ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອນຮັບທ່ານຜູ້ອຳນວຍການສະຖາບັນແມ່ນໍ້າຂອງຄົນໃໝ່ ເຂົ້າຢຽ້ມຂໍ່ານັບ

ໃນຕອນແລງຂອງ ວັນທີ 20 ຕຸລາ 2026 ທີ່ຫ້ອງຮັບແຂກ ຂອງກະຊວງກະສິກຳ ແລະ ສິ່ງແວດລ້ອມ ທ່ານ ປອ ລິນຄຳ ດວງສະຫວັນ ລັດຖະມົນຕີ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ປອ ອານຸລັກ ກິດຕິຄຸນ ຜູ້ອຳນວຍການສະຖາບັນແມ່ນໍ້າຂອງຄົນໃໝ່ ພ້ອມດ້ວຍ ຄະນະ.
ຈຸດປະສົງກໍ່ເພື່ອ ສະເໜີຕົວທີ່ມາຮັບໜ້າທີ່ຜູ້ອຳນວຍການສະຖາບັນແມ່ນໍ້າຂອງຄົນໃໝ່, ເຊີ່ງທ່ານເປັນຄົນລາວຜູ້ທຳອິດທີ່ໄດ້ຮັບຕຳແໜ່ງດັ່ງກ່າວ ແລະ ແລກປຽ່ນຄຳຄິດຄຳເຫັນ ກຽ່ວກັບ ການສະໜັບສະໜູນຂອງ (MI) ສຳລັບ ສປປ ລາວ ໃນຕໍ່ໜ້າ ໂດຍສະເເພາະ ໃນການຂົນຂວາຍການຮ່ວມມື ທີ່ນຳຜົນປະໂຫຍດມາສູ່ພາກພື້ນແມ່ນ້ຳຂອງ.
ພ້ອມກັນນີ້ ຍັງໄດ້ປືກສາຫາລື ກຽ່ວກັບການສະເໜີສາ້ງ MOU ການຮ່ວມມື ລະຫວ່າງ ກະຊວງກະສິກຳ ແລະ ສິ່ງແວດລ້ອມ ແລະ ສະຖາບັນແມ່ນ້ຳຂອງ (MI), ສະເໜີສ້າງຕັ້ງຫ້ອງທົດລອງນະວັດຕະກຳ (Innovation Lab) ຢູ່ສະຖາບັນຄົ້ນຄວ້າກະສິກຳ, ປ່າໄມ້ ແລະ ພັດທະນາຊົນນະບົດ(NAFRI), ລວມທັງສະເໜີແຜນງານທີ່ກຽ່ວກັບຄວາມໝັ້ນຄົງດ້ານສະບຽງອາຫານ-ສະພາບອາກາດ-ນ້ຳ-ພະລັງງານ. ເພື່ອຂົນຂວາຍທຶນການສະໜັບສະໜູນຈາກບັນດາຄູ່ຮ່ວມພັດທະນາ.
ຂ່າວ/ພາບໂດຍ: ຂັນວິຈິດ