແລະ ການຈັດການຟາມ. ດັ່ງນັ້ນ ຜູ້ລ້ຽງຄວນຍຶດຕາມຄຳແນະນຳດ້ານວິຊາການຈາກຜູ້ຊ່ຽວຊານ ຫຼື ສັດຕະວະແພດ ເພື່ອໃຫ້ການດູແລເໝາະສົມກັບແຕ່ລະໄລຍະ.
ປະຈຸບັນ ຟາມໄກ່ໄຂ່ແສນໂຊກ ມີແມ່ໄກ່ປະມານ 4,000 ໂຕ ຊຶ່ງອັດຕາການໃຫ້ໄຂ່ສະເລ່ຍປະມານ 80-85% ແລະ ສາມາດຜະລິດໄຂ່ໄດ້ປະມານ 3,200 ໜ່ວຍ ຫຼື ປະມານ 95-100 ແຕະຕໍ່ມື້. ໂດຍມີລາຄາຂາຍປະມານ 70,000 ກີບຕໍ່ 1 ແຕະ ນັ້ນໝາຍຄວາມວ່າ ຟາມໄກ່ໄຂ່ແສນໂຊກຈະມີລາຍຮັບຈາກການຂາຍໄຂ່ປະມານ 7,000,000 ກີບຕໍ່ມື້. ສໍາລັບການຈໍາໜ່າຍ ແມ່ນໄດ້ຈໍາໜ່າຍຈາກການສັ່ງຊື້ ແລະ ຮ້ານຂາປະຈໍາ ທັງຢູ່ພາຍໃນເມືອງໜອງບົກ ແລະ ເມືອງທ່າແຂກ 10-20 ຮ້ານ. ແນວໃດກໍຕາມ ເຈົ້າຂອງຟາມຍອມຮັບວ່າ ການຜະລິດໃນປັດຈຸບັນຍັງບໍ່ພຽງພໍຕໍ່ຄວາມຕ້ອງການຂອງລູກຄ້າທັງໝົດ. ຟາມຈຶ່ງມີແຜນຄ່ອຍໆ ຂະຫຍາຍກຳລັງການຜະລິດ ໂດຍນຳລາຍຮັບທີ່ໄດ້ມາສະສົມເປັນທຶນ ເພື່ອພັດທະນາຟາມໃຫ້ສາມາດສະໜອງໄຂ່ໄກ່ໄດ້ຫຼາຍຂຶ້ນໃນອະນາຄົດ.
ທ້າວ ກິດສະໜາ ຍັງມີຄວາມພ້ອມໃນການໃຫ້ຄຳປຶກສາແກ່ຜູ້ທີ່ສົນໃຈລ້ຽງໄກ່ໄຂ່ ໂດຍສາມາດໃຫ້ຂໍ້ມູນກ່ຽວກັບປະສົບການລ້ຽງ, ເຕັກນິກການດູແລ ແລະ ການຈັດການຟາມທີ່ໄດ້ຮຽນຮູ້ຈາກການລົງມືປະຕິບັດຕົວຈິງ. ສໍາລັບຜູ້ທີ່ຕ້ອງການເລີ່ມຕົ້ນ ສາມາດເຂົ້າມາປຶກສາກັບຟາມໄດ້ ທັງໃນດ້ານການຈັດຫາໄກ່ແມ່ພັນ ແລະ ການຮຽນຮູ້ວິທີລ້ຽງໄກ່ໄຂ່.
ຂ່າວ: ກອງຄໍາ