
ໃນວັນທີ 21 ຕຸລາ 2026 ນີ້, ທີ່ຫໍສະພາແຫ່ງຊາດ, ທ່ານ ປອ. ກອງແກ້ວ ໄຊສົງຄາມ ຮອງປະທານສະພາແຫ່ງຊາດ, ຜູ້ຊີ້ນໍາກໍາມາທິການກົດໝາຍ ແລະ ຍຸຕິທໍາ ໄດ້ໃຫ້ກຽດຖະແຫຼງຂ່າວຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຊຶ່ງໄດ້ດໍາເນີນມາຕັ້ງແຕ່ວັນທີ 5 ຕຸລາ ແລະ ສຸມໃສ່ພິຈາລະນາຮັບຮອງເອົາຮ່າງກົດໝາຍ ຈຳນວນ 8 ສະບັບ ໃນວາລະວັນທີ 13–21 ຕຸລາ 2026 ຜ່ານມາ.
ຜ່ານການຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳຄິດຄຳເຫັນຢ່າງ ດ້ວຍຄວາມຮັບຜິດຊອບສູງ ຈາກບັນດາສະມາຊິກສະພາແຫ່ງຊາດ (ສສຊ), ກອງປະຊຸມໄດ້ລົງຄະແນນສຽງຮັບຮອງເອົາຮ່າງກົດໝາຍດັ່ງກ່າວ ດ້ວຍຄະແນນສຽງເຫັນດີເປັນສ່ວນຫຼາຍ ຊຶ່ງປະກອບມີ: ກົດໝາຍສ້າງໃໝ່ 1 ສະບັບ: ກົດໝາຍວ່າດ້ວຍການປົກປ້ອງເງິນຝາກ (ສະເໜີໂດຍ ທະນາຄານແຫ່ງ ສປປ ລາວ) ຜ່ານການລົງຄະແນນມີຜູ້ເຂົ້າຮ່ວມ 163 ທ່ານ, ເຫັນດີ 157 ທ່ານ (ກວມເອົາ 96,31%) ແລະ ກົດໝາຍປັບປຸງ 7 ສະບັບ ໃນນີ້ ປະກອບມີ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ (ສະບັບປັບປຸງ) ເຫັນດີ 97,51%; ກົດໝາຍວ່າດ້ວຍກຳລັງປ້ອງກັນຄວາມສະຫງົບປະຊາຊົນລາວ (ສະບັບປັບປຸງ) ເຫັນດີ 99,39%; ກົດໝາຍວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ (ສະບັບປັບປຸງ) ເຫັນດີ 90,69%; ກົດໝາຍວ່າດ້ວຍການບິນພົນລະເຮືອນ (ສະບັບປັບປຸງ) ເຫັນດີ 97,56%; ກົດໝາຍວ່າດ້ວຍການຈະລາຈອນທາງບົກ (ສະບັບປັບປຸງ) ເຫັນດີ 97,56%; ກົດໝາຍວ່າດ້ວຍລັດຖະບານ (ສະບັບປັບປຸງ) ເຫັນດີ 98,17%; ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາໄຊເບີ (ສະບັບປັບປຸງ) ເຫັນດີ 98,71%.
ການຮັບຮອງເອົາກົດໝາຍທັງ 8 ສະບັບນີ້ ຖືເປັນຜົນສຳເລັດອັນສຳຄັນໃນການຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ (2026–2030) ທັງເປັນການເພີ່ມທະວີເຄື່ອງມືໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ມີຄວາມເປັນລະບົບຄົບຊຸດ, ປົກປ້ອງສິດຜົນປະໂຫຍດຂອງລັດ, ບຸກຄົນ ແລະ ນິຕິບຸກຄົນ ພ້ອມທັງປະກອບສ່ວນສ້າງ ສປປ ລາວ ໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຢ່າງເຂັ້ມງວດ.
ຂັ້ນຕອນຕໍ່ໄປ, ກຳມາທິການກົດໝາຍ ແລະ ຍຸຕິທຳ ຈະສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຮຽບຮຽງ ແລະ ສະເໜີ ຕໍ່ປະທານປະເທດ ເພື່ອພິຈາລະນາອອກລັດຖະດໍາລັດປະກາດໃຊ້ຢ່າງເປັນທາງການ. ພ້ອມດຽວກັນນັ້ນ, ທາງການສະພາແຫ່ງຊາດ ຍັງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ສຶກສາ, ເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດກົດໝາຍເຫຼົ່ານີ້ຢ່າງເຂັ້ມງວດ ເພື່ອໃຫ້ເກີດຜົນຕົວຈິງໃນສັງຄົມຕໍ່ໄປ.
ຂ່າວ: ສາວລາວໃຕ້