ສປ ຈີນ ຮຽກຮ້ອງໃຫ້ເພີ່ມທະວີການຈັດຕັ້ງປະຕິບັດນະໂຍບາຍ ຮັກສາ ຊີວະນາໆພັນ

ວິທະຍຸ ໂທລະພາບ ສູນກາງຈີນ, ງານ"ມຸມຈີນ" ຫລືງານວາງສະແດງຈີນ (China Corner) ພາຍໃນກອງປະຊຸມພາຄີຄັ້ງທີ 17 ຂອງສົນທິສັນຍາຊີວະນາໆພັນ (COP17) ໄດ້ຈັດຂຶ້ນ ຢູ່ນະຄອນຫລວງ ເຢເຣວານ ປະເທດອາກເມນີ. ຈາກນັ້ນ ທ່ານ ຮວງຢວູ້ນຊິ່ວ ລັດຖະມົນຕີ ກະຊວງນິເວດ ວິທະຍາ ແລະ ສິ່ງແວດລ້ອມຈີນ ໄດ້ກ່າວຄຳປາໄສວ່າ: ການເຄື່ອນໄຫວ ຮັກສາຊີ ວະນາໆພັນ ທົ່ວໂລກມີຄວາມຄືບໜ້າ ເປັນຢ່າງດີ, ແຕ່ຄວາມຄືບໜ້າ ໃນ ການຈັດຕັ້ງ ປະຕິບັດຕົວຈິງໃນພາບລວມຍັງບໍ່ທັນບັນລຸ ເຖິງຄາດໝາຍໄດ້, ທຸກຝ່າຍຄວນເພີ່ມ ຄວາມພະຍາຍາມ ເຂົ້າໃນການຈັດ ຕັ້ງປະຕິບັດ ນະໂຍ ບາຍ, ມາດຕະການ ແລະການດຳເນີນງານອະນຸລັກ. ກອງປະຊຸມ COP17 ຈະຈັດຂຶ້ນ ລະຫວ່າງ ວັນທີ 19-30 ຕຸລານີ້ ພາຍໃຕ້ຫົວຂໍ້ "ລົງມືປະຕິບັດ ເພື່ອທຳມະຊາດ". ງານ"ມຸມຈີນ" ຈະຈັດກິດຈະກຳຕ່າງໆ ໂດຍປິ່ນອ້ອມຫົວຂໍ້ຕ່າງໆ ເຊັ່ນ: ການຈັດຕັ້ງປະຕິບັດ "ຂອບຄຸນມິງ-ມົງຕຣີອານ", ການອະນຸລັກ ແລະຟື້ນຟູຊີວະນາໆພັນ, ການສ້າງຄວາມສາມາດ ແລະອື່ນໆ.
ຂ່າວ: ສະໄຫວ ລາດປາກດີ