ເຂດເສດຖະກິດ ຢູງກວັດ ໄດ້ນຳໃຊ້ກົນໄກ ບຸລິມະສິດສູງສຸດ

ວິທະຍຸກະຈ່າຍສຽງ ຫວຽດນາມ, ບັນດາກົນໄກ, ນະໂຍບາຍພັດທະນາ ສູນກັ່ນຕ່ອງນ້ຳມັນ, ຕໍ່ກ່ຳປັ່ນ ແລະພະລັງງານແຫ່ງຊາດ ຢູ່ເຂດເສດຖະກິດ ຢູງກວັດ ຈະມີບຸລິມະສິດສູງສຸດ ຕາມຂໍ້ກຳນົດຂອງກົດໝາຍ ວ່າດ້ວຍການ ພັດທະນາຕົວເມືອງ. ຫວັງວ່າກົນໄກຈຳເພາະ ຈະແກ້ໄຂສິ່ງທີ່ຍັງຄົງຄ້າງກ່ຽວກັບ ການລົງທຶນ, ທີ່ດິນ, ວາງແຜນຜັງ, ລະບຽນການບໍລິຫານ, ເຕັກໂນໂລຊີ ແລະຊັບພະຍາກອນມະນຸດ, ສ້າງເງື່ອນໄຂດຶງດູດ ບັນດານັກລົງທຶນຍຸດທະສາດ, ຜັນຂະຫຍາຍ ໂຄງການຂອບຂະໜາດໃຫຍ່ ແລະໝູນໄຊ້ເຕັກໂນໂລຊີ ທັນສະໄໝ.
ຕາມຄະນະກຳມະການ ປະຊາຊົນ ແຂວງ ກ໋ວາງຫງາຍ ແລ້ວ, ເລື່ອງກົມການເມືອງເຫັນດີຕໍ່ແຜນນະໂຍບາຍ ນຳໃຊ້ກົນໄກຈຳເພາະແມ່ນບາດກ້າວກຳນົດທິດ ເພື່ອປັບປຸງພື້ນຖານດ້ານນິຕິກຳ ໃຫ້ສົມບູນແບບ, ສ້າງເງື່ອນໄຂ ເພື່ອເສີມຂະຫຍາຍ ທ່າໄດ້ປຽບແມ່ນທ່າກ່ຳປັ່ນ ທະເລ, ພື້ນຖານອຸດສາຫະກຳ ແລະທີ່ຕັ້ງຍຸດທະສາດຂອງ ຢູງກວັດ, ຜ່ານນັ້ນຊຸກຍູ້ການດຶງດູດ ການລົງທຶນ ແລະພັດທະນາອຸດສາຫະກຳພະລັງງານຢູ່ ກ໋ວາງຫງານ. ເຂດເສດຖະກິດ ຢູງກວັດ ມີລະບົບທ່າກ່ຳປັນທະເລນ້ຳເລິກ, ມີເຄືອຂ່າຍຄົມມະນາຄົມເຊື່ອມຕໍ່ກັບພື້ນຖານໂຄງລ່າງໄຟຟ້ານ້ຳ, ກຳຈັດສິ່ງເສດເຫລືອ ແລະ ບັນດາເຂດຕົວເມືອງສຳຮອງ.
ປະຈຸບັນ, ເຂດເສດຖະກິດມີ 296 ໂຄງການ ຍັງມີຜົນສັກສິດ, ຍອດຈຳນວນທຶນ ຈົດທະບຽນ ປະມານ 19,27 ຕື້ໂດລາສະຫະລັດ. ນີ້ກໍ່ແມ່ນບ່ອນຕັ້ງໂຮງງານກັ່ນຕ່ອງນ້ຳມັນຢູງກວັດ, ແມ່ນໂຮງງານກັ່ນຕ່ອງນ້ຳມັນ ແຫ່ງທຳອິດ ຂອງ ສສ ຫວຽດນາມ.
ຂ່າວໂດຍ: ສະໄຫວ ລາດປາກດີ