ເມືອງຫີນບູນ ປະເມີນຄວາມເສຍຫາຍຈາກນ້ຳຖ້ວມ ກວ່າ 177 ຕື້ກີບ

ໄພນ້ຳຖ້ວມໃນລະຫວ່າງວັນທີ 4 ກໍລະກົດ ຫາ ວັນທີ 14 ສິງຫາ 2026 ໄດ້ສົ່ງຜົນກະທົບຕໍ່ຫຼາຍຂະແໜງ ການຂອງເມືອງຫີນບູນ ໂດຍມີມູນຄ່າຄວາມເສຍຫາຍເບື້ອງຕົ້ນກວ່າ 177 ຕື້ກີບ, ກະທົບ 77 ບ້ານ, 4,662 ຄອບຄົວ ຫຼື 21,077 ຄົນ, ປັດຈຸບັນ ທາງການເມືອງກຳລັງສືບຕໍ່ປະເມີນຄວາມເສຍຫາຍທີ່ຊັດເຈນ ພ້ອມກະກຽມແຜນຟື້ນຟູທັງໄລຍະສຸກເສີນ ແລະ ໄລຍະຍາວ.
ທ່ານ ນິຄົມ ສຸຂະມົນຕີ ຮອງປະທານຄະນະກຳມະການປົກຄອງເມືອງຫີນບູນ ທັງເປັນປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນເມືອງ ໃຫ້ຮູ້ວ່າ: ພາຍຫຼັງສະພາບນ້ຳຖ້ວມໄດ້ຫຼຸດລົງ ທາງການເມືອງກໍ່ໄດ້ເລັ່ງກວດກາ ແລະ ປະເມີນຜົນເສຍຫາຍ ເຊິ່ງສ່ວນໃຫຍ່ກໍ່ໄດ້ຂໍ້ມູນຈະແຈ້ງແລ້ວ, ແຕ່ການປະເມີນຄວາມເສຍໃນບາງດ້ານຍັງຕ້ອງການລາຍລະອຽດເພີ່ມເຕີມ. ສຳລັບຂະແໜງກະສິກຳ, ມີເນື້ອທີ່ການຜະລິດຖືກນ້ຳຖ້ວມ 3,872 ເຮັກຕາ ແລະ ເສຍຫາຍ 3,715 ເຮັກຕາ, ພ້ອມທັງສວນມັນຕົ້ນ 199,8 ເຮັກຕາ ແລະ ສວນຢາງພາລາ 231,1 ເຮັກຕາ. ນອກນັ້ນ ຍັງມີສັດລ້ຽງເສຍຫາຍ ປະກອບມີ ງົວ 8 ໂຕ, ຄວາຍ 24 ໂຕ, ໝູ 6 ໂຕ, ແບ້ 2 ໂຕ ແລະ ສັດປີກ 1,192 ໂຕ, ພ້ອມດ້ວຍໜອງປາ 40 ໜອງ ແລະ ຟາມໝູ 1 ແຫ່ງ, ດ້ານຊົນລະປະທານ, ມີລະບົບຊົນລະປະທານຖືກກະທົບ 21 ແຫ່ງ ແລະ ມີເສັ້ນທາງຖືກນ້ຳຖ້ວມຕັດຂາດ 20 ເສັ້ນ ແລະ ຂົວ 2 ແຫ່ງ, ສົ່ງຜົນກະທົບຕໍ່ການເດີນທາງ ແລະ ການຂົນສົ່ງຂອງປະຊາຊົນ, ມີນ້ໍາສ້າງຖືກນ້ໍາຖ້ວມ 643 ໜ່ວຍ, ໃນນີ້ 58 ໜ່ວຍບໍ່ສາມາດນໍາໃຊ້ໄດ້ ແລະ ມີນ້ໍາບາດານຖືກກະທົບ 5 ບໍ່, ໂຮງຮຽນ 6 ແຫ່ງຖືກກະທົບ ໂດຍຄວາມເສຍຫາຍສ່ວນໜຶ່ງແມ່ນ ໂຕະ,ຕັ່ງ ແລະ ປຶ້ມຮຽນ. ນອກນັ້ນ ຍັງມີໝໍ້ແປງໄຟຟ້າ 181 ໜ່ວຍທີ່ຖືກກະທົບໃນ 7 ບ້ານ ໂດຍບາງສ່ວນໄດ້ຮັບການສ້ອມແປງ ແລະ ຕິດຕັ້ງຄືນແລ້ວ.
ສຳລັບແຜນຟື້ນຟູຫຼັງນ້ຳຖ້ວມ ທາງການເມືອງໄດ້ກຳນົດໃຫ້ມີການຟື້ນຟູທາງດ້ານຂົງເຂດກະສິກຳ, ສ້ອມແປງເສັ້ນທາງ 20 ເສັ້ນ ເປັນໜຶ່ງໃນວຽກບຸລິມະສິດ ເພື່ອໃຫ້ປະຊາຊົນສາມາດທໍາການຜະລິດໄດ້ທັນກັບລະດູການ ເພື່ອທົດແທນຜົນຜະລິດທີ່ເສຍຫາຍ ແລະ ໃຫ້ປະຊາຊົນສາມາດເດີນທາງໄດ້ສະດວກ. ສ່ວນການຟື້ຟູໃນໄລຍະຍາວ ກໍ່ໄດ້ມີການຂຶ້ນແຜນເພື່ອສະເໜີຕໍ່ຂັ້ນເທິງ ໃນການປັບປຸງ, ສ້ອມແປງ ແລະ ກໍ່ສ້າງໂຄງການຂະໜາດໃຫຍ່ ບໍ່ວ່າຈະເປັນດ້ານຄົມມະນາຄົມ, ລະບົບຊົນລະປະທານ ກໍ່ຄືດ້ານຟື້ນຖານໂຄງລ່າງດ້ານອື່ນໆ ເພື່ອສ້າງພື້ນຖານການຫຼຸດຜ່ອນຜົນກະທົບຈາກໄພພິບັດນໍ້າຖ້ວມທີ່ອາດຈະກີດຂຶ້ນໃນຕໍ່ໜ້າ.
ຂ່າວ: ກອງຄໍາ