ແຂວງອຸດົມໄຊ ສຸ່ມພືດຜັກ-ໝາກໄມ້ ພົບສານພິດຕົກຄ້າງລະດັບອັນຕະລາຍ 1 ກໍລະນີ

ແຫລ່ງຂ່າວຈາກ ແຂວງອຸດົມໄຊ ໃຫ້ຮູ້ວ່າ: ແຂວງອຸດົມໄຊ ເປັນແຂວງໜຶ່ງ ທີ່ໄດ້ມີການພັດທະນາ ທາງດ້ານວຽກງານກະສິກຳຢ່າງເປັນລະບົບ, ຕໍ່ເນື່ອງ ໂດຍສະເພາະ ການປູກພືດຜັກ ແລະ ໄມ້ໃຫ້ໝາກ ເພື່ອບໍລິໂພກ ແລະ ສົ່ງອອກຈຳໜ່າຍ ຢູ່ພາຍໃນແຂວງ ແລະ ຕ່າງປະເທດ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ, ຝຸ່ນ, ປຸ໋ຍ, ຢາຂ້າຫຍ້າ, ຢາປາບສັດຕູພືດ ແລະ ອື່ນໆ ຕາມການກຳນົດຂອງຂະແໜງການກ່ຽວຂ້ອງ ແນໃສ່ເຮັດໃຫ້ໄດ້ຮັບຜົນຜະລິດ ຕາມຄວາມຕ້ອງການທີ່ກຳນົດໄວ້ ຊຶ່ງເປັນສາເຫດຫລັກ ທີ່ເຮັດໃຫ້ເກີດມີສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້.

