9 ເດືອນ ອັດຕະປື ສົ່ງອອກກະສິກຳ-ປ່າໄມ້ ມູນຄ່າກວ່າ 201 ລ້ານໂດລາ

ໃນໄລຍະ 9 ເດືອນຕົ້ນປີ 2026, ແຂວງອັດຕະປື ສາມາດສົ່ງອອກຜະລິດຕະພັນກະສິກຳ ແລະ ປ່າໄມ້ ລວມມູນຄ່າ 201,312,059.03 ໂດລາສະຫະລັດ, ມີປະລິມານລວມ 239,863.184 ໂຕນ, ສະທ້ອນໃຫ້ເຫັນເຖິງການຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ແລະ ການປຸງແຕ່ງຂັ້ນຕົ້ນ ເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກ.

ທ່ານ ສາຍຝົນ ນາມມະວົງສາ ຫົວໜ້າຫ້ອງການບໍລິຫານ, ແຜນການ ແລະ ຈັດຕັ້ງ ພະແນກກະ ສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ລາຍງານຕໍ່ກອງປະຊຸມສະຫຼຸບຜົນງານ 9 ເດືອນເມື່ອວັນທີ 14 ຕຸລາ 2026 ວ່າ: ໃນໄລຍະຜ່ານມາ ແຂວງໄດ້ສຸມໃສ່ຊຸກຍູ້ການຜະລິດກະສິກຳເປັນສິນຄ້າ ແລະ ປຸງແຕ່ງຂັ້ນຕົ້ນ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ ແລະ ຂະຫຍາຍຕະຫຼາດສົ່ງ ອອກ. ສຳລັບມູນຄ່າການສົ່ງອອກແບ່ງຕາມປະເພດ ປະກອບມີ: ພືດ ແລະ ຜະລິດຕະພັນຈາກການປູກພືດ ຈຳນວນ 135,033.203 ໂຕນ, ມູນຄ່າ 165,715,897.41 ໂດລາສະຫະລັດ, ຜະລິດຕະພັນຈາກໂຮງງານປຸງແຕ່ງພືດ ຈຳນວນ 82,432.66 ໂຕນ, ມູນຄ່າ 33,353,121.14 ໂດລາສະຫະລັດ, ສ່ວນໄມ້, ຜະລິດຕະພັນໄມ້ ແລະ ເຄື່ອງປ່າຂອງດົງ ມີຈຳນວນ 22,397.32 ແມັດກ້ອນ, ມູນຄ່າ 2,243,040.48 ໂດລາສະຫະລັດ. ນອກຈາກນີ້, ແຂວງຍັງໄດ້ອະນຸຍາດເຄື່ອນຍ້າຍສັດໄປຕ່າງແຂວງ 14 ຄັ້ງ, ລວມ 542 ໂຕ, ໃນນັ້ນ ມີຄວາຍ 405 ໂຕ ແລະ ງົວ 137 ໂຕ, ມູນຄ່າ 6,897 ລ້ານກີບ. ພ້ອມກັນນັ້ນ ຍັງມີການສົ່ງຜ່ານສັດອອກຕ່າງປະເທດ ປະກອບມີຄວາຍ 1,759 ໂຕ, ງົວ 4,930 ໂຕ ແລະ ປາຄໍ່ 14,000 ໂຕ.

ຂະນະດຽວກັນ, ໃນໄລຍະ 9 ເດືອນ ແຂວງອັດຕະປືຍັງມີການນຳເຂົ້າພືດຜັກລວມ 140.59 ໂຕນ, ມູນຄ່າ 36,381.35 ໂດລາສະຫະລັດ, ປະກອບມີພືດຜັກສົດ 42.83 ໂຕນ, ພືດຜັກແຫ້ງ 81.58 ໂຕນ, ໝາກໄມ້ 15.59 ໂຕນ ແລະ ແປ້ງມັນຕົ້ນ 0.6 ໂຕນ. ນອກນັ້ນ ຍັງນຳເຂົ້າສັດລວມ 111,565 ໂຕ, ໃນນັ້ນມີໝູ 5,065 ໂຕ ແລະ ສັດປີກ 105,600 ໂຕ; ນຳເຂົ້າຜະລິດຕະພັນສັດ 1,407,509 ກິໂລ ແລະ ສິນຄ້າທີ່ກ່ຽວກັບສັດອີກ 8,214 ໂຕນ.

ຜົນງານດັ່ງກ່າວ ສະທ້ອນເຖິງບົດບາດຂອງຂະແໜງກະສິກຳ ແລະ ສິ່ງແວດລ້ອມ ໃນການຊຸກຍູ້ການຜະລິດເປັນສິນຄ້າ, ສ້າງມູນຄ່າເພີ່ມໃຫ້ຜະລິດຕະພັນກະສິກຳ ແລະ ຂະຫຍາຍໂອກາດທາງການຄ້າຂອງແຂວງ.
ຂ່າວ: ວັດທະນາ