ເມືອງຄູນຄຳ ສ້າງລາຍຮັບຈາກການທ່ອງທ່ຽວໄດ້ 4,8 ຕື້ກວ່າກີບ ພາຍໃນ 9 ເດືອນ

ຫ້ອງການ ວັດທະນະທຳ ແລະ ທ່ອງທ່ຽວ ເມືອງຄູນຄຳ ແຂວງຄຳມ່ວນ ຈັດກອງປະຊຸມປຶກສາຫາລື ແລກປ່ຽນຄຳຄິດເຫັນ ໃນການຈັດຕັ້ງປະຕິບັດການຄຸ້ມຄອງ, ກວດກາ ວຽກງານທ່ອງທ່ຽວພາຍໃນເມືອງຄູນຄຳ ໃນວັນທີ 20 ຕຸລາ 2026 ໂດຍມີ ທ່ານ ວິໄລສັກ ສຸວັນນະລາດ ຫົວໜ້າຫ້ອງການວັດທະນະທຳ ແລະ ທ່ອງທ່ຽວ ເມືອງຄູນຄຳ, ທ່ານ ພົມມະລາ ຄານລາຫວັນ ປະທານຄະນະກຳມະການປົກຄອງ ເມືອງຄູນຄຳ ພ້ອມດ້ວຍຜູ້ຕາງໜ້າຈາກ ຂະແໜງການທີ່ກ່ຽວຂ້ອງອ້ອມຂ້າງເມືອງເຂົ້າຮ່ວມ.
 
ທ່ານ ວິໄລສັກ ສຸວັນນະລາດ ໄດ້ກ່າວວ່າ: ເມືອງຄູນຄຳມີທ່າແຮງດ້ານການທ່ອງທ່ຽວສູງຫລາຍ ໂດຍມີແຫລ່ງທ່ອງທ່ຽວ 32 ແຫ່ງ ໃນນີ້, ທຳມະຊາດ 26 ແຫ່ງ, ວັດທະນະທຳ 5 ແຫ່ງ, ປະຫວັດສາດ 1 ແຫ່ງ ພ້ອມດ້ວຍສິ່ງອຳນວຍຄວາມສະດວກຄື: ສະຖານທີ່ພັກແຮມ 25 ແຫ່ງ (ຣີສອດ 6 ແຫ່ງ, ເຮືອນພັກ 19 ແຫ່ງ), ຮ້ານອາຫານ-ຮ້ານກິນດື່ມ 20 ແຫ່ງ, ຮ້ານຄາຣາໂອເກະ 1 ແຫ່ງ. ໃນໄລຍະ 9 ເດືອນຜ່ານມາ ມີນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາທ່ຽວ ເມືອງຄູນຄຳ 10,843 ເທື່ອຄົນ, ຍິງ 4,783 ເທື່ອຄົນ, ສາມາດສ້າງລາຍຮັບໄດ້ 4,8 ຕື້ກວ່າກີບ.
 
ໃນກອງປະຊຸມ, ຄະນະຮັບຜິດດຊອບໄດ້ຜ່ານຂໍ້ຕົກລົງ ຂອງຄະນະກຳມະການຄຸ້ມຄອງຜູ້ປະກອບການຮ້ານກິນດື່ມ, ຄາຣາໂອເກະ, ເຮືອນພັກ, ຣີສອດ ແລະ ການທ່ອງທ່ຽວພາຍໃນເມືອງຄູນຄຳ ພ້ອມທັງຜ່ານຮ່າງກົດລະບຽບການຄຸ້ມຄອງຮ້ານບັນເທີງ ທີ່ສຳຄັນ ເປັນຕົ້ນ ກຳນົດເວລາເປີດ-ປິດຮ້ານບັນເທີງ, ມາດຕະການຕໍ່ຜູ້ລະເມີດ ເຊັ່ນ: ການປັບໃໝ, ການຢຸດໂຈະກິດຈະການ ແລະ ມາດຕະການອື່ນໆ ຕາມລະບຽບກົດໝາຍ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ມີການປະກອບຄຳຄິດເຫັນ ແລກປ່ຽນຢ່າງກົງໄປກົງມາ ຕໍ່ຮ່າງກົດລະບຽບ ແລະ ການນຳໃຊ້ມາດຕະການຕໍ່ຜູ້ກະທຳຜິດ ເພື່ອໃຫ້ມີຄວາມຮັດກຸມ ແລະ ສາມາດຈັດຕັ້ງປະຕິບັດໄດ້ຈິງ.
 
ທ່ານ ພົມມະລາ ຄານລາຫວັນ ໄດ້ເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນເພີ່ມທະວີຄວາມສາມັກຄີ, ປະສານງານກັນຢ່າງໃກ້ຊິດ ເພື່ອຄຸ້ມຄອງວຽກງານທ່ອງທ່ຽວ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ປອດໄພ, ຮັກສາໄດ້ຮີດຄອງປະເພນີອັນດີງາມ ແລະ ພ້ອມໃຈກັນພັດທະນາແຫລ່ງທ່ອງທ່ຽວຂອງເມືອງຄູນຄຳ ໃຫ້ເປັນທີ່ໜ້າສົນໃຈພົ້ນເດັ່ນ ເພື່ອດຶງດູດແຂກຈາກພາຍໃນ ແລະ ຕ່າງປະເທດ ໃຫ້ມາທ່ຽວເມືອງຄູນຄຳ ໃຫ້ນັບມື້ນັບຫລາຍຂຶ້ນ.