ທ່ານ ພິມມະເສນ ຄູນສີລິວົງ ຫົວໜ້າພະແນກ ກະສິກຳ ລະ ສິ່ງແວດລ້ອມ ແຂວງອຸດົມໄຊ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ປັດຈຸບັນ ພືດຜັກ ແລະ ໝາກໄມ້ ທີ່ຜູ້ປະກອບການ ແລະ ແມ່ຄ້າຊາວຂາຍ ນຳເຂົ້າມາຈຳໜ່າຍຢູ່ບັນດາຕະຫລາດ ພາຍໃນແຂວງ ແມ່ນມາຈາກຫລາຍຂົງເຂດ ທັງຜະລິດເອງຢູ່ພາຍໃນແຂວງ ແລະ ນຳເຂົ້າຈາກຕ່າງປະເທດ ໂດຍສະເພາະ ຈາກ ຈີນ, ສສ ຫວຽດນາມ ແລະ ປະເທດ ໄທ. ດັ່ງນັ້ນ, ເພື່ອເຮັດໃຫ້ຜູ້ບໍລິໂພກ ຂອງປະຊາຊົນບັນດາເຜົ່າແຂວງອຸດົມໄຊ ມີຄວາມເຊື່ອໝັ້ນ ແລະ ໄດ້ຮັບການບໍລິໂພກ ພືດຜັກ ແລະ ໝາກໄມ້ ທີ່ມີຄວາມສະອາດ, ປອດໄພ ແລະ ປາສະຈາກສານພິດຕົກຄ້າງ ລວມທັງເຮັດໃຫ້ແມ່ຄ້າ-ຊາວຂາຍ ໄດ້ຈຳໜ່າຍສິນຄ້າຂອງຕົນເອງຢ່າງເປັນປົກກະຕິ. ແຂວງອຸດົມໄຊ ເວົ້າລວມ, ເວົ້າສະເພາະ ພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ໄດ້ຖືເອົາບັນຫາສານພິດຕົກຄ້າງ ໃນພືດຜັກ ແລະ ໝາກໄມ້ ເປັນບັນຫາສຳຄັນ ພ້ອມທັງຊອກຫາແນວທາງ ໃນການປ້ອງກັນ, ສະກັດກັ້ນ ແລະ ແກ້ໄຂ, ຊຶ່ງໃນໄລຍະຜ່ານມາ ກໍໄດ້ມີການລົງເຄື່ອນໄຫວ ສຸ່ມເກັບຕົວຢ່າງ ພືດຜັກ ແລະ ໝາກໄມ້ ຢູ່ບັນດາຕະຫລາດ ພາຍໃນເທສະບານແຂວງ ຍັງບໍ່ທັນເປັນປົກກະຕິ, ຕໍ່ເນື່ອງ ແລະ ບໍ່ທັນກວ້າງຂວາງ. ເມື່ອບໍ່ດົນມານີ້, ພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງອຸດົມໄຊ ສົມທົບກັບສູນປ້ອງກັນພືດ, ກົມປູກຝັງ ກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຈັດຝຶກອົບຮົມ ໃຫ້ແກ່ວິຊາການຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ບັນດາເມືອງເປົ້າໝາຍ ຄື: ເມືອງໄຊ, ເມືອງແບງ, ເມືອງຮຸນ ແລະ ເມືອງນາໝໍ້ ໂດຍໄດ້ຮັບທຶນການສະໜັບສະໜູນ ຈາກ ໂຄງການຟາມ, ເພື່ອຍົກສູງຄວາມຮູ້, ຄວາມສາມາດ ແລະ ສ້າງຄວາມເຂັ້ມແຂງ ໃຫ້ແກ່ວິຊາການ ສາມາດເຄື່ອນໄຫວຈັດຕັ້ງປະຕິບັດຕົວຈິງ ຢູ່ຂົງເຂດຄວາມຮັບຜິດຊອບຂອງຕົນ ໄດ້ຢ່າງມີປະສິດທິພາບ, ຖືກຕ້ອງຕາມຫລັກການ, ທັງເປັນການຂະຫຍາຍການຈັດຕັ້ງປະຕິບັດໃຫ້ກວ້າງຂວາງ, ທົ່ວເຖິງ.
ການຝຶກອົບຮົມ ບັນດານັກສຳມະນາກອນ ໄດ້ຮຽນຮູ້ ພາກທິດສະດີ ໂດຍສະເພາະ ຮູບແບບ, ວິທີການ, ຂະບວນການ, ຂັ້ນຕອນ ແລະ ຫລັກການວິໄຈຕ່າງໆ ພ້ອມທັງລົງເຄື່ອນໄຫວ ຈັດຕັ້ງປະຕິບັດຢູ່ພື້ນທີ່ຕົວຈິງ ດ້ວຍການສຸ່ມຕົວຢ່າງວິໄຈ ຢູ່ກຸ່ມປູກພືດຜັກເຮືອນຮົ່ມ ບ້ານວຽງສາ, ຕະຫລາດບ້ານຖິ່ນ ແລະ ຕະຫລາດໜອງແມງດາ. ໃນນີ້, ຕະຫລາດໜອງແມງດາ ໄດ້ສຸ່ມຕົວຢ່າງວິໄຈ ທັງພືດຜັກ ແລະ ໝາກໄມ້ຈຳນວນ 24 ຕົວຢ່າງ ໃນນີ້, ໝາກໄມ້ 10 ຕົວຢ່າງ ເຊັ່ນ: ໝາກພຸກ, ໝາກໂປ່ມ, ລາແຊັງ, ໝາກໂມ ແລະ ໝາກໄມ້ປະເພດອື່ນໆ; ພືດຜັກ 14 ຕົວຢ່າງ ເຊັ່ນ: ຫົວກະລົດ, ໝາກເລັ່ນ, ຜັກກາດ, ຜັກປັງ, ຖົ່ວຍາວ ແລະ ພືດຜັກ ປະເພດອື່ນໆ. ຜ່ານມາການວິໄຈ ແມ່ນພົບສານພິດຕົກຄ້າງໃນປະລິມານໜ້ອຍ ຈຳນວນ 8 ຕົວຢ່າງ ແລະ ພົບສານພິດຕົກຄ້າງໃນປະລິມານຫລາຍ (ລະດັບອັນຕະລາຍ) ຈຳນວນ 1 ຕົວຢ່າງ ແລະ ບໍ່ພົບສານພິດຕົກຄ້າງ ຈຳນວນ 15 ຕົວຢ່າງ. ການວິໄຈ ນອກຈາກຈະເປັນການສ້າງຄວາມເຊື່ອໝັ້ນ ໃຫ້ແກ່ ຜູ້ບໍລິໂພກແລ້ວ ຍັງເປັນການກວດສອບແຫລ່ງທີ່ມາຂອງພືດຜັກ ແລະ ໝາກໄມ້ ໂດຍສະເພາະ ການນຳເຂົ້າຈາກຕ່າງແຂວງ ແລະ ຕ່າງປະເທດ. ພາຍຫລັງສຳເລັດການກວດສອບຕົວຈິງ ຄະນະຮັບຜິດຊອບ ຈະໄດ້ມີການເປີດເຜີຍໃຫ້ທົ່ວສັງຄົມ ຮັບຮູ້ ແລະ ຕັດສິນໃຈເອງ ໃນການເລືອກຊື້-ເລືອກບໍລິໂພກ.
ທ່ານ ພິມມະເສນ ຄູນສິລິວົງ ກ່າວຕື່ມອີກວ່າ: ຖ້າຄົນເຮົາບໍລິໂພກ ພືດຜັກ ແລະ ໝາກໄມ້ ທີ່ມີສານເຄມີ ຫລື ສານພິດຕົກຄ້າງ ສະສົມມາເລື້ອຍໆ ຈະສົ່ງຜົນກະທົບຕໍ່ຮ່າງກາຍໂດຍກົງ ສາມາດເຮັດໃຫ້ເກີດມີພະຍາດຕ່າງໆ ເປັນຕົ້ນ ທາງດ້ານກຳມະພັນ ແລະ ລະບົບສະໝອງຜິດປົກກະຕິ. ດັ່ງນັ້ນ, ເພື່ອຮັບປະກັນເຮັດໃຫ້ວຽກງານ ມີປະສິດທິພາບ, ສ້າງຄວາມເຊື່ອໝັ້ນ ໃຫ້ແກ່ຜູ້ບໍລິໂພກ ແລະ ເຮັດໃຫ້ຜູ້ປະກອບການ, ແມ່ຄ້າ-ຊາວຂາຍ ໄດ້ຈຳໜ່າຍສິນຄ້າຂອງຕົນເອງຢ່າງຕໍ່ເນື່ອງ ທາງພະແນກ ກະສິກຳ ແລະ ສິ່ງແວດລ້ອມແຂວງ ຈຶ່ງໄດ້ກຳນົດມາດຕະການຢ່າງລະອຽດ ໂດຍສະເພາະ ຜູ້ປະກອບການນຳເຂົ້າ ພືດຜັກ ແລະ ໝາກໄມ້ ຕ້ອງປະຕິບັດຕາມແຜນການນຳເຂົ້າ ພ້ອມທັງລາຍງານບັນດາຂະແໜງການກ່ຽວຂ້ອງຮັບຮູ້, ສ່ວນແມ່ຄ້າຂາຍຍ່ອຍ ຕ້ອງໄດ້ເລືອກຊື້ຜົນຜະລິດທີ່ຮັບປະກັນໄດ້ທາງດ້ານທີ່ມາ.

ຂ່າວ-ພາບ: ຄານມະນີ ຮຽນດໍຈັນ