
ທ່ານ ນາງ ມະນີຈູ່ ຢາຈົງວາ ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 4 ແຂວງອຸດົມໄຊ ໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ (ສະບັບປັບປຸງ) ໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ເມື່ອວັນທີ 20 ຕຸລາ 2026 ຜ່ານມານີ້, ໂດຍສະເໜີໃຫ້ມີມາດຕະການກວດລ້າງ, ລົງໂທດເດັດຂາດ ຕໍ່ຜູ້ກະທຳຜິດ ແລະ ຜູ້ທີ່ໃຫ້ການຊ່ວຍເຫຼືອເອື້ອອຳນວຍຄວາມສະດວກໃຫ້ແກ່ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ.
ກອງປະຊຸມດັ່ງກ່າວ ໄດ້ດຳເນີນໄປໂດຍການເປັນປະທານຂອງ ທ່ານ ປອ. ວິໄລວົງ ບຸດດາຄຳ ຮອງປະທານສະພາແຫ່ງຊາດ. ໃນໂອກາດປະກອບຄຳເຫັນ, ທ່ານ ນາງ ມະນີຈູ່ ຢາຈົງວາ ໄດ້ເຈາະຈິ້ມໃສ່ ມາດຕາ 7 ຂອງຮ່າງກົດໝາຍດັ່ງກ່າວ ເຊິ່ງໄດ້ລະບຸໄວ້ຢ່າງຈະແຈ້ງ ກ່ຽວກັບການປົກປ້ອງພະນັກງານ, ເຈົ້າໜ້າທີ່, ຄອບຄົວຂອງຜູ້ໃຫ້ຂໍ້ມູນ ຫຼື ຜູ້ທີ່ມີສ່ວນຮ່ວມໃນການຕ້ານ ແລະ ສະກັດກັ້ນອາຊະຍາກຳທາງໄຊເບີ.
ນອກຈາກນີ້, ທ່ານ ສສຊ ເຂດ 4 ຍັງໄດ້ສະເໜີໃຫ້ປັບປຸງ ແລະ ເພີ່ມຕື່ມບາງເນື້ອໃນໃສ່ ມາດຕາ 2 ທີ່ເວົ້າເຖິງການປົກປ້ອງແມ່ຍິງ ແລະ ເດັກນ້ອຍ ເພື່ອຂະຫຍາຍຂອບເຂດການປົກປ້ອງໃຫ້ກວມເອົາ "ປະຊາຊົນທຸກຄົນໃນສັງຄົມ". ເນື່ອງຈາກປັດຈຸບັນ ກຸ່ມຄົນບໍ່ດີໄດ້ໃຊ້ເລ້ຫຼ່ຽມຕົວະຍົວະ, ຫຼອກລວງ ເຮັດໃຫ້ປະຊາຊົນເສຍຊັບສິນ, ຖືກຄຸກຄາມ ແລະ ທຳຮ້າຍຈິດໃຈ ຢ່າງຫຼວງຫຼາຍ.
ທ່ານ ສສຊ ໄດ້ເນັ້ນຍ້ຳຕື່ມວ່າ: ປັດຈຸບັນ ເຫດການຕົວະຍົວະຫຼອກລວງທາງໄຊເບີ ເກີດຂຶ້ນຢ່າງແຜ່ຫຼາຍ, ໂດຍສະເພາະ ກຸ່ມຜູ້ສູງອາຍຸ ເຊິ່ງເປັນກຸ່ມສ່ຽງທີ່ຕົກເປັນເຫຍື່ອ ແລະ ສູນເສຍເງິນຄຳຊັບສິນຢ່າງມະຫາສານໃຫ້ແກ່ກຸ່ມສະແກມເມີ (Scammer) ຍ້ອນວ່າຜູ້ສູງອາຍຸສ່ວນໃຫຍ່ ຍັງມີປະສົບການ ແລະ ຄວາມຮູ້ໃນການນຳໃຊ້ດີຈີຕອນຢ່າງຈຳກັດ ເຮັດໃຫ້ຕິດຕາມບໍ່ທັນເລ້ຫຼ່ຽມ ແລະ ກົນອຸບາຍຂອງກຸ່ມອາຊະຍາກອນ.
ສະນັ້ນ, ຈຶ່ງສະເໜີໃຫ້ເພີ່ມມາດຕະການທາງກົດໝາຍຢ່າງເຄັ່ງຄັດ ໃນການຕິດຕາມ, ກວດລ້າງ ແລະ ລົງໂທດ ທັງຜູ້ກະທຳຜິດໂດຍຕົງ, ຜູ້ຮ່ວມຂະບວນການ, ຕະຫຼອດຮອດຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກໃຫ້ກຸ່ມສະແກມເມີ ເພື່ອປົກປ້ອງຄວາມປອດໄພທາງດ້ານຊັບສິນ ແລະ ຈິດໃຈຂອງປະຊາຊົນລາວຢ່າງຮອບດ້ານ.
ຂ່າວ: ສາວລາວໃຕ